ທົ່ວໂລກ ຕິດເຊື້ອໂຄວິດ-19ລາຍໃໝ່ກວ່າ18ລ້ານຄົນພາຍໃນ1ອາທິດ ຂປລ.ຕາມຂ່າວຈາກ ເຈນີວາ ຂອງສະວິດ, ວັນທີ19ມັງກອນ2022, ທ່ານ ເທດໍຣສ ແອດຮານອມ ເກເບຣເຢຊຸສ(Tedros Adhanom Ghebreyesus),ຜູ້ອຳນວຍ ການ ອົງການ ອະນາໄມໂລກ(WHO)ຖະແຫລງວ່າ: ທົ່ວໂລກ ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ ຫລາຍກວ່າ18ລ້ານຄົນ ພາຍໃນ 1ອາທິດ ຜ່ານມາ ເພີ່ມ
ສູງຂຶ້ນ20% ເມື່ອທຽບໃສ່ ອາທິດກ່ອນ ແລະ ເປັນສະຖິຕິ ສູງສຸດ ຄັ້ງໃໝ່ ສົ່ງຜົນໃຫ້ມີ ຜູ້ຕິດເຊື້ອ ສະສົມ ທົ່ວໂລກ ຫລາຍກວ່າ 323ລ້ານຄົນ ແລະ ເສຍຊີວິດ ຫລາຍກວ່າ 5,5ລ້ານຄົນ ເຊິ່ງທຸກພາກພື້ນ ຂອງໂລກ ຍັງຄົງ ມີຈຳນວນ ເພີ່ມຂຶ້ນຫລາຍ ແຕ່ຍົກເວັ້ນ ອາຟຣິກາ ມີຍອດ ຜູ້ຕິດເຊື້ອ ໂຄວິດ-19 ຫລຸດລົງ27% .ຂະນະທີ່ ອາຊີ ຕາເວັນອອກ ສ່ຽງໃຕ້ ມີຜູ້ຕິດເຊື້ອ ເພີ່ມຂຶ້ນ145% ແລະ ມີຜູ້ເສຍຊີວິດ ເພີ່ມຂຶ້ນ 12% ເມື່ອທຽບໃສ່ ອາທິດ ກ່ອນໜ້ານີ້./.
ທົ່ວໂລກ ຕິດເຊື້ອໂ ຄ ວິ ດ-19ລາຍໃໝ່ກວ່າ18ລ້ານຄົນພາຍໃນ1ອາທິດ
ທົ່ວໂລກ ຕິດເຊື້ອໂ ຄ ວິ ດ-19ລາຍໃໝ່ກວ່າ18ລ້ານຄົນພາຍໃນ1ອາທິດ
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ