ເກີດເຫດໄຟໄໝ້ສະໜາມບຳບັດຂີ້ເຫຍື້ອ ຫລັກ32 ເມືອງໄຊທານີ

0
512

ເກີດເຫດໄຟໄໝ້ສະໜາມບຳບັດຂີ້ເຫຍື້ອ ຫລັກ32 ເມືອງໄຊທານີ !

ທ່ານ ດາວວອນ ສັກດາພອນ ທີ່ປຶກສາສະໜາມບຳບັດຂີ້ເຫຍື້ອ ຫລັກ32 ໄດ້ກ່າວໃຫ້ຮູ້ວ່າ: ເວລາປະມານ12ໂມງ20ນາທີ ຂອງວັນທີ29ມັງກອນ2022 ພະນັກງານທີ່ຢູ່ປະຈຳການ ໄດ້ເຫັນຄັວນໄຟໄໝ້ ຢູ່ຂຸມຂີ້ເຫຍື້ອໝາຍເລກ1 ໃນເບື້ອງຕົ້ນທາງທີມງານໄດ້ເອົາລົດນໍ້າເຂົ້າໄປມອດ ເພື່ອດັບເພີງໄຟ ແຕ່ເນື່ອງຈາກວ່າ ຈຸດເກີດເຫດແມ່ນຢູ່ໃຈກາງຂອງຂຸມຂີ້ເຫຍື້ອ (ຂະໜາດເນື້ອທີ່200×200) ເຮັດໃຫ້ລົດສີດນໍ້າເຂົ້າໄປບໍ່ເຖິງ ບວກກັບສະພາບອາກາດມີລົມພັດແຮງ ເຮັດໃຫ້ພະນັກງານບໍ່ສາມາດມອດດັບໄຟໃນຈຸດດັ່ງກ່າວໄດ້ ຫຼັງຈາກນັ້ນ ພວກເຮົາຈຶ່ງໄດ້ລາຍງານໃຫ້ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນຊາບ ທັງໄດ້ປະສານດ່ວນໄປຫາກອງມອດໄຟ ນວ ແລະ ເມືອງໄຊທານີ ເພື່ອຂໍທິມລົດມອດໄຟ ເຂົ້າມາມອດໄຟຢູ່ສະໜາມ ພ້ອມກັນນັ້ນກໍ່ໄດ້ກະກຽມລົດຂອງຫ້ອງການ ຄບຕ ຈົນຮອດເວລາ 14ໂມງ ຈຶ່ງມີລົດມອດໄຟມາຮອດສະໜາມຂີ້ເຫຍື້ອ1ຄັນ ໃນເບື້ອງຕົ້ນມີພາຫະນະເຂົ້າມາຊ່ວຍມອດໄຟຄື ລົດສະໜາມຂີ້ເຫຍື້ອ1ຄັນ ລົດຫ້ອງການ ຄບຕ 4ຄັນ ລົດກົມມອດໄຟ4ຄັນ ລົດກອງມອດໄຟເມືອງໄຊທານີ1ຄັນ.

ມາຮອດວັນທີ30ມັງກອນ2022 ໄດ້ມີກົ່ນຈັກພາຫະນະເຂົ້າມາສະໜາມ ເພື່ອແກ້ໄຂ ແລະ ສະກັດກັ້ນໄຟໄໝ້ ໃນນີ້ ມີລົດດຸດ1ຄັນ ລົດຈົກ4ຄັນ ລົດດ້າມ12ຄັນ ລົດສີດນໍ້າ5ຄັນ ລົດດັບເພີງ3ຄັນ ລົດຈຶ້ງສີດນໍ້າ2ຄັນ

ຜ່ານການສັງເກດ ເນື້ອທີ່ຖືກໄຟໄໝ້ລຸກລາມກວມເອົາ70% ຂອງຂຸມຂີ້ເຫຍື້ອທັງໝົດ48,2ເຮັກຕາ ໃນນັ້ນ ມີເນື້ອທີ່ຖືກເພີງໄໝ້33,74ເຮັກຕ້າ ສ່ວນສາເຫດຂອງໄຟໄໝ້ຄັ້ງນີ້ຍັງຢູ່ໃນຂັ້ນຕອນກວດສອບ.​

ປັດຈຸບັນສາມາດຄວບຄຸມເພິງໄດ້ແລ້ວເຫຼືອພຽງຄວັນໄຟດຳໝອກໜາປົກຫຸມໃນບໍລິເວນທີ່ເກີດເຫດ ແລະ ໃກ້ຄຽງຢູ່ ກວມຫລາຍກິໂລແມັດມົນທົນ ເຊິ່ງສົ່ງຜົນກະທົບເປັນວົງກວ້າງຕໍ່ສະພາບອາກາດ ແລະ ສິ່ງແວດລ້ອມ ດ້ວຍທາງທີມງານພວມເລັ່ງແກ້ໄຂ ເພື່ອໃຫ້ສຳເລັດໄປໂດຍໄວ.

ວຽງຈັນທຸລະກິດສັງຄົມ