ກົດໄລ້ ກົດແຊຣ໌ ດວງລາຍວັນ 14 ມັງກອນ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
141

ຄົນເກີດວັນຈັນ:ການ​ງານ​​ ຈະ​ເຮັດ​ທຸລະກິດ​ໃດ​ໆ ປະ​ສົບ​ຄວາມ​ສຳ​ເລັດ ​ແລະ ​ໄດ້​ພົບ​​ຄອນ​ເນັກ​ຊັ່ນ​ໃໝ່​ໆ ການ​ເງິນໂຊ​ກດີ​ຈະ​ມີ​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງດວງດີຫຼາຍ​ໆ ຄວາມ​ຮັກ​ຈະ​ພົບ​ຄົນທີ່​ມີສະເໜ່ໂດຍ​​ບໍ່​ທັນ​ຕັ້ງ​ຕົວ ເຮັດໃຫ້​ຮູ້ສຶກ​ດີ​ໃຈ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6

ຄົນເກີດວັນອັງຄານ:ການ​ງານ​​ເຮັດ​ທຸລະກິດ​ໃນ​ການ​ໃຫ້ເປັນ​ທີ່​ປຶກ​ສາ​ຈະ​ໄດ້ຮັບ​ຄວາມ​ໜ້າ​ເຊື່ອ​ຖື​ ແລະ ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ຂອງ​ມີ​ຄ່າຫຼື​ເຄື່ອງ​ປະ​ດັບ​ໃໝ່ ຄວາມ​ຮັກ​ຈະ​ພົບ​ຮັກ ພົບ​ຄູ່​ຄອງ ເພາະ​ບຸນ​ເກົ່າ​ນຳ​ພາ​ມາ​ໃຫ້​ພົບກັນ ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​8

ຄົນເກີດວັນພຸດ:ການ​ງານ​ຈະ​ເຮັດ​ຫຍັງ​ກໍ​ກ້າວ​ໜ້າ ປະ​ສົບ​ຄວາມ​ສຳ​ເລັດ ເພາະ​ຕົນເອງ​ນັ້ນ​ມີ​ຄວາມ​ສ້າງສັນ​ມີ​ຄວາມ​ເປັນ​ຜູ້​ນຳ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ໂຊ​ກດີຫຼາຍ​ໆ ຄວາມ​ຮັກສຸກ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ແນ່ນອນ​ໃນໄລຍະນີ້ ມີ​ໂອ​ກາດ​ພົບ​ຄູ່ ພົບ​ຄົນທີ່​ຖືກ​ໃຈ ເຄື່ອງມຸງຄຸນ​​ຫິນນໍາໂຊກສີບົວ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​2

ຄົນເກີດວັນພະຫັດ:ການ​ງານ​ໄດ້​ເຮັດວຽກ​ຢ່າງ​ທີ່​ຕົນເອງ​ນັ້ນ​ມີ​ຄວາມ​ມັກ ​ແລະ ​ມີ​ໂອ​ກາດ​ໄດ້ຮັບ​ຕຳແໜ່ງ​ໃໝ່ ການ​ເງິນ​ມີ​ຄວາມ​ກັງ​ວົນ​ໃຈ​ດ້ານ​ການ​ໃຊ້​ຈ່າຍ​ດ້ານ​ການ​ໃຊ້​ເງິນ ຄວາມ​ຮັກ​ ສົມ​ຄວາມ​ປາດຖະໜາ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນ​​ ໄຂ່ມຸກ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​0

ຄົນເກີດວັນສຸກ:ການ​ງານ​ເລັ່ງ​​ໃນ​ການສ້າງ​ຜົນ​ງານ​ແບບ​ວ່ອງໄວ​ເກີນ​ໄປ​ໃນໄລຍະນີ້​ຈະ​ເກີດ​ຄວາມ​ຜິດ​ພາດ ການ​ເງິນ​ຈະ​ມີ​ໂຊກ​ໃຫຍ່​ໃນໄລຍະນີ້  ອາດມາຈາກຜູ້ໃຫຍ່ອຸປະຖໍາ ຄວາມ​ຮັກ​​ ການ​ສື່​ສານລະ​ວັງ​ຄຳ​ເວົ້າ​ທີ່​ສື່​ສານ​ກັບ​ຄົນ​ຮັກ​ເກີດ​ຄວາມ​ເຂົ້າໃຈ​ຜິດ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​4

ຄົນເກີດວັນເສົາ:ການ​ງານຈະ​ພົບ​ຜູ້​ອຸປະຖຳ​ດ້ານ​ການ​ງານ ທີ່ທ່ານຖືກມອບໝາຍ ການ​ເງິນ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ ໂຊ​ກດີຫຼາຍ​ໆ ຄວາມ​ຮັກຖ້າມີ​ການເດິນທາງ​ໄປ​ຢ້ຽມ​ບ້ານ​ເກີດ​ມີ​ໂອ​ກາດ​ພົບ​ຄູ່​ຄອງ ເຄື່ອງມຸງຄຸນ​ຫິນນໍາໂຊກສີສົ້ມ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​1

ຄົນເກີດວັນອາທິດ:ການ​ງານເຮັດວຽກ​ດ້ວຍ​ຄວາມໝັ້ນ​ໃຈ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນເຖິງ​ແມ່ນ​ຈະ​ໄດ້​ເຂົ້າ​ມາ​ເພີ່ມ​ຂຶ້ນໄລຍະນີ້​ຕ້ອງ​ວາງ​ແຜນ​ໃຊ້​ຄວາມ​ປະ​ຢັດ​ຮ່ວມນຳ​ຈຶ່ງ​ຈະ​ມີ​ເງິນ​ເຫຼືອ​ເກັບ
ຄວາມ​ຮັກເປັນ​ມື້​ໂຊ​ກດີ​ເພາະ​ຈະ​ໄດ້​ພົບ​ຄູ່​ຄອງ ຄູ່​ຮັກ​ຄົນ​ໃໝ່ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນ​ສີແດງ ເລກ​ນຳ​ໂຊກ​3