ວັນທີ 20 ມັງກອນ 2022 ໄດ້ມອບລົດຈັກທີ່ຖືກຄົນຮ້າຍລັ ກໄປ ຄືນໃຫ້ເຈົ້າຂອງເດີມ ຕາງໜ້າ ມອບໂດຍ ສະຫາຍ ພັທ ລຸນຜາຍ ຄຳທະວີວົງ ຫົວໜ້າພະແນກ ສືບສວນ-ສອບສວນ ປກສ ແຂວງບໍ່ເເກ້ວ.
ຄັ້ງວັນທີ 30 ທັນວາ 2021 ທາງພະແນກ ສືບສວນ-ສອບສວນ ປກສ ແຂວງ ໄດ້ຮັບແຈ້ງຄວາມ ຈາກຜູ້ເສຍຫາຍ ວ່າມີຄົນຮ້າຍມາ ລັ ກ ລົດຈັກຂອງຜູ້ກ່ຽວຢູ່ ບ້ານວຽງໃໝ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງເປັນລົດຈັກຍີຫໍ້ HODA WAVE 110 I ສີແດງດໍາ ບໍ່ມີປ້າຍ.
ຈາກນັ້ນ, ໄລຍະຕໍ່ມາເຈົ້າໜ້າທີ່ ວິຊາສະເພາະ ພະແນກ ສືບສວນ-ສອບສວນ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ໄດ້ຂັດຈ້ອນບັນດາເປົ້າໝາຍ ຮອດວັນທີ 31 ທັນວາ 2021 ໄດ້ກັກເປົ້າໝາຍໄດ້ 01 ຄົນ ຄື:ທ້າວ ຈີລີງ ຢາງ ອາຍຸ 55 ປີ ອາຊີບ ວ້າງງານ ສັນຊາດ ລາວ ຊົນເຜົ່າ ຫໍ້ ເກີດຢູ່ບ້ານ ວັດແກ້ວ ເມືອງຜົ່ງສາລີ ແຂວງຜົ່ງສາລີ.
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່, ທ້າວ ຈີລີງ ຢາງ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ຕອນສວຍ ຂອງວັນທີ 31 ທັນວາ 2021 ຜູ້ກ່ຽວໄດ້ໄປຍ່າງຫຼິ້ນຢູ່ເຂດໜອງທີ່ມີຕູບ ( ເຂດບ້ານວຽງໃໝ່ ) ແລ້ວໄດ້ເຫັນລົດຈັກສີແດງດໍາ ຈາກນັ້ນຜູ້ກ່ຽວໄດ້ລັກຈູງອອກມາຈົນຮອດ ບ້ານວຽງໃໝ່ ແລ້ວໄດ້ຫາໜູ່ຊ່ວຍແປງໃຫ້ຈຶ່ງສະຕາດລົດຈັກຕິດ ຈາກນັ້ນເວລາຕໍ່ມາຜູ້ກ່ຽວໄດ້ຂັບຂີ່ລົດຈັກຄັນທີ່ ລັ ກ ມານັ້ນຂຶ້ນໄປທາງບ້ານປາກງາວ ແລະ ໄດ້ໄປແວະເຮືອນໝູ່ ຊື່ ທ້າວ ອ້າຍ ເມືອໄປຮອດກໍ່ເຫັນໝູ່ຂອງລາວອີກ 01 ຄົນ ( ບໍ່ຮູ້ຊື່ ) ຈາກນັ້ນພວກຜູ້ກ່ຽວທັງສອງສາມຄົນກໍ່ໄດ້ນັ່ງລົມກັນໄດ້ບອກວ່າຈະຂາຍໃນລາຄາ 2,000,000 ກີບ ( ສອງລ້ານກີບ ) ຈາກນັ້ນ, ຊາຍຜູ້ບໍ່ຮູ້ຊື່ໄດ້ໂທລະສັບບອກໃຫ້ແມ່ຂອງລາວເອົາເງີນມາໃຫ້ຈຳນວນ 5,000 ບາດ ( ຫ້າພັນບາດ ) ເຊິ່ງເປັນລາຄາທີ່ຜູ້ກ່ຽວຂາຍລົດຈັກ ແລະ ຢາບ້າ ຈໍານວນ 15 ເມັດ, ພາຍຫຼັງທີ່ຜູ້ກ່ຽວຂາຍລົດຈັກແລ້ວພວກຜູ້ກ່ຽວທັງສາມກໍ່ໄດ້ແຍກທາງກັນໄປ.
ທາງເຈົ້າໜ້າທີ່ວິຊາສະເພາະຂອງພວກເຮົາໄດ້ລົງກວດກາ ແລະ ພົບເຫັນຕາມ, ການແຈ້ງຄວາມຈຶ່ງໄດ້ຍຶກລົດຄັນດັ່ງກ່າວໄວ້ໄດ້ ປະຈຸບັນທາງເຈົ້າໜ້າທີ່ ພະແນກ ສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ ກໍາລັງດໍາເນີນ ການສືບສວນ-ສອບສວນ ຫາກຸ່ມແກ້ງທີ່ມີການພົວພັນຕໍ່ໄປ.
ພາບ-ຂ່າວໂດຍ ຮທ ທົງໄຊ ໄຊມະນີ