ຮ່ວມກັນລັກສາຍໄຟຢູ່ສະຖານີລົດໄຟ ລາວ-ຈີນ ຈຸດດົງໂພສີ ໜີບໍ່ລອດເຈົ້າໜ້າທີ່ຈັບໄດ້.

0
243

+ພັທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າກອງບັນ ຊາການ ປກສ ເມືອງ ຫາດຊາຍຟອງ ໄດ້ໃຫ້ຮູ້ໃນວັນທີ 18 ມັງກອນນີ້ ວ່າ: ເລີມແຕ່ວັນທີ 6 – 15 ມັງກອນ 2022 ໄດ້ມີຄົນຮ້າຍເຂົ້າໄປລັກຕັດສາຍໄຟຢູ່ສະຖານີລົດໄຟລາວ-ຈີນ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ຈໍານວນຫຼາຍຄັັ້ງ ເຊິ່ງມີມູນຄ່າຄວາມເສຍຫາຍທັງໝົດຈໍານວນ 83.426.000 ກີບ ຕາມການແຈ້ງຂອງບໍລິສັດຮັກສາຄວາມປອດໄພ ສະຖານີລົດໄຟລາວ-ຈີນ ຈຸດບ້ານດົງໂພສີ.

+ມາຮອດວັນທີ15 ມັງກອນ 2022 ເວລາ 23:00 ໂມງ ພະນັກງານບໍລິສັດຮັກສາຄວາມປອດໄພສະຖານີລົດໄຟລາວ-ຈີນ ຈຸດບ້ານ ດົງໂພສີ ສາມາດຈັບຕົວຄົນຮ້າຍໄດ້ 1 ຄົນ ຊື່ທ້າວ ວັງ ອາຍຸ 25 ປີ, ກໍາມະກອນ ບ້ານຂັນເທີງ ເມືອງນໍ້າບາກ ແຂວງຫຼວງພະບາງ ພັກເຊົາຢ່ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຜູ້ກ່ຽວກຳລັງຈະເຂົ້າໄປລັກຕັດສາຍໄຟຟ້າເພື່ອເອົາທອງແລ້ວມອບໃຫ້ເຈົ້າໜ້າທີ່ຕຳຫຼວດລົດໄຟລາວ-ຈີນ ປກສ ເມືອງຫາດຊາຍຟອງ ແລະໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ.

+ຜ່ານການການສືບສວນ-ສອບສວນ ຂະຫຍາຍຜົນສາມາດຈັບຕົວຜູ້ຮ່ວມຂະບວນການໄດ້ອີກ 4 ຄົນຄື:
1. ທ້າວ ມີ ອາຍຸ 38 ປີ,ອາຊີບກຳມະກອນຢູ່ບ້ານນໍ້າລິດ ເມືອງ ປາກລາຍ ແຂວງ ໄຊຍະບູລີ;
2. ທ້າວ ມາເລ (ໄມ) ອາຍຸ 29 ປີ,ກຳມະກອນ ຢູ່ບ້ານປຸງທາງ ເມືອງຊໍາໃຕ້ ແຂວງຫົວພັນ;
3. ທ້າວ ສີງ ອາຍຸ 28 ປີ,ກຳມະກອນ ຢູ່ບ້ານເມືອງວັນ ເມືອງແອດ ແຂວງຫົວພັນ.
4. ທ້າວ ພຸດທະສັກ (ຕອຍ) ອາຍຸ 31 ປີ ກຳມະກອນ ຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ
ນະຄອນຫຼວງວຽງຈັນ.

ປັດຈຸບັນທັງ 4 ຄົນ ແມ່ນພັກເຊົາຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ສາມາດຢືດຂອງກາງປະເພດອຸປະກອນຕັດສາຍໄຟ ແລະ ເຄື່ອງຢາມກະແສໄຟຟ້າ.

+ຜ່ານການສືບສວນ-ສອບສວນ ພວກກ່ຽວສາລະພາບໃນເບື້ອງຕົ້ນວ່າ: ໄດ້ມາເຮັດວຽກເປັນກຳມະກອນກໍ່ສັ້າງຢູ່ໃນສະຖານີລົດໄຟດັ່ງກ່າວ.ຕໍ່ມາການກໍ່ສ້າງໄດ້ສຳເລັດແລັ້ວ, ແຕ່ພວກກ່ຽວຍັງບໍ່ທັນໄດ້ກັບບ້ານຂອງຕົນ ໄດ້ພັກເຊົາຢູ່ແຄັມກໍ່ສ້າງເຂດໃກ້ຄຽງ ຈືຶ່ງພາກັນເຂົ້າໄປລັກຕັດສາຍໄຟຟ້າແຮງສູງເພື່ອປອກເອົາທອງຢູ່ສະຖານີລົດໄຟລາວ-ຈີນ ຈຸດບ້ານດົງໂພສີ ຈຳນວນ 09 ຄັັ້ງ, ແລ້ວນຳໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດເປັນກິໂລ, ເມື່ຶອໄດ້ເງິນມາກໍເອົາໄປຊື້ຢາບ້າມາເສບ ແລະ ຫຼິ້ນເກມຫມົດ.

#ຂອບໃຈຂໍ້ມູນຈາກ ປກສ ເມືອງຫາດຊາຍຟອງ
#ໜັງສືພິມຄວາມສະຫງົບ#ພົບເຫັນຄົນກະທຳຜິດແຈ້ງຕໍ່ເຈົ້າໜ້າທີ່ດ່ວນເພື່ອຊ່ວຍກັນຮັກສາຄວາມສະຫງົບ