ນ້ອງ “ເອກ” ເຖິ່ງຕົວຄົນດຽວແຕ່ບໍ່ຍອມແພ້

0
139

ໜຸ່ມໃຈແຂງອີກຄົນໜຶ່ງຄື ນ້ອງ “ເອກ” ເພາະລາວຢູ່ຄົນດຽວ.

ເຮັດໃຫ້ປະຊາຊົນໃນບໍລິເວນໃກ້ຄຽງໄດ້ປະສານກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ເຂົ້າໄປໂອ້ລົມກັນ ແລະ ພົບເຫັນວ່ານ້ອງເອກ

ຕ້ອງໄດ້ຫາເງິນເພື່ອສົ່ງຕົນເອງໄປຮຽນໂດຍການລີດຜ້າ ສອງສາມຜືນ ເພື່ອຫາເງິນມານຳໃຊ້ໃນຊີວິດທຸກໆມື້

ພໍ່ແມ່ຂອງນ້ອງໄດ້ເສຍຊີວິດໄປດົນນານແລັວ. ນອກຈາກນີ້ຍັງບໍ່ມີຊັບສິນສົມບັດເຫລືອໄວ້ໃຫ້ ເຫລືອໄວ້ພຽງເຮືອນ

ບ່ອນ​ທີ່​ລາວ​ອາ​ໄສ​ຢູ່​ກະເປັນເຮືອນເຊົ່າ​​ ຕອ້ງດີ້ນລົນ ຫາທຸກວິທີຫາເງິນເພື່ອຈະໄດ້ມີບອ່ນອາໃສ່

ລາວຈະໃຊ້ເວລາຫຼັງຈາກເລີກໂຮງຮຽນເພື່ອເຮັດຫຼາຍສິ່ງຫຼາຍຢ່າງ. ບໍ່ວ່າຈະເປັນການລ້າງລົດ

ຂາຍເຄື່ອງອອນໄລນ໌ ຫຼື ຖ້າໃຜຕ້ອງການໃຫ້ລາວເຮັດບາງສິ່ງບາງຢ່າງ ລາວພ້ອມທີ່ຈະເຮັດດີທີ່ສຸດ.

ຊາວບ້ານໃນເຂດນັ້ນເລົ່າເລື່ອງຂອງລາວ ທຸກຄົນເວົ້າເປັນສຽງດຽວກັນວ່າ ລາວເປັນຄົນດີ.

ແຕ່ລາວບໍ່ພໍ່ແມ່ຕັ້ງແຕ່ຍັງນ້ອຍ ແລະ ຍັງໄດ້ເຮັດວຽກທຸກໆມື້ຈົນບໍ່ມີເວລາພັກຜ່ອນ ລາວເປັນຄົນດຸໝັ່ນຫຼາຍ.

ເຮັດໃຫ້ຄົນໃນຊຸມຊົນຮັກແພງ ແລະ ເອົາສິ່ງທີ່ຈຳເປັນມາຊ່ວຍເຫລືອເທົ່າທີ່ຈະຊ່ວຍໄດ້

ສ່ວນເລື່ອງອາຫານຈະມີຄົນມາແບ່ງປັນເລື້ອຍໆ.

ຊ່ວງແມ່ລາວເສຍຊິວິດໃຫມ່ ລາວເກືອບບໍ່ມີທຶນ ຕ້ອງໄປເພິ່ງພາເພື່ອນບ້ານ

ໂດຍສະເພາະແມ່ນຫົວຫນ້າ ໝູ່​ບ້ານ​ຍັງ​ໃຫ້​ລາວກູ້​ຢືມ​ເງິນ​ມາຈັດງານໃຫ້ແມ່ ນ້ອງ​ເວົ້າ​ວ່າ ປະຈຸ​ບັນນ້ອງ​ໄດ້​ທຳ​ມາ​ຫາ​ກິນ​ຢູ່​ຄົນ​ດຽວ.