ຕາມທີ່ເປັນຂ່າວຢູ່ດຽວນີ້!

0
440

ຕາມທີ່ເປັນຂ່າວຢູ່ດຽວນີ້!

ຂ້ອຍເບີ່ງຂ້ອຍຕິດຕາມໃບບຸນ(ລີງ)ມາແຕ່ນ້ອຍທີ່ຜູ້ນີ້ເອົາມາລ້ຽງບົວລະບັດຄືລູກອາບນຳ້ ປ້ອນເຂົ້າ ປ້ອນນົມ

ຄິດເຫັນໃຈເຂົາແນ່ຄວາມຮັກຄວາມຜູກພັນ ແມ່ນຢູ່ວ່າລີງເປັນສັດສະຫງວນ ທາງນັ້ນທາງນີ້ກະຕ້ອງເບີ່ງວ່າເຂົາເອົາມາແບບໃດ

ເຂົາລ້ຽງແບບໃດແລະຖ້າມື້ນັ້ນລາວປະລີງໂຕນີ້ໄວ້ປ່າພວກເຈົ້າຮູ້ບໍ່ຈະເກີດຫຍັງຂຶ້ນກັບລີງນ້ອຍໂຕນີ້ ດີບໍ່ດີໄປເຈີຄົນໃຈບາບເອົາໄປຂ້າມັນກະສູນພັນ!

ແຕ່ນີ້ລາວໄປເຈີະມັນລາວເອົາມາລ້ຽງປ້ອນເຂົ້າປ້ອນນົມບົວລະບັດບັກດີໆສຳລູກ! ຖ້າລາວເອົາໄປທໍລະມານກັກຂັງບໍ່ປ້ອນເຂົ້າປ້ອນນຳ້ຂ້ອຍສິບໍ່ເວົ້າຫຍັງ!

ແຕ່ນີ້ນະລາວເບີ່ງແຍງລ້ຽງດູສຳລູກຍັງພັດພາດອອກໄປຈາກອ້ອມອົກເຂົາ, ລາວຄອບຄອງແບບໂປງໃສເປັນຫຍັງບໍ່ອອກຫນັງສືໃດຫນຶ່ງໃຫ້ລາວອອກຂໍ້ຕົກລົງໃຫ້ເຮັດບົດບັນທຶກກັນໄວ້ ຖ້າມື້ໃດມື້ຫນຶ່ງທີ່ລ້ຽງບໍ່ໄດ້ຫລືບໍ່ເອົາໃຈໃສ່ລ້ຽງດູທາງເຈົ້າຫນ້າທີ່ຄຸມຄອງສັດປ່າກະປັບໄຫມແລະຍຶດຫລືເຮັດຕາມກົດຫມາຍກະວາກັນໄປ!

ແຕ່ນີ້ລາວເຮັດທຸກຢ່າງຈະແຈ້ງປະຊາຊົນຮັບຮູ້ວ່າລາວລ້ຽງລາວບົວລະບັດຈັງໃດ ເຂົາມີເຈດຈຳນົງທີ່ດີ ລາວກະເປັນທະຫານທີ່ຮັກສາບ້ານເມືອງເຮົາຜູ້ຫນຶ່ງ ເຫັນໃຈລາວແນ່ຫົວອົກຄົນລ້ຽງບົວລະບັດສຳລູກ ເອົາຄືນລາວສາ…

ຂໍນຳລະຜູ້ມີອຳນາດທັງຫລາຍ, ຖ້າກົດຫມາຍບໍ່ໃຫ້ລ້ຽງສັດສະຫງວນເປັນຫຍັງເຮືອນເສດຖີບາງທ່ານຄືຄຸມຄອງໄດ້ຮູ້ໆກັນຢູ່ກະບໍ່ເວົ້າເຖີງສະເນາະ! ແລະແຕ່ກີ້ເດະກອງລະຄອນສັດຄືຄຸມຄອງແລະຫາກິນນຳສັດໄດ້!

ເອົາລີງອອກສະແດງນັ້ນນີ້ເພື່ອຫາເງິນ ອັນນີ້ລາວລ້ຽງແບບບໍລິສຸດໃຈບໍ່ໄດ້ເອົາມາລ້ຽງເພື່ອຜົນປະໂຫຍດຂອງລາວແລະຫາກິນນຳສັດລ້ຽງຂອງລາວ ສຳນີ້ລະເນາະຂໍນຳລະສົ່ງລາວສະ.(ພວກເຈົ້າເອົາໄປສິລ້ຽງແລະບົວລະບັດຄືລາວບໍ່)

👉ເບີ່ງແຕ່ຄຣິບອາບນຳ້ຄັ້ງສຸດທ້າຍໃຫ້ໃບບຸນກະໂຄດເຫັນໃຈລາວລະ ເຈົ້າຄິດເບີ່ງເຂົາສິເອົາໄປແທ້ໆລາວຍັງອາບນຳ້ໃຫ້ນຸງເຄືອງໃຫ້ ຍັງເອົາໄປຈາກອົກລາວໄດ້