ສະຫຼົດໃຈ!! ລົດຈັກຕຳກັບລົດພວງ ເສຍຊີວິດຄາທີ່

0
412

ປະກາດຫາຍາດພີ່ນ້ອງຜູ້ເສຍຊີວິດ, ເມືອງປາກງື່ມ, ບ້ານໄຮ່ ເຫດລົດພວງຕໍາກັບລົດຈັກ

ໃນວັນທີ 23/1/2022 ເວລາ 10:10 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າມີລົດພວງຕຳກັນກັບລົດຈັກ ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫລວງວຽງຈັນ

ຫນ່ວຍກູ້ໄພອາສາເພື່ອປະຊາຊົນ ຈຶ່ງໄດ້ອອກກວດສອບເຫດພົບຜູ້ປະສົບເຫດ 1ຄົນ ເພດຊາຍ ບໍ່ຊາບຊື່ ຖືກຍຽບບໍລິເວນຫົວ ເສຍຊີວິດຄາທີ.

ດັ່ງນັ້ນຫນ່ວຍກູ້ໄພຈື່ງໄດ້ປະສານຫາເຈົ້າຫນ້າທີ່ໆກ່ຽວຂ້ອງລົງເກັບກຳຂໍ້ມູນ ລົດສຸກເສີນຫມາຍເລກ 001 -002 ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດນີ້ດ້ວຍ

ສ່ວນສາເຫດຂອງການເກີດເຫດ ເຈົ້າໜ້າທີ່ຈະສືບສວນຕາມຂັ້ນຕອນກົດໝາຍຕໍ່ໄປ