ກົດໄລ້ ກົດແຊຣ໌ ດວງລາຍວັນ 12 ມັງກອນ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
517

ວັນຈັນ:ການງານ ເຮັດວຽກດ້ວຍຄວາມລະອຽດຮອບຄອບສະເໝີ ເຖິງຈະພົບບັນຫາກໍຈະແກ້ໄຂໃຫ້ຜ່ານພົ້ນໄປໄດ້ ການເງິນ ລາຍຈ່າຍຍັງມີຫລາຍ ລາຍຮັບກໍບໍ່ສົມດຸນກັນ ເຮັດໃຫ້ພົບສະພາວະຂາດເຂີນທາງດ້ານການເງິນກໍເປັນໄປໄດ້ ຄວາມຮັກ ສຸກສົມຫວັງລົງຕົວດີຂຶ້ນໃນເລື່ອງຂອງຄວາມສຳພັນ ກໍ່ໃຫ້ເກີດຄວາມສຸກໃຈ

ວັນອັງຄານ:ການງານ ວຽກງານທີ່ເຮັດກໍຮູ້ສຶກວ່າມັກ ແຕ່ເລື່ອງທີ່ໜ້າເບື່ອຄື ເພື່ອນຮ່ວມງານ ທີ່ໄວ້ໃຈບໍ່ຄ່ອຍໄດ້ ການເງິນ ພະຍາຍາມໝຸນຫາເງິນເຂົ້າມາເພື່ອໃຫ້ເກີດສະພາບດີທາງດ້ານການເງິນ ຄວາມຮັກ ຈະພົບຄົົນທີ່ມີອາຍຸຕ່າງກັນ ຢູ່ໃນເກນຜິວສອງສີ ທ່ານມີຄວາມເປັນຜູ້ນຳສູງ

ວັນພຸດ:ການງານ ຊ່ວງນີ້ລົງທຶນຫຍັງລະວັງຈະຂາດທຶນ ສູນເສຍເງິນ ເພາະຄວາມຜິດພາດ ການເງິນ ຍັງໂຊກດີທີ່ຜູ້ໃຫຍ່ຍັງອຸປະຖຳທາງດ້ານການເງິນ ເມື່ອທ່ານພົບເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ທັນຕັ້ງໂຕ ຄວາມຮັກ ຍັງບໍ່ລົງຕົວ ແລະ ບໍ່ມີເວລາທຸ້ມເທດ້ານຄວາມຮັກ ເຖິງແມ່ນຈະພົບໃຜເຂົ້າມາກໍຕາມ ນິໄສຈະເຂົ້າກັນບໍ່ຄ່ອຍໄດ້

ວັນພະຫັດ:ການງານ ແກ້ໄຂບັນຫາສະເພາະໜ້າໃຫ້ສຳເລັດໄດ້ຢ່າງວ່ອງໄວ ການເງິນ ໃຊ້ອອກໄປຫລາຍ ແຕ່ກໍໝຸນຫາເງິນໄດ້ທັນໃຊ້ທັນຈ່າຍຢູ່ສະເໝີ ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕ

ວັນສຸກ:ການງານ ຕັ້ງເປົ້າໝາຍໃນການສ້າງສັນຜົນງານ ແລະ ໃຊ້ຄວາມພະຍາຍາມໃນການແກ້ໄຂບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້ ການເງິນ ຈະໄດ້ເງິນເຂົ້າມາ ທ່ານຈະມີໂຊກໃນການເດີນທາງໄກ
ຄວາມຮັກ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕກັບຄົນຜິວຂາວໃນຊ່ວງນີ້

ວັນເສົາ:ການງານ ໃຊ້ຄວາມລະອຽດຮອບຄອບໃນການເຮັດວຽກງານ ກໍ່ໃຫ້ເກີດຄວາມສຳເລັດໄດ້ດີ ການເງິນ ມີໂຊກດີ ຈະໄດ້ເງິນເຂົ້າມາເພີ່ມເຕີມໃນຊ່ວງນີ້ ຄວາມຮັກ ສຸກສົມຫວັງລົງຕົວ ມີໂອກາດພັດທະນາຄວາມສຳພັນໃນແບບເລິກຊື່ງຫລາຍຂຶ້ນ

ວັນອາທິດ:ການງານຈະເຮັດທຸລະກິດໃດໆ ປະສົບຄວາມສຳເລັດ ເປັນເງິນເປັນທອງໄປທຸກຢ່າງ ການເງິນ ຄິດເງິນກໍໄດ້ເງິນໃນຊ່ວງນີ້ ຫລືຜູ້ໃຫຍ່ຈະຊ່ວຍເຫລືອອຸປະຖຳທາງດ້ານການເງິນ ຄວາມຮັກ ຊ່ວງນີ້ງົດການສື່ສານກັບຄົນຮັກ ຈະໄດ້ເປັນການຫຼີກລ້ຽງການຜິດໃຈກັນ