ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການໃນວັນທີ 8-10 ມັງກອນ 2022 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມພົບປະຜູ້ຕາງໜ້ານັກທຸລະກິດຂອງສອງປະເທດ ທີ່ຮ່າໂນ້ຍ ສສ ຫວຽດນາມ, ໂດຍມີ ບັນດາຄະນະຜູ້ແທນ, ວິສາຫະກິດຫວຽດນາມ ແລະ ລາວ, ພ້ອມດ້ວຍນັກທຸລະກິດທັງສອງຝ່າຍ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນເພື່ອເປັນເວທີໃຫ້ນັກທຸລະກິດສອງຝ່າຍໄດ້ຮ່ວມມືໃນການລົງທຶນ, ຊຸກຍູ້-ຊອກຫາທາງອອກ, ສ້າງເງື່ອນໄຂຂໍ້ສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກຂອງບັນດາທຸລະກິດຫວຽດນາມ ທີ່ໄປລົງທຶນຢູ່ລາວ ແລະ ທຸລະກິດລາວ ລົງທຶນຢູ່ຫວຽດນາມ. ນອກຈາກນີ້, ກໍເປັນການພົບປະຊຸມຊົນວິສາຫະກິດ, ບັນດາວິສາຫະກິດຫວຽດນາມ ທີ່ສະແດງຄວາມສົນໃຈຍາກມາລົງທຶນຢູ່ລາວ ກ່ຽວກັບດ້ານກະສິກຳ, ເສດຖະກິດດິຈິຕອນ, ໂຄງການພື້ນຖານໂຄງລ່າງ ແລະ ອື່ນໆ.
ໃນໂອກາດດຽວກັນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວບາງຕອນເຊີນຊວນ ໃຫ້ບັນດານັກທຸລະກິດຫວຽດນາມ ເຂົ້າໄປລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ, ໂດຍພ້ອມກັນຫັນຈາກສະໜາມຮົບຕໍ່ສູ້ໃນເມື່ອກ່ອນນັ້ນ ມາເປັນສະໜາມຮົບແກ້ໄຂຄວາມທຸກຍາກ ຮ່ວມມືພ້ອມກັນສ້າງສາພັດທະນາ, ສ້າງຄວາມຮັ່ງມີໃຫ້ປະຊາຊົນສອງຊາດລາວ-ຫວຽດນາມ, ເຊິ່ງເມື່ອກ່ອນໄດ້ມີການເຄື່ອນທັບຈາກ ຫວຽດນາມ ສູ່ພາກຕາເວັນຕົກ. ມື້ນີ້ສອງຊາດພວກເຮົາ ກໍພ້ອມກັນປະກາດໃຫ້ບັນດານັກທຸລະກິດ ຫັນໄປລົງທຶນຢູ່ລາວ ເປັນສະໜາມຮົມໃໝ່ ສະໜາມຮົບທາງດ້ານການຄ້າແກ້ໄຂຄວາມທຸກຍາກ. ພ້ອມນັ້ນ, ພາກສ່ວນກ່ຽວຂ້ອງ ບໍ່ວ່າຈະເປັນພາກລັດ-ເອກະຊົນ ກໍໃຫ້ມີການປະສານງານສົມທົບ ເພື່ອຊອກຫາແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງກີດຂວາງຕ່າງໆ.
ທ່ານນາຍົກລັດຖະມົນຕີ ກ່າວຕື່ມວ່າ: ມາຮອດປັດຈຸບັນ ການລົງທຶນຂອງ ສສ ຫວຽດນາມຢູ່ ສປປ ລາວ ຖືວ່າຕິດຢູ່ໃນອັນດັບຕົ້ນໆ ຂອງການລົງທຶນຕ່າງປະເທດ, ພ້ອມດຽວກັນ ກໍມຸ້ງຫວັງຍາກໃຫ້ນັກທຸລະກິດລາຍໃຫຍ່ ແລະ ເປັນລາຍໃໝ່ ເຂົ້າໄປລົງທຶນໃນລາວ ໃຫ້ມີຈໍານວນຫລາຍເພີ່ມຂຶ້ນ.
ຂ່າວ-ພາບ: ຂັນໄຊ