ສປປ ລາວ ຖືກຍົກເປັນປະເທດທີ່ມີຕົ້ນທຶນ ຊັບພະຍາກອນທຳມະຊາດສູງສຸດໃນໂລກ

0
153

ສປປ ລາວ ຖືກຍົກເປັນປະເທດທີ່ມີຕົ້ນທຶນ ຊັບພະຍາກອນທຳມະຊາດສູງສຸດໃນໂລກ

ສປປລາວ ຖືກຍົກເປັນປະເທດທີ່ມີຕົ້ນທຶນ ຊັບພະຍາກອນທຳມະຊາດສູງສຸດໃນໂລກໃນປີ 2021 ເຊິ່ງຖືເປັນການຕອກຢ້ຳຄືນເຖິງຄຳເວົ້າທີ່ວ່າ “ປະເທດລາວອຸດົມສົມບູນໄປດ້ວຍຊັບໃນດິນສິນ ໃນນໍ້າ” ແລ້ວພວກເຮົາຈະຮັກສາຄວາມຮັ່ງມີນີ້ໄດ້ ແນວໃດ?

ເປັນຂ່າວດີສຳລັບ ສປປລາວ ໃນປີ 2021 ກໍວ່າໄດ້ ໃນເມື່ອເວບໄຊ໌ ເອໂຄ-ບິສເນັສ໌ (Eco-business) ໄດ້ເຜີຍແພ່ບົດລາຍງານ ດັດສະນີ ຕົ້ນທຶນ ຊັບພະຍາກອນທໍາມະຊາດ (Natural Capital Index) ຂອງໂລກປະຈຳປີ 2021 ເຊິ່ງ ສປປລາວ ຖືກຈັດ ເປັນອັນດັບໜຶ່ງຂອງໂລກ ຮອງລົງມາແມ່ນ ສາມປະເທດຢູ່ ທະວີບອາເມລິກາໃຕ້ ຄື ໂຄລົມບີ, ປາຣາກວາຍ ແລະ ໂບລີວີ.

ບົດລາຍງານນີ້ ແມ່ນໄດ້ວັດແທກຕົ້ນທຶນທາງ ຊັບພະຍາກອນທໍາມະຊາດຂອງບັນດາປະເທດໃນ ໂລກ ໂດຍທີຕົ້ນທຶນຊັບພະຍາກອນທໍາມະຊາດ ຂອງປະເທດໃດໜຶ່ງ ປະກອບດ້ວຍສະພາບ ແວດລ້ອມທາງກາຍະພາບ, ເງື່ອນໄຂດິນຟ້າ ອາກາດ ແລະຊັບພະຍາກອນທຳມະຊາດທີ່ມີ ແລະ ຍັງບໍ່ໄດ້ຖືກລົບກວນ ຮວມທັງ ຊັບພະຍາກອນນໍ້າທີ່ ພຽງພໍ.

ຕົ້ນທຶນຊັບພະຍາກອນທຳມະຊາດແບ່ງອອກເປັນ 5 ໝວດຄື ແຫຼ່ງນໍ້າ, ຊີວະນາໆພັນ, ດິນກະສິກຳທີ່ ອຸດົມສົມບູນ (ມີການຄໍ້າປະກັນສະບຽງອາຫານ ພາຍໃນປະເທດ), ມີຊັບພະຍາກອນພະຍາກອນ ທຳມະຊາດອື່ນໆ ແລະ ຄວາມສ່ຽງຕໍ່ການປ່ຽນແປງ ດິນຟ້າອາກາດ.

ຕົ້ນທຶນຊັບພະຍາກອນທຳມະຊາດຂອງປະເທດ ແມ່ນ ສະທ້ອນໃຫ້ເຫັນເຖິງ ຊີວິດການເປັນຢູ່ທີ່ຍືນ ຍົງ ແລະ ສຸຂະພາບຂອງປະຊາກອນ ແລະ ເສດຖະກິດ ໃນ ປັດຈຸບັນ ແລະ ອະນາຄົດ. ຕົ້ນທຶນ ຊັບພະຍາກອນທຳມະຊາດນີ້ ແມ່ນຄິດໄລ່ ໂດຍອີງ ໃສ່ 28 ຕົວຊີ້ວັດຂອງຂໍ້ມູນທາງດ້ານ ປະລິມານ ຈາກແຫຼ່ງຂໍ້ມູນສາກົນ ທີ່ເຊື່ອຖືໄດ້.

ເພາະສະນັ້ນ ພວກເຮົາຈົ່ງພາກພູມໃຈໃນຄວາມດຸ ດົມຮັ່ງມີຂອງປະເທດ ທີ່ບັນພະບູລຸດຂອງພວກເຮົາ ໄດ້ເລືອກ ທີ່ຕັ້ງປະເທດ ທີ່ມີຄວາມອຸດົມສົມບູນແກ່ ພວກເຮົາໄດ້ເພິ່ງພາອາໄສ ສືບທອດກັນມາຫຼາຍ ເຊັ່ນຄົນ.
ແຕ່ພາລະກິດທີ່ຍິ່ງໃຫຍ່ຂອງພວກເຮົາກໍຄື ຈະ ສາມາດປົກປັກຮັກສາ ຄວາມອຸດົມສົມບູນນີ້ໃຫ້ໄດ້ ຍືນຍົງຕະຫຼອດ ໄປໄດ້ແນວໃດ? ດັ່ງທີ່ພວກເຮົາ ຮັບຮູ້ກັນແລ້ວວ່າ ຄວາມຮຽກຮ້ອງ ຕ້ອງການໃນ ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຮົາປັດຈຸບັນ ທີ່ຍັງເອື່ອຍອີງໃສ່ຊັບພະຍາກອນ ທຳມະຊາດເປັນຫຼັກນີ້ ແມ່ນໄພຂົ່ມຂູ່ໂດຍກົງຕໍ່ຕົ້ນ ທຶນຊັບພະຍາກອນທຳມະຊາດ.

ຜູ້ຂຽນຂໍຍົກຕົວຢ່າງທ່າອ່ຽງຂອງກິດຈະກຳການ ພັດທະນາຢູ່ບ້ານຜູ້ຂຽນ ພາກກາງຂອງປະເທດເຮົາ ທີ່ມີຊັບພະຍາກອນທຳມະຊາດ ອຸດົມສົມບູນ, 10 ປີ ກ່ອນ ບ້ານ ມີປ່າສະຫງວນທີ່ຕືບໜາຫຼາຍສິບ ເຮັກຕາ, ມີສາຍນໍ້າ ທີ່ອຸດົມສົມບູນ ປະຊາຊາຊົນ ສາມາດຫາກິນໄດ້ສະດວກສະບາຍ ແຕ່ມາຮອດ ປັດຈຸບັນ ຍ້ອນ ລາຄາ ຢາງພາລາ ສູງຂຶ້ນປະຊາຊົນ ພາຍໃນບ້ານ ພາກັນແຜ້ວຖາງປ່າ ເພື່ອປູກຢາງພາ ລາ ຫຼື ຂາຍໃຫ້ນາຍທຶນ ມາຮອດດຽວນີ້ ບໍ່ມີປ່າ ສະຫງວນອີກເລີຍ, ຫ້ວຍນໍ້າທີ່ເຄີຍອຸດົມສົມບູນ ກໍ ເຫືອດແຫ້ງ ເຫຼືອໄວ້ແຕ່ດິນຊາຍຜົງຂາວ.

ອັນນີ້ກໍແມ່ນທ່າອ່ຽງໃນທົ່ວປະເທດພວກເຮົາ ທີ່ ຂຸ້ນຂ້ຽວຊຸກຍູ້ການຜະລິດສົ່ງອອກ ບໍ່ວ່າຈະເປັນ ຢາງພາລາ, ໝາກກ້ວຍ, ມັນຕົ້ນ ແລະອື່ນໆ ເຊິ່ງອັນ ນີ້ ກໍແມ່ນຕົວຢ່າງສ່ວນນ້ອຍນຶ່ງເທົ່ານັ້ນ. ເພື່ອ ຄວາມຍືນຍົງ ພວກເຮົາຈະຕ້ອງມີການຈັດສັນ ການ ນຳໃຊ້ທີ່ດິນ, ປ່າໄມ້ ທີ່ເໝາະສົມ ວ່າ ປ່າໄມ້ບ່ອນໃດ ຄວນຮັກສາ ດິນບ່ອນໃດຄວນປູກຫຍັງ. ແມ່ນຢູ່

ພວກເຮົາ ຕ້ອງການລາຍຮັບຫຼາຍ ຈາກການຜະລິດ ສົ່ງອອກ ແຕ່ຕ້ອງຄິດເຖິງຄວາມຍືນຍົງ ດັ່ງໃນສານ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກ່າວໃນ ການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ 2021 ຜ່ານມາວ່າ “ພວກເຮົາຕ້ອງເອົາຊີວິດ ເປັນເດີມພັນ ໃນການປົກປ້ອງຊັບພະຍາກອນຂອງ ພວກເຮົາ”.

ອັນນີ້ແມ່ນຖືກຕ້ອງທີ່ສຸດ ເພື່ອເຮັດໃຫ້ ຄວາມ ອຸດົມສົມບູນທາງທຳມະຊາດ ປະເທດເຮົາ ຍັງຄົງຢູ່ ຄູ່ຄົນລາວຕະຫຼອດໄປ.

ຂອບໃຈຂ່າວ : ໜັງສືພິມລາວພັດທະນາ