ເງິນເຄິ່ງ 100 ລ້ານຫາຍກ້ຽງເຮັດຫຍັງບໍ່ໄດ້ຍ້ອນອອມດີໂພດ

0
516

ໂອ້ຍຊູມື້ນີ້ວ່າຫາເງີນຍາກກໍ່ພໍແຮງແລ້ວຍັງມາເຈິແບບນີ້ ເສຍດາຍແທນເຈົ້າຂອງເດ້ ກະປຸກອອມສິນເຈົ້າປັນຫາແັດມິນກໍ່ເຄີຍເຫັນທີ່ຜ່ານມາວ່າ ສ່ວນຫຼາຍຜູ້ມັກອອມເງີນໃສ່ກະປຸກອອມສິນໂຕໝູຈະມັກມີເຊື້ອລາຂື້ນເງີນ ແລະເຮັດໃຫ້ເງີນເສຍຫາຍ ຄັນບໍ່ຮັກສາດີໆ ເງີນທີ່ສະສົມມາກໍ່ເທົ່າກັບວ່າງເປົ່າ ແຕ່ຈະວ່າໄປໃນສະໄໝນີ້ທະນາຄານເກີດຂຶ້ນປານດອກເຫັດຈະເອົາເງິນໄປຝາກໃສກໍ່ຍ່ອມໄດ້ ບາງທະນາຄານເຈົ້າບໍ່ຈຳເປັນໄປຕໍ່ຄີວ ເພື່ອເອົາເງິນເຂົ້າພຽງແວ່ຕູ້ຂ້າງຖະໜົນກໍ່ຝາກເງິນໄດ້ແລ້ວ ເປັນຫຍັງຈັ່ງມັກອອມໃສ່ໂຕໝູ

ເຫັນເຫດການນີ້ແລ້ວໜ້າເສຍດາຍ 50.000.000 ກາຍເປັນເສດກະດາດ….ຍ້ອນອອມເງີນໃນຫມູ…ຊົ່ວຊິຫາເງິນໄດ້ 50 ລ້ານບໍ່ແມ່ນຂອງງ່າຍ ຖ້າບໍ່ມີລາຍຮັບທີ່ດີ 50 ລ້ານທັ້ງຄອບຄົວຫາໝົດປີກໍ່ບໍ

ໄດ້ ເຫດໃດກ້າເອົາໄປຝາກໄວ້ໃນໂຕໝູທີ່ເຮົາບໍ່ຮູ້ຕື້ນເລີກໜາບາງຂອງມັນ.ແບບວ່າ ນ້ຳຕາຕົກໃນພຸ້ນແລປານນີ້ ຄົນມີກິດຈະການ ຫາເງິນງ່າຍກໍ່ຍ່ອມເສຍດາຍຕັ້ງວ່າ 50 ລ້ານກີບ ສຳລັບໃຜທີ່ມັກອອມເງນໃສ່ກະປຸກອອມສິນໂຕນີ ກໍ່ພາກັນສຶກສາວິທີເກັບເງີນໃນກະປຸກໃຫ້ດີກ່ອນເດີ້ ຈະໄດ້ບໍ່ເສຍໃຈພາຍຫຼັງ ທີ່ທຸບມາແລ້ວມາເຫັນເງີນເສຍຫາຍ ແຕ່ແອັດກໍ່ມີອີກວິທີໜຶ່ງຢາກມາບອກກໍ່ຄືເວລາທີ່ເຮົາ

ເອົາເງີນໃສ່ໂຕໝູ ຄວນມີຖົງກັນຄວມຊຸ່ມ ແລະຖ້າຈະໃຫ້ດີ ຄວນມີຖົງຢາງຊິບລັອກນ້ອຍໃສ່ເງີນໄວ້ແຕ່ລະໃບ ແລະ ຈຶ່ງມາຢອດໃສ່ກະປຸກ ແລະອີກຢ່າງທີ່ສຳຄັນຕອນຊື້ກະປຸກອອມສິນມາ ຄວນຕາກແດດໃຫ້ຫຼາຍແດດກ່ອນມັນຈຶ່ງບໍ່ຊຸ່ມ ລອງເອົາໄປເຮັດເບິ່ງເດີ້