ການຂັບຂີ່ນີ້ເຜີບໍໄດ້ອີຫຼີ ບາງຄັ້ງບາງຄົນກໍປະເມີນໂຕເອງບໍໄດ້ ຄິດວ່າໄປໄດ້ບໍເປັນຫຍັງແຕ່ກັບກາຍເປັນຜູ້ໂຊກຮ້າຍໄປເລີຍ ເຊິ່ງທຸກຄັ້ງທີ່ເກີດອຸບັດຕິເຫດບໍ່ເຈັບໂຕກໍ່ເສຍຊັບ ສະນັ້ນຈົ່ງຂັບລົດຢ່າງມີສະຕິສະເໝີ ແມ່ນວ່າອຸບັດເຫດເປັນສິ່ງທີ່ບໍ່ມີໃຜຢາກໃຫ້ເກີດ ແລະເປັນເຫດສຸດວິໄສ ແຕ່ຖ້າເຮົາລະມັດລະວັງພໍກໍ່ຊ່ວຍໄດ້ຫຼາຍ.
ສຳລັບກໍລະນີນີ້ ເກີດຂື້ນໃນວັນທີ 9.1.2022 ເວລາ 00:20 ໂມງ ລົດໃຫຍ່ເສຍຫລັກ ຕຳປ້ອມຕຳຫລວດ ຢູ່ວົງວຽນຫລັກ 2 ເມືອງ ທ່າແຂກ ແຂວງ ຄຳມ່ວນ .
ຜູ້ຂັບຂີ່ເປັນເພດຊາຍ ກະທົບໜ້າເອິກເບື້ອງຊ້າຍ ຄາງແຕກ ແລະບາດແຜຖະຫຼອກຕາມຕົນຕົວ ກູ້ໄພນຳສົ່ງໂຮງຫມໍ
ເປັນຄາວຊວຍເພິ່ນສອງສາມຊ້ອນເລີຍ ນອກຈາກເຈັບຕົວແລ້ວຍັງຕ້ອງປົວລົດ, ໃຊ້ຄືນຊັບສິນສ່ວນລວມອີກ ຈັ່ງໃດກໍ່ຂໍໃຫ້ຫາຍໄວໆເດີ້ ເງິນຄຳເປັນຂອງນອກກາຍ ຂໍພຽງສຸຂະພາບດີກັບມາຄ່ອຍພິຈາລະນາຢ່າງອື່ນຕາມຫຼັງ.