ວັນທີ 19 ມັງກອນນີ້, ທ້າວ ຈີວື່ ອາຍຸ 27 ປີ ປະຊາຊົນຢູ່ບ້ານໂພນໄຊ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ເສບຢາບ້າ 6 ເມັດ ຍັງເຫລືອ 5.993 ເມັດ ເອົາມາມອບໃຫ້ເຈົ້າໜ້າທີ່ ປກສ ເມືອງອານຸວົງ ແຂວງໄຊສົມບູນ ກັກຕົວ.
ທ້າວ ຈີວື ໃຫ້ການວ່າ : ທ້າວ ເອວື ແລະ ທ້າວ ຈືມາວື ເຊິ່ງທັງສອງເປັນອ້າຍນ້ອງກັບຜູ້ກ່ຽວ ໄດ້ເອົາຢາບ້າໃຫ້ຈຳນວນ 2 ມັດ ແລ້ວບອກໃຫ້ຍ່າງກັບສວນຢາງມີຜູ້ກ່ຽວເຮັດວຽກຢູ່ເມືອງລ້ອງຊານ ແຂວງໄຊສົມບູນ , ພໍຢ່າງມາຮອດໄລຍະໜຶ່ງຈຶ່ງເອົາຢາບ້າອອກມາເສບ 6 ເມັດ.
ຈາກນັ້ນຮູ້ສຶກຢ້ານກົວ ແລະ ມີແນວຄິດຢາກໃຫ້ທ້າວ ອ້າຍ ແລະ ນ້ອງຂອງຕົນເຊົາເສບ ແລະ ເຊົາຂາຍຢາບ້າ, ພໍຍ່າງຮອດເຂດບ້ານພ້າວ ຈຶ່ງໄດ້ນຳເອົາຢາບ້ານຈຳນວນ 5.993 ເມັດ ໄປມອບໃຫ້ເຈົ້າໜ້າທີ່ ປກສ ກຸ່ມບ້ານໂພນພະ ເມືອງອານຸວົງ.