ໃນວັນທີ 24 ມັງກອນ 2022 ຜ່ານມາ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ພະນັກງານ ຫຼັກແຫຼ່ງ ກອງພົນທະຫານຮາບທີ 1 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ, ມີຄະນະນໍາກະຊວງປ້ອງກັນປ້ອງກັນປະເທດ, ການນໍາແຂວງວຽງຈັນ, ພ້ອມດ້ວຍຄະນະພັກ, ຄະນະບັນຊາ, ພະນັກງານ – ຫຼັກແຫຼ່ງກອງພົນທະຫານຮາບທີ 1 ໃຫ້ການຕ້ອນຮັບ.
ທ່ານ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນທະຫານຮາບທີ 1 ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດໜ້າທີ່ການເມືອງຂອງກົມກອງ ເຊິ່ງໃນຕະຫຼອດໄລຍະທີ່ຜ່ານມາຄະນະພັກ, ຄະນະບັນຊາກອງພົນທະຫານຮາບທີ 1 ໄດ້ສຸມໃສ່ການນຳພາປັບປຸງກໍ່ສ້າງກຳລັງ, ກໍ່ສ້າງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ ໂດຍສຸມໃສ່ຂອບເຂດກົມກອງຕັ້ງທັບຢູ່ ເຮັດໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຢ່າງກວ້າງຂວາງ ສາມາດຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ 100% ໄປຄຽງຄູ່ກັນນັ້ນຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ, ນັກຮົບໃນທົ່ວກົມກອງ ມີຄຸນທາດການເມືອງໜັກແໜ້ນ, ຮັບຮູ້ເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ 7 ລະບອບ 18 ວຽກຂອງກອງທັບວາງອອກ, ສຸມໃສ່ວຽກງານອົບຮົມຫັດແອບປະຈໍາປີ ເພື່ອປັບປຸງລະບຽບແບບແຜນ ຝືກຝົນກໍາລັງແຮງກາຍຂອງນາຍ ແລະ ພົນທະຫານ ໃຫ້ມີຄວາມຊຳນິຊຳນານ, ຄ່ອງແຄ້ວ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ ໄດ້ຍົກສູງນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍຂຸດຄົ້ນແຫຼ່ງທ່າແຮງບົ່ມຊ້ອນຂອງກົມກອງທີ່ມີຢູ່ເຂົ້າໃນການເພີ່ມພູມຜະລິດຜົນປູກຝັງລ້ຽງສັດ ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ, ນັກຮົບໃຫ້ດີຂື້ນເທື່ອລະກ້າວ ແລະ ສາມາເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງຢ່າງມີຜົນສໍາເລັດອັນຈົບງາມ.
ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ປົບປະໂອ້ລົມໃນຄັ້ງນີ້ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເນັ້ນໜັກໃຫ້ຄະນະພັກ – ຄະນະບັນຊາ, ພະນັກງານນັກຮົບທົ່ວກອງພົນທະຫານຮາບທີ 1 ຈົ່ງພ້ອມກັນເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ. ນອກຈາກນີ້ ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ – ຫຼັກແຫຼ່ງກອງພົນທະຫານຮາບທີ 1 ສືບຕໍ່ກໍ່ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢູ່, ຮາກຖານໃຫ້ທົ່ວເຖິງ, ຍົກສູງສະຕິເປັນເຈົ້າໃນການປົກປັກຮັກສາທ້ອງຖິ່ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆທັນການ, ເພີ່ມທະວີເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະ ນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ, ກົມກອງຕັ້ງທັບຢູ່ບ່ອນໃດ ຕ້ອງມີໜ້າທີ່ເຮັດວຽກງານ ກໍ່ສ້າງຮາກຖານຢູ; ບ່ອນນັ້ນໃຫ້ດີ, ຕັ້ງໜ້າປັບປຸງລະບົບການເມືອງຢູ່ຂັ້ນຮາກຖານບ້ານ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າຮ່ວມໃນການປົກປັກຮັກສາ ແລະ ພັດທະນາທ້ອງຖິ່ນ, ຕັ້ງໜ້າ ໂຄສະນາປຸກລະດົມຂົນຂວາຍປະຊາຊົນໃຫ້ມີຄວາມສາມັກຄີປຸ້ມລຸມກັນ ສ້າງສາພັດທະນາບ້ານ ຊ່ອງ ແລະ ປະຕິບັດໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ກ້າວຂຶ້ນກາຍເປັນກອງທັບປະຕິວັດທີ່ມີລະບຽບແບບແຜນທັນສະໄໜຢ່າງບໍຢຸດຢັ້ງ.
ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ພະນັກງານຫຼັກແຫຼ່ງກອງພົນທະຫານທີ 1 ຄັ້ງນີ້ ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ທ່ຽວຊົມຫໍມູນເຊື້ອ, ກົມກອງວັດທະນະທໍາ ຂອງກອງພົນທະຫານຮາບທີ 1 ພ້ອມທັງມອບວັດຖຸປັດໃຈ ແລະ ເຄື່ອງອຸປະໂພກບໍລິໂພກຈໍານວນໜຶ່ງໃຫ້ກົມກອງ ເພື່ອເປັນການຊຸກຍູ້ກໍາລັງແຮງໃຈໃຫ້ພະນັກງານນັກຮົບ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ. ຂໍ້ມູນຂ່າວ: ຕິກ ມູນຄຳເຮືອງ.