ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິຕົກລົງຂອງ ລັດຖະບານ, ສະບັບເລກທີ 07/ລບ, ລົງວັນທີ 04 ຕຸລາ 2021 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິຂອງ ສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ໂດຍສະເພາະໃນຂໍ້ 1.7 ຊຶ່ງໄດ້ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທັບກັບຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖີ່ນ ຄົ້ນຄວ້ານະໂຍບາຍ ແລະ ມາດຕະການຫຼຸດຜ່ອນການນໍາເຂົ້າກະແສໄຟຟ້າ ຈາກຕ່າງປະເທດ ເພື່ອຫຼຸດຜ່ອນການຈ່າຍເງີນຕາຕ່າງປະເທດ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳ.
ກະຊວງ ພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບທິດທາງການພັດທະນາໄຟຟ້າແສງຕາເວັນ ຂຶ້ນໃນຕອນເຊົ້າວັນທີ 24 ມັງກອນ 2022 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ເຂົ້າຮ່ວມ.
ໃນໂອກາດມີຄຳເຫັນກ່າວເປີດກອງປະຊຸມ ທ່ານ ລັດຖະມົນຕີ ກ່າວວ່າ: ກອງປະຊຸມປຶກສາຫາລື ເພື່ອວາງທິດທາງ, ໜ້າທີ່ ການພັດທະນາພະລັງງງານແສງຕາເວັນ ມີຄວາມສໍາຄັນຫຼາຍ, ຍ້ອນວ່າ : ການພັດທະນາໄຟຟ້າແສງຕາເວັນແມ່ນຍຸດທະສາດທີ່ສໍາຄັນ, ມີລັັກສະນະຍາວນານ ຕາມທິດຜະລິດພະລັງງານທີ່ສະອາດ, ຍືນຍົງ ແລະ ເປັນທ່າແຮງບົ່ມຊ້ອນ ຕາມທິດທາງລວມ ຊຶ່ງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຮົາໄດ້ວາງອອກຄື : ຜະລິດພະລັງງານໄຟຟ້າໃຫ້ມີຄວາມຫຼາກຫຼາຍ ແລະ ຄຸ້ມຄ່າ, ສ້າງແຫຼ່ງສະໜອງພະລັງງານໃຫ້ຕະຫຼາດສົ່ງອອກ ແລະ ການຊົມໃຊ້ພາຍໃນຢ່າງໝັ້ນຄົງ, ເຂັ້ມແຂງ ແລະ ເປັນເຈົ້າການ.
ສປປ ລາວ ເປັນປະເທດໜຶ່ງ ທີ່ມີລະດັບການພັດທະນາເສດຖະ ກິດ-ສັງຄົມຢູ່ໃນລະດັບ ແລະ ຈັງຫວະທີ່ໄວ ຊຶ່ງໃນຂະບວນວິວັດຂອງການພັດທະນານັ້ນ, ນອກຈາກ, ຄວາມຮຽກຮ້ອງຕ້ອງການໃນດ້ານອື່ນໆແລ້ວ, ຄວາມຕ້ອງການ ພະລັງງານໄຟຟ້າ ເຂົ້າໃນການພັດທະນາ ແມ່ນປັດໄຈທີ່ສໍາຄັນ, ເປັນພື້ນຖານ ແລະ ມີລັກສະນະເປັນຂໍກຸນແຈສໍາລັັບການພັດທະນາ ຊຶ່ງນັບມື້ມີຄວາມຕ້ອງການໃນປະລິມານທີ່ສູງຂຶ້ນ.
ຂະນະທີ່ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ໃຫ້ຮູ້ວ່າ: ການພັດທະນາພະລັງງານໄຟຟ້າແສງຕາເວັນ ໃນໄລຍະຜ່ານມາຢູ່ປະເທດພວກເຮົາເຫັນວ່າ ໄດ້ມີນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈເຂົ້າມາລົງທຶນນັບມື້ນັບເພີ່ມຂຶ້ນ. ມາຮອດປະຈຸບັນ ລັດຖະບານ ໄດ້ອະນຸມັດໃຫ້ມີການສຶກສາຄວາມເປັນໄປໄດ້ ແລະ ພັດທະນາໂຄງການພະລັງງານໄຟຟ້າຈາກແສງຕາເວັນໃນຂອບເຂດທົ່ວປະເທດແລ້ວ 58 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 7.656 ເມັກກາວັດ ໃນນີ້, ມີ 8 ໂຄງການທີ່ກໍ່ສ້າງສຳເລັດ ແລະ ພວມດຳເນີນການຜະລິດກະແສໄຟຟ້າ ແລະ ອີກ 50 ໂຄງການກຳລັງຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້.
ທ່ານ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ກ່າວຕື່ມວ່າ: ໃນຕໍ່ໜ້ານີ້, ລັດຖະບານ ກໍ່ຄືກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ວາງເປົ້າໝາຍການພັດທະນາພະລັງງານໄຟຟ້າຈາກແສງຕາເວັນ ເປັນ 4 ທິດທາງໃຫຍ່ຄື: ການພັດທະນາພະລັງງານໄຟຟ້າແສງຕາເວັນຂະໜາດໃຫຍ່; ການພັດທະນາໄຟຟ້າແສງຕາເວັນໃນພາກຈຳໜ່າຍ (22 ກວ ແລະ 0,4 ກວ); ການພັດທະນາໄຟຟ້າແສງຕາເວັນເພື່ອຊົມໃຊ້ເອງ ແລະ ການພັດທະນາພະລັງງານໄຟຟ້າແສງຕາເວັນ ເພື່ອການພັດທະນາຊົນນະບົດ ແລະ ການກະສິກຳ.
ຂ່າວຈາກ: ສູນຂ່າວພະລັງງານ-ບໍ່ແຮ່