ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃນວັນທີ 20 ມັງກອນ 2022 ຜ່ານມານີ້ໂດຍໄດ້ລະບຸວ່າ: ລັດຖະບານລາວຍັງບໍ່ອະນຸຍາດຜ່ອນຜັນເດັດຂາດໃຫ້ບັນດາຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາຣາໂອເກະ ແລະ ສະຖານທີ່ອື່ນໆທີ່ມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນວ່າຍັງມີຜູ້ຕິດ ເຊື້ອພາຍໃນຫຼາຍຮ້ອຍຄົນ ແລະ ຍັງມີການເສຍຊີວິດລາຍວັນຈາກພະຍາດດັ່ງກ່າວ. ລັດຖະບານເຫັນດີໃຫ້ເປີດການທ່ອງທ່ຽວສີຂຽວຕາມແຜນການທີ່ກຽມໄວ້, ມອບໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າຄືນກ່ຽວກັບມາດຕະການຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ທຸກໆສາຍພັນ ແລະ ໃຫ້ປະເມີນຄືນຄວາມສ່ຽງໃນແຕ່ລະໄລຍະເພື່ອໃຫ້ສາມາດກໍານົດມາດຕະການ ແລະ ແຜນການຮັບມືເພື່ອປ້ອງກັນພະຍາດດັ່ງກ່າວນີ້ໃຫ້ທັນການ.
ແຈ້ງການດັ່ງກ່າວຍັງລະບຸຕື່ມອີກວ່າ: ໃຫ້ຄະນະສະເພາະກິດຄົ້ນຄວ້າຕື່ມກ່ຽວກັບມາດຕະການຜ່ອນຜັນກ່ຽວກັບການອະນຸຍາດໃຫ້ຜູ້ທີ່ຈະເດີນທາງມາ ສປປ ລາວ ໂດຍສະເພາະແມ່ນນັກທຸລະກິດ, ພະນັກງານ, ຜູ້ປະກອບການ ແລະ ອື່ນໆເພື່ອເປັນການດຶງດູດ ແລະ ຊຸກຍູ້ທຸລະກິດ ແລະ ການລົງທຶນຕ່າງໆໃຫ້ສາມາດດໍາເນີນໄປຕາມແຜນ, ຄົ້ນຄວ້າຜ່ອນຜັນໃຫ້ກິດຈະການຕ່າງໆທີ່ບໍ່ມີຄວາມສ່ຽງໃຫ້ເປີດບໍລິການໂດຍໃຫ້ຄົ້ນຄວ້າກ່ຽວກັບການກໍານົດມາດຕະການຜ່ອນຜັນຢ່າງຈະແຈ້ງ, ຮອບດ້ານ ແລະ ຮັບປະກັນເພື່ອສົ່ງເສີມການທໍາມາຫາກິນພາຍໃນໃຫ້ມີຄວາມຄ່ອງຕົວ, ກໍລະນີມີການລະບາດ
ໜັກ ແລະ ແຜ່ເປັນວົງກວ້າງຂອງພະຍາດດັ່ງກ່າວກໍໃຫ້ຮີບຮ້ອນດໍາເນີນການປະເມີນຄວາມສ່ຽງ ແລະ ວາງແຜນມາດຕະການຮັບມື, ຄວບຄຸມ ແລະ ແກ້ໄຂໃຫ້ທັນການ, ໃຫ້ກະຊວງສາທາລະນະສຸກເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການເພີ່ມທະວີການປະຕິບັດວຽກງານທີ່ຈໍາເປັນໃນແຕ່ລະໄລຍະໂດຍສະເພາະແມ່ນການປິ່ນປົວ ແລະ ກວດຫາເຊື້ອໂດຍໃຫ້ພາກເອກະຊົນມີສ່ວນຮ່ວມຕື່ມ ທັງໃຫ້ມີການໂຄສະນາຮູບແບບຕ່າງໆໃຫ້ກວ້າງຂວາງ ແລະ ທົ່ວເຖິງ ສ້າງສິ່ງຈຸງໃຈເພື່ອເຮັດໃຫ້ປະຊາຊົນ ຫຼື ຜູ້ບໍລິໂພກຂ່າວສານຈາກລັດຖະບານມີຄວາມສົນໃຈ, ມີສະຕິລະວັງຕົວຫຼາຍຂຶ້ນໃນການດໍາລົງຊີວິດປົກກະຕິແບບໃໝ່, ຮີບຮ້ອນແຈກຢາຍວັກຊິນໃຫ້ທົ່ວເຖິງໂດຍສະເພາະສັກວັກຊິນໃຫ້ກັບພະນັກງານຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ພາກ
ສ່ວນອື່ນໆ ລວມທັງເຂັມກະຕຸ້ນໃຫ້ສໍາເລັດຕາມແຜນທີ່ວາງໄວ້ ແລະ ອື່ນໆ.ບັນດາວຽກງານດັ່ງກ່າວທີ່ກ່າວມາຂ້າງເທີງນັ້ນແມ່ນທິດຊີ້ນໍາຂອງກອງປະຊຸມກົມການເມືອງສູນກາງພັກຮ່ວມກັບຄະນະເລຂາທິການສູນກາງພັກທີ່ໄດ້ຈັດຂື້ນເມື່ອມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນແລະໄດ້ອອກແຈ້ງການເມື່ອວັນທີ 20 ມັງກອນ 2022 ທີ່ຜ່ານມາ ເຖິງ ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານລັດຖະມົນຕີກະຊວງສາທາລະນະສຸກໃຫ້ປະຕິບັດ.