7 ຢ່າງນີ້ຫ້າມຜູ້ໂດຍສານ ນໍາຂຶ້ນລົດໄຟ ໂດຍເດັດຂາດ

0
579

ເພື່ອຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ເທິງລົດໄຟ ກົມຕຳຫຼວດລົດໄຟກະຊວງປ້ອງກັນຄວາມສະຫງົບໄດ້ແຈ້ງການເຖິງປະຊາຊົນໃຫ້ຮູ້ໄວ້ສຳລັບສິ່ງຂອງ 7 ຢ່າງນີ້ແມ່ນຫ້າມນຳຂຶ້ນລົດໄຟໂດຍເດັດຂາດ ມີຫຍັງແດ່ໄປເບິ່ງກັນ!

1)ຫ້າມຜູ້ໂດຍສານນໍາອາວຸດເສິກ, ລູກປືນທຸກຊະນິດ ເຊັ່ນ: ປືນສັ້ນ, ປືນຍາວ, ປືນກິລາ ແລະ ປືນດັດແປງອື່ນໆ ເຂົ້າສະຖານີ ແລະນຳຂຶ້ນລົດໄຟຢ່າງເດັດຂາດ (ຍົກເວັ້ນພະນັກງານລັດ, ເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ, ຜູ້ທີ່ມີຂໍ້ຕົກລົງແຕ່ງຕັ້ງໄປວຽກທາງລາດຊະການຖືກຕ້ອງຕາມຂັ້ນຕອນຂອງກົດໝາຍເທົ່ານັ້ນ).
2)ຫ້າມຜູ້ໂດຍສານນໍາທາດລະເບີດທຸກຊະນິດເຊັ່ນ: ທາດລະເບີດ, ໝາກກະໂພກ, ສາຍ-ດອກໄມ້ໄຟລະເບີດ, ດິນລະເບີດ ແລະ ທາດແຕກອື່ນໆ ຫ້າມນຳເຂົ້າສະຖານີ ແລະ ນຳຂື້ນລົດໄຟຢ່າງເດັດຂາດ.

3) ຫ້າມຜູ້ໂດຍສານນຳທາດເຄມີທຸກຊະນິດເຂົ້າສະຖານີ, ຂຶ້ນລົດໄຟ ເຊັ່ນ: ທາດ ໄຮໂກເຈນ, ເມເທັນ, ເອເທັນ, ບູເຊັ່ນ, ເອທິລິນ, ໂປຣຟີລິນ, ແອຊີຕີລິນຄາບອນມາໂນຊາຍ, ແກັດນໍ້າມັນແຫຼວ,ຟຣອນ, ອົກຊີເຈນ ( ຍົກເວັ້ນທາງການແພດ) ນໍ້າມັນແອັດຊັງ, ນໍ້າມັນກະຊວນ ແລະ ທາດແຫຼວໄວໄຟທຸກປະເພດ.
4) ຫ້າມຜູ້ໂດຍສານນຳຢາເສບຕິດທຸກປະເພດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟ ຢ່າງເດັດຂາດ ເຊັ່ນ: ເຮໂຣອິນ, ເອເຝດຕາມິນ(ຢາບ້າ), ຢາໄອສ໌, ຢາເຄ, ໂຄເຄນ, ກັນຊາຝິ່ນ ແລະ ຢາເສບຕິດອື່ນໆ.

5) ຫ້າມຜູ້ໂດຍສານນຳເອົາວັດຖຸປາຍແຫຼມ, ມີຄົມທຸກຊະນິດ ເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດເຊັ່ນ: ມີດ, ພ້າ, ຄັດເຕີ, ມີສະໄລ ແລະ ອື່ນໆ ທີ່ສາມາດເຮັດໃຫ້ຜູ້ອື່ນບາດເຈັບ ແລະ ເສຍຊີວິດ.
6) ຫ້າມຜູ້ໂດຍສານນຳສັດລ້ຽງ, ສັດປ່າມີຊິວິດ ແລະ ບໍ່ມີຊິວິດທຸກຊະນິດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ ເຊັ່ນ: ໝາ, ແມວ ແລະ ສັດອື່ນໆ
7) ຫ້າມຜູ້ໂດຍສານນຳອາຫານທຸກຊະນິດທີ່ມີກິ່ນເໝັນ, ອາຫານທີ່ເປັນນໍ້າທີ່ຈະສ້າງຄວາມບໍ່ສະອາດ, ມີຜົນກະທົບທາງສິ່ງແວດລ້ອມ, ຕໍ່ຜູ້ໂດຍສານຢູ່ໃນສະຖານີ ແລະ ຂະບວນລົດ.

ຖ້າຫາກພົບເຫັນຜູ້ໂດຍສານຄົນໃດ ລະເມີດແມ່ນຈະຖືກເຮັດບົດບັນທຶກ ກໍລະນີຮ້າຍແຮງແມ່ນຈະຖືກມອບໃຫ້ເຈົ້າໜ້າທີ່ຕຳຫຼວດລົດໄຟນຳໄປດຳເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງລະບຽບ ແລະກົດໝາຍ.

ຂໍ້ຫ້າມດັ່ງກ່າວແມ່ນອີງຕາມກົດໝາຍ ວ່າດ້ວຍການລົດໄຟ ມາດຕາ 81, 82 ໝວດທີ 02 ພາກທີ່ 5 ວ່າດ້ວຍເຈົ້າໜ້າທີ່ລົດ ໄຟຕຳຫຼວດລົດໄຟ ແລະ ມາດຕາ 101,102 ໝວດທີ 2 ພາກທີ່ 6, ວ່າດ້ວຍສິດ, ພັນທະ ແລະ ຄວາມຮັບຜິດຊອບຜູ້ດໍາເນີນການຂົນສົ່ງໂດຍສານທາງລົດໄຟ ແລະ ສິດ, ພັນທະ ຄວາມຮັບຜິດຊອບຂອງຜູ້ໂດຍສານ ແລະອີງຕາມແຈ້ງການຈາກກົມຕຳຫຼວດລົດໄຟກະຊວງປ້ອງກັນຄວາມສະຫງົບກ່ຽວກັບຂໍ້ຫ້າມ ຂອງ ຜູ້ໂດຍສານທີ່ຈະໃຊ້ບໍລິການລົດໄຟ ລາວ-ຈີນ.
ຈາກ: CRI