ໄປສະນີໄທ ກວດພົບຢ າອີ ມູນຄ່າຫຼາຍກວ່າ 50 ລ້ານບາດ ສົ່ງຈາກເ ຢຍລະມັນ ມາ ລາວ ຫໍ່ຊ້ອນໃນເມັດກາເຟ
ວັນທີ 10 ມັງກອນ 2022 ເວລາ 15:00 ທີ່ຈຸດກວດສອບໄປສະນີ ຢູ່ທີ່ສູນໄປສະນີກຸງເທບ, ຫ້ອງການພາສີກຸງເທບ ໄດ້ມີຖະແຫຼງຂ່າວ ການກວດຍຶ ດຢາເ ສບ ຕິດທີ່ໃຫ້ໂທ ດປະເພດ 1 ຄື ຢ າເສ ບຕິ ດປະເພດ ເອັກຕ າ ຊີ (Xt acy) ຫຼື ຢາອີ ໂດຍນໍາເຂົ້າມາຈາກປະເທດເຢຍລະມັນ ເພື່ອຜ່ານແດນໄທມາຍັງ ສປປ. ລາວ
ເຊິ່ງມີມູນຄ່າຫຼາຍກວ່າ 50 ລ້ານບາດ.ທ່ານ ໄຊຍຸດ ຄໍາຄຸນ ທີ່ປຶກສາດ້ານການພັດທະນາລະບົບຄວບຄຸມພາສີ ຢູ່ໄທ ກ່າວວ່າ ຂະນະທີ່ເຈົ້າໜ້າທີ່ໄປສະນີກໍາລັງຄັດແຍກພັດສະດຸທີ່ກໍາລັງຈະຖືກສົ່ງລະຫວ່າງປະເທດ ໄປຍັງປາຍທາງ ກໍໄດ້ພົບກ່ອງພັດສະດຸຈໍານວນ 2 ກ່ອງ ເຊິ່ງສົ່ງມາຈາກປະເທດເຢຍລະມັນ ໄປຍັງປາຍທາງນັ້ນກໍຄື
ສ.ປ.ປ ລາວ ໂດຍເຮັດໃຫ້ຄືກັບວ່າ ມັນແມ່ນຊັອກໂກແລັດ ແລະ ເມັດກາເຟ ແຕ່ຈາກການກວດສອບເອັກສະເລຈາກໜ້າຈໍຄອບພິວເຕີ ພົບວ່າມີຄວາມໜ້ າສົງ ໄສ ຍ້ອນສິ່ງຂອງໃນກ່ອງມີການຊ້ອນທັບກັນ ຈຶ່ງທໍາການກວດສອບ ແລະ ແກະພັດສະດຸທັງ 2 ກ່ອງເພື່ອພິສູດ, ຜົນປາກົດວ່າ ເປັ ນຢ າເສ ບຕິ ດປະເພດ 1 ຄື ເອັ ກ ຕາຊີ ຫຼື ຢ າອີ
ບັນຈຸຢູ່ໃນຖົງກາເຟສໍາເລັດຮູບ ແລະ ມີຖົງຊັອກໂກແລັດທັບໄວ້, ໂດຍທີ່ກ່ອງທໍາອິດມີຢ າອີຢູ່ 7 ຖົງ ສ່ວນກ່ອງທີ 2 ມີຢ າອີ 12 ຖົງ ລວມຈໍານວນທັງໝົດແມ່ນ 50,290 ເມັດ, ນໍ້າໜັກ 23 ກິໂລກຣັມ ມີມູນຄ່າປະມານ 50 ລ້ານບາດ (ປະມານ 17,5 ຕື້ ກີບ).ເຊື່ອວ່າ ບຸກຄົນນໍາສົ່ງເປັນຄົນດຽວກັນ ໂດຍປາຍທາງເປັນບຸກຄົນໃນ ລາວ ເອງ, ສໍາລັບສິນຄ້າທັງ 2 ກ່ອງນີ້
ເປັນຜະລິດຕະພັນທີ່ສົ່ງຜ່ານທາງເຮືອ ຈຶ່ງເຮັດໃຫ້ສິນຄ້າທັງ 2 ກ່ອງ ຕ້ອງຜ່ານການຄັດແຍກຈາກໄທ ກ່ອນສົ່ງຕໍ່ມາຍັງ ສປປ. ລາວ ເຊິ່ງເປັນຄັ້ງທໍາອິດທີ່ກວດພົ ບຢ າເສ ບຕິ ດໃນພັດສະດຸລະຫວ່າງປະເທດ.ໂດຍຫຼັງຈາກນີ້, ທາງການໄທ ຈະປະສານໄປຍັງໜ່ວຍງານທີ່ກ່ຽວຂ້ອງ ລວມເຖິງປະເທດຕົ້ນທາງ ແລະ ປາຍທາງ ເພື່ອດໍາເນີນການສືບສວນ ຈັບກຸມຂະບວນຄ້ າຢ າເສ ບຕິ ດຂ້າມຊາດລາຍນີ້ຕໍ່ໄປ.
ຂໍ້ມູນຈາກ: mgronline