ເດັກຊາຍ ສາລິກ ເວົ້າໄດ້ 16 ພາສາ ຝັນຢາກເປັນມັກຄຸເທດ

0
506

ທຸດ ສາລິກ ເດັກຊາຍຊາວກຳປູເຈຍ ທີ່ໂດ່ງດັງໃນໂຊຊຽວເມື່ອຊ່ວງປາຍປີທີ່ແລ້ວ ພ.ສ 2561 ຈາກຄິບທີ່ເດັກຊາຍ ສາລິກ ສົນທະນາກັບນັັກທ່ອງທ່ຽວເພື່ອຈະຂາຍເຄື່ອງທີ່ລະນຶກໄດ້ເຖິງ 16 ພາສາຢ່າງຄ່ອງແຄ້ວ

ໂດຍເດັກຊາຍ ສາລິກ ເພິ່ງໄດ້ຮັບໂອກາດຈາກ ນາຍຄິດ ເຊີນ ນັກທຸລະກິດຊາວກຳປູເຈຍ ທີ່ໄດ້ມອບທຶນການສຶກສາໃຫ້ໄປຮຽນພາສາທີ່ໂຮງຮຽນພາສາຕ່າງປະເທດໄຫ່ຫຼຽງ ມົນທົນເຈີຈຽງ ປະເທດຈີນ

ສານຝັນຂອງເດັກຊາຍ ສາລິກ ທີ່ຢາກຈະເປັນມັກຄຸເທດ ທັງນີ້ເຟສບຸກຂອງ ຄິດເຊີນ ໄດ້ນຳຄິບວິດີໂອຂະນະ ເດັກຊາຍ ສາລິກ ຂະນະຮຽນໜັງສືແລະຂຽນພາສາຈີນອອກມາເຜີຍແຜ່

ພ້ອມເອີ້ນເດັກຊາຍ ສາລິກ ວ່າ ຫຼານຮັກ ໃນວັນທີ່ ເດັກຊາຍ ສາລິກ ເດີນທາງເຖິງປະເທດຈີນເຂົາໄດ້ຮັບການຕ້ອນຮັບຢ່າງອົບອຸ່ນແລະໜ້າປະທັບໃຈຈາກຄູ ແລະ ໝູ່ເພື່ອນທີ່ໂຮງຮຽນ

ເມື່ອໄປເຖິງສະໜາມບິນ ເຈົ້າຂອງໂຮງຮຽນພາສາຕ່າງປະເທດໄຫ່ຫຼຽງ ຍິນດີສະໜັບສະໜູນທຶນການສຶກສາໃຫ້ ເດັກຊາຍ ສາລິກ ຮຽນຈົນຈົບເຖິງລະດັບມະຫາວິທະຍາໄລ ຫາກເຂົາຕ້ອງການ

ທັງນີ້ນອກຈາກພາສາກຳປູເຈຍ ເຊິ່ງເປັນພາສາຂອງຕົນເອງແລ້ວ ເດັກຊາຍໄວ 14 ປີຄົນນີ້ ຍັງສາມາດເວົ້າພາສາອັງກິດ ທີ່ໄດ້ຮຽນຈາກໂຮງຮຽນໃນບ້ານເກີດ

ສ່ວນພາສາອື່ນໆເຊັ່ນ ຈີນກາງ ຫຼື ແມນດາຣິນ ຫວຽດນາມ ເກົາຫຼີ ຍີ່ປຸ່ນ ພາສາໄທ ຝຣ່ັງເສດ ຣັສເຊຍ ສະເປນ ເຢຍລະມັນ ເຂົາຮຽນຮູ້ຈາກນັກທ່ອງທ່ຽວໃນຈັງຫວັດສຽມມະລາດຂອງກຳປູເຈຍ