ກົດໄລ້ ກົດແຊຣ໌ ດວງລາຍວັນ 19 ມັງກອນ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
471

ຄົນເກີດວັນ ຈັນ:ການ​ງານ ຈະ​ເຮັດ​ທຸລະ​ກິດຈະການ​ງານ​ໃດ​ໆ ຈະ​ປະ​ສົບ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ ໄດ້​ຜົນ​ກຳ​ໄລ​ທີ່​ດີ​ຫລາຍ ການ​ເງິນ ໂຊ​ກດີ​ສະເໝີ​ດ້ວຍສິນລະປະ ແລະ ​ຄຳ​ເວົ້າ​ອ່ອນ​ຫວານ​ທີ່​ສຸ​ພາບ ມັກ​ຈະ​ມີເກນລໍ​ຖ້າ​ຊ່ວຍ​ເຫລືອ ​ແລະ ​ໃຫ້​ການ​ອຸປະຖຳ​ທາງ​ດ້ານ​ການ​ເງິນ​ສະເໝີ ຄວາມ​ຮັກ ລົງ​ຕັວ​ໃນ​ເລື່ອງ​ຂອງ​ຄວາມ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ມີ​ຂ່າວ​ດີ​ກ່ຽວກັບ​ເລື່ອງ​ຄວາມ​ຮັກ ສຸກ​ສົມ​ຫວັງ ພັດທະນາ​ຄວາມ​ສຳພັນ​ຢູ່ໃນ​ເກນ​ທີ່​ເລິກ​ຊຶ່ງ ​ແລະ ​ຈິງ​ໃຈ

ຄົນເກີດວັນ ອັງຄານ:ການ​ງານ​ ໂຊກ​ດີ​ກົງ​ທີ່​ວ່າ​ມີ​ຄົນ​ຖ້າ​ອຸປະຖຳ​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ງານ​ເຮັດໃຫ້​ຕົນເອງ​ນັ້ນ​ສ້າງ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ ການ​ເງິນ ບີບ​ຄັ້ນ​ແລະ​ຕຶງ​ຄຽດ​ເປັນ​ຢ່າງ​ຫລາຍ​ໃນ​ຊ່ວງ​ນີ້ ລະ​ວັງ​ຈະ​ໃຊ້​ເງິນ​ຢູ່ໃນ​ສະພາ​ວະ​ເກືອບ​ໜ້າ​ບໍ່​ເຖິງ​ຫຼັງ ​ຄວາມ​ຮັກ​ ຍັງ​ປະຕິເສດ​ໂດຍ​ສິ້ນ​ເຊີງ​ເລື່ອງ​ຂອງ​ຄວາມ​ຮັກ ເພາະ​ທ່ານ​ນັ້ນ​ມັກ​ຄົົນທີ່​ເກັ່ງ ມີ​ຄວາມ​ສາມາດ ແລະ​ ຕ້ອງ​ໃສ່​ໃຈ​ທ່ານ​ຫລາຍ​ໆ

ຄົນເກີດວັນ ພຸດ:ການ​ງານ ຈະ​ພົບ​ໄດ້​ວ່າ​ໃຜ​ບາງ​ຄົນ​ເປັນ​ຄົນ​ໃກ້​ຕົວ​ຢາກ​ຈະ​ມາ​ຮ່ວມ​ເຮັດ​ທຸລະກິດ​ ກໍ​ຖື​ວ່າ​ເປັນ​ໂຊ​ກດີ​ທີ່​ຈະ​ໄດ້​ຫຸ້ນ​ສ່ວນ​ເພີ່ມ​ຂຶ້ນ ການ​ເງິນ ເງິນ​ກ້ອນ​ໃຫຍ່​ຕ້ອງ​ໄດ້​ແນ່​ໆ ໂຊ​ກດີ​ຫລາຍ​ຂຶ້ນ​ໃນ​ຊ່ວງ​ນີ້ ຄວາມ​ຮັກ ​ ຈະ​ພົບ​ຮັກ​ກັບ​ຄົົນທີ່​ມີ​ອາ​ຍຸ​ຫລາຍກວ່າ​ຈະ​ສົມ​ຫວັງ​ດ້ານ​ຄວາມ​ຮັກ

ຄົນເກີດວັນ ພະຫັດ:ການ​ງານ ເໝາະ​ກັບ​ທຸລະກິດ​ເປີດ​ຣ້ານ​ເຮັດ​ຂະໜົມ ເໝາະ​ກັບ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ນັກຮຽໜ ຫລື​ ເດັກ ຫລື​ ການ​ສອນ​ພິເສດ ການ​ໃຫ້​ຄຳ​ປຶກ​ສາ ​ແລະ​ແນະ​ນຳ ການ​ເງິນ ​​ຈະ​ເຮັດ​ໄດ້​ເອງ​ດ້ວຍ​ຄວາມ​ຂະຫຍັນ​ໝັ່ນ​ພຽນ ແລະ ​ເງິນ​ພິເສດ​ຈາກ​ງານ​ທີ່​ຕົນເອງ​ນັ້ນ​ລົງ​ມື​ເຮັດ​ດ້ວຍ​ຄວາມ​ພຽນ​ພະຍາຍາມ​ຈະ​ເຮັດໃຫ້​ຕົນເອງ​ນັ້ນ​ເກີດ​ຄວາມຫມັ້ນຄົງ​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງຄວາມ​ຮັກ ບາງເທື່ອ​ຄຳ​ເວົ້າ​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ເຮັດໃຫ້​ເກີດ​ຄວາມ​ຫງຸດ​ຫງິດ​ໃຈ ໃນ​ຊ່ວງ​ນີ້ ບໍ່​ຄວນ​ໃຊ້​ອາລົມ​ກັບ​ຄົນ​ຮັກ

ຄົນເກີດວັນ ສຸກ:ການ​ງານ ຈະ​ເຮັດ​ທຸລະກິດ​ໃດ​ໆ ໃນ​ຊ່ວງ​ນີ້​ກໍ​ຕ້ອງ​ຖາມ​ຕົນເອງ​ວ່າ​ມີ​ຄວາມ​ພ້ອມ​​ແລ້ວບໍ່ ເມື່ອ​ພ້ອມ​ທຸກ​ຢ່າງ​ແລ້ວ​ກໍ​ໃຫ້​ລຸຍ​ໄດ້​ເຕັມ​ທີ່​ຈະ​ເກີດ​ຄວາມ​ສຳ​ເລັດ​ຢ່າງ​ທີ່​ຕົນ​ນັ້ນ​ຄາດ​ຫວັງ ການ​ເງິນ​ ການ​ລົງ​ນາມ​ເຊັນ​ສັນຍາ​ໃດ​ໆ ກັບ​ທຶນ​ທາງ​ດ້ານ​ການ​ເງິນ ປະ​ສົບ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ ຄວາມ​ຮັກ ຖ້າ​ບໍ່​ໃຊ້​ອາລົມ​ຫລາຍ​ຈົນ​ເກີນ​ໄປ​ຈະ​ເຮັດໃຫ້​ຄວາມ​ສຳພັນ​ຄວາມ​ຮັກ​ເທື່ອ​ນີ້​ດີ ​ເພາະ​ມີ​ໂອ​ກາດ​ຈະ​ພົບ​ຄູ່​ຄອງ​ທີ່ດີກໍ​ເປັນ​ໄປ​ໄດ້

ຄົນເກີດວັນ ເສົາ:ການ​ງານ​ ມີ​ຄວາມ​ລະອຽດ​ເລິກ​ຊຶ່ງ​ໃນ​ເລື່ອງ​ຂອງ​ແຜນ​ງານ ​ແລະ ​ຄວາມ​ຄິດ​ໃນ​ແບບ​ເປັນ​ຂັ້ນ​ເປັນ​ຕອນ ທີ່​ຈິງ​ແລ້ວ​ຫາ​ຫຸ້ນ​ສ່ວນ​ທີ່​ດີ​ທີ່​ໄວ້​ໃຈ​ໄດ້​ຮ່ວມ​ກັນ​ເຮັດວຽກ​ຈຶ່ງ​ຈະ​ດີກວ່າ ຈະ​ເກີດ​ຄວາມ​ສຳ​ເລັດ​ໄດ້​ງ່າຍ​ກວ່າ​ທີ່​ຈະ​ມຸ້ງ​ເນັ້ນ​ພະຍາຍາມ​ເຮັດ​ຢູ່​ຄົນ​ດຽວ ການ​ເງິນ​ມັກ​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ເງິນ​ອອກ​ໄປ​ສະເໝີ​ເພາະ​ວ່າ​ຄື​ໂຊກ​ຊະ​ຕາ​ໃນ​ຊ່ວງ​ນີ້​ຈະ​ມີ​ເລື່ອງ​ເສຍ​ຊັບ​ເລື້ອຍໆ ແບບ​ຫຼີກ​ລ້ຽງ​ບໍ່​ໄດ້ ຄວາມ​ຮັກ ວຽກງານ​ມາ​ກ່ອນ ຊ່ວງ​ນີ້ ຄວາມ​ຮັກ​ມາ​ພາຍ​ຫລັງ ແຕ່​ຖ້າ​ຈະ​ພົບ​ໃຜ​ກໍ​ເປັນ​ຄົນ​ເກົ່າ​ໆ

ຄົນເກີດວັນ ອາທິດ:ການ​ງານ​ ໃຊ້​ຈິນ​ຕ​ະນາ​ການ​ສູງ​ຫລາຍ​ໃນ​ເລື່ອງ​ຂອງ​ວຽກງານ​ຂຽນ ເໝາະ​ສຳລັບ​ເປັນ​ອາ​ຊີບ​ນັກ​ຂຽນ ນັກ​ປະພັນ ຫລື​ອາ​ຊີບ​ທີ່​ຕ້ອງ​ໃຊ້​ພາສາ​ໃນ​ການ​ຕິດ​ຕໍ່ ພາສາ​ຕ່າງ​ປະເທດ ການ​ເງິນ ຫາ​ເງິນ​ກ້ອນ​ໄດ້​ມາ​ເພາະ​ຕົນເອງ​ນັ້ນ​ມີ​ຄວາມ​ຮູ້ ຄວາມ​ສາມາດ ແລະ​ມີຄົນ​ຢາກ​ຈະ​ດຶງ​ໂຕ​ໄປ​ຮ່ວມ​ເຮັດ​ທຸລະ​ກິດຈະການ​ງານ ຈຶ່ງ​ໄດ້​ຜົນ​ປະໂຫຍດ​ເຂົ້າ​ມາ​ເພີ່ມ​ຂຶ້ນ ຄວາມ​ຮັກ​ຫາ​ເງິນ​ກ້ອນ​ໄດ້​ມາ​ເພາະ​ຕົນເອງ​ນັ້ນ​ມີ​ຄວາມ​ຮູ້ ຄວາມ​ສາມາດ ແລະ​ມີຄົນ​ຢາກ​ຈະ​ດຶງ​ໂຕ​ໄປ​ຮ່ວມ​ເຮັດ​ທຸລະ​ກິດຈະການ​ງານ ຈຶ່ງ​ໄດ້​ຜົນ​ປະໂຫຍດ​ເຂົ້າ​ມາ​ເພີ່ມ​ຂຶ້ນ