ພະນັກງານແພດວິເຄາະແມ່ນໜຶ່ງໃນໜ່ວຍງານທີ່ຮັບມືກັບການລະບາດພະຍາດໂ ຄ ວິ ດ-19 ໜັກໜ່ວງທີ່ສຸດ.

0
446

ພະນັກງານແພດວິເຄາະແມ່ນໜຶ່ງໃນໜ່ວຍງານທີ່ຮັບມືກັບການລະບາດພະຍາດໂຄວິດ-19 ໜັກໜ່ວງທີ່ສຸດ.

ສປປ ລາວ ໄດ້ເອົາໃຈໃສ່ໃນການກວດຫາເຊື້ອນັບຕັ້ງແຕ່ໄລຍະເລີ່ມຕົ້ນຂອງການລະບາດຢູ່ ສປປ ລາວ ໃນປີ 2021, ມາຮອດປັດຈຸບັນທຸກແຂວງທົ່ວປະເທດ ມີຄວາມສາມາດກວດຊອກຫາເຊື້ອໄດ້ດ້ວຍວິທີວິເຄາະທີ່ໄດ້ມາດຕະຖານສາກົນ.

ການເກັບ ແລະ ກວດຕົວຢ່າງແມ່ນມີມູນຄ່າມະຫາສານ ແລະ ຈຸດທີ່ສຳຄັນຫຼາຍກໍຄື ໜ້າທີ່ດັ່ງກ່າວຕ້ອງໄດ້ອາໄສເຫື່ອແຮງຂອງບຸກຄະລາກອນທີ່ມີຢ່າງຈຳກັດ ທີ່ໄດ້ເຮັດວຽກໜັກຕໍ່ເນື່ອງກັນເປັນເວລາເກືອບ 3 ປີ. ທ່ານສາມາດຊ່ວຍພວກເຮົາໄດ້ດ້ວຍການຢູ່ເຮືອນ ແລະ ບໍ່ເອົາຕົນເອງໄປຢູ່ບ່ອນສ່ຽງໃນໄລຍະທີ່ມີການລະບາດໃນຊຸມຊົນ.

ພວກເຮົາທຸກຄົນຕ້ອງເຂົ້າໃຈນຳກັນວ່າ ເຮົາຈະຄວບຄຸມການລະບາດໄດ້ກໍຕໍ່ເມື່ອທຸກຄົນຮ່ວມມືກັນປະຕິບັດມາດຕະການທາງສາທາລະນະສຸກ ແລະ ມາດຕະການທາງສັງຄົມ. ໝາຍຄວາມວ່າທ່ານຕ້ອງປ້ອງກັນຕົນເອງ ແລະ ປະຕິບັດມາດຕະການທີ່ທາງແພດ-ໝໍແນະນຳໃຫ້ເຄັ່ງຄັດ ແລະ ປະຕິບັດມາດຕະການທາງສັງຄົມທີ່ມີການປັບປຸງເປັນແຕ່ລະໄລຍະຕາມສະພາບຂອງການລະບາດ.

ເຫດຜົນທີ່ຕ້ອງເຮັດໃຫ້ພ້ອມພຽງກັນແມ່ນ ຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງໜຶ່ງຄົນສາມາດເປັນຈຸດເລີ່ມຕົ້ນໃຫ້ມີການລະບາດເປັນວົງກ້ວາງໄດ້ໃນໄລຍະເວລາອັນສັ້ນ ແລະ ຜູ້ຕິດເຊື້ອສ່ວນຫຼາຍກໍບໍ່ສະແດງອາການເຊິ່ງທ່ານສາມາດຕິດເຊື້ອໄດ້ແບບບໍ່ຮູ້ໂຕ ແລະ ແຜ່ໄປໃຫ້ຄົນອື່ນຕໍ່.

ຂໍໃຫ້ທ່ານເຂົ້າໃຈວ່າການກວດຫາເຊື້ອພະຍາດພຽງຢ່າງດຽວຈະບໍ່ສາມາດຄວບຄຸມການລະບາດໄດ້ ພວກເຮົາທຸກຄົນຕ້ອງເຮັດທຸກຢ່າງຄວບຄູ່ກັນໃຫ້ມີປະສິດທິພາບທີ່ສຸດ.