ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 2 ກຸມພາ 2022 ການງານ ການເງິນ ຄວາມຮັກ

0
464

ວັນຈັນ:ການ​ງານ ມີ​ຄວາມ​ເລັ່ງ​​ກ່ຽວກັບ​ການ​ເຮັດ​ວຽກງານ​ ແຕ່​ກໍ​ຄວນ​ຕ້ອງ​ມັດ​ລະ​ວັງ​ເປັນ​ພິເສດ​ດ້ວຍ​ເຊັ່ນ​ກັນ​ ເຮັດວຽກ​ໃຫ້​ໄດ້​ຕາມ​ລະບົບ​ ຕາມ​ຂັ້ນ​ຕອນ​ຈະ​ດີ​ທີ່ສຸດ​ ການ​ເງິນ ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ໃນ​ຊ່ວງ​ນີ້​ ມີ​ເລື່ອງ​ຈ່າຍ​ ແຕ່​ກໍ​ຫາ​ເຂົ້າ​ມາ​ໄດ້​ເປັນ​ລັກສະນະ​ຂອງ​ການ​ໝຸນ​ເງິນ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​​ ຄວາມ​ຮັກ​ ມີ​ເລື່ອງ​ຫຼາຍ​ຢ່າງ​ທີ່​ທ່ານ​ຕ້ອງ​ໄປ​ຈັດການ​ໃຫ້​ສຳເລັດ​ໄປ​ໂດຍ​ໄວ​ ແຕ່​ກໍ​ຈະ​ມີຄົ​ນ​ຜິວ​ຂາວ​ເຂົ້າ​ມາ​​ ແຕ່​ກໍ​ຂຶ້ນ​ຢູ່​ກັບ​ທ່ານ​ວ່າ​ຖືກ​ໃຈ​ທ່ານ​ຫລື​ບໍ່​

ວັນອັງຄານ:ການ​ງານ ຄວາມ​ສະຫລຽວ​ສະຫລາດ​ໃນ​ການ​ເຈລະຈາ​ຕໍ່​ລອງ​ຈະ​ເຮັດໃຫ້​ທ່ານປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ ແຕ່​ກໍ​ຕ້ອງ​ເມື່ອຍ​ເພາະ​ຕ້ອງ​ເດີນທາງ​ຫຼາຍຂຶ້ນ​ ການ​ເງິນ ໂຊ​ກດີ​ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ໃນ​ມື້​ນີ້​ ເປັນ​ມື້ທີ່ໂຊກດີ​ຫລາຍ​ໆ​ ມື້​ໜຶ່ງ​ຂອງ​ທ່ານ​ເລີຍ​​ ຄວາມ​ຮັກ ສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ຮັກ​ ຖ້າ​ຫາກ​ຈະ​ພົບ​​ໃຜ​ໃນ​ມື້​ນີ້​ຈະ​ເປັນ​ຄົນ​ອາ​ຍຸ​ນ້ອຍ​ກວ່າ​ ແຕ່​ຕ້ອງ​ລະ​ວັງ​ໃນ​ເລື່ອງ​ອາລົມ​ຂອງ​ອີກ​ຝ່າຍ​

ວັນພຸດ:ການ​ງານ ຈະ​ເຮັດວຽກ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ເກີດ​ຄວາມ​ສຳ​ເລັດ​ເກີນ​ຄວາມ​ຄາດ​ຫວັງ​ ການ​ງານ​ເກີດ​ການ​ປ່ຽນ​ແປງ​ທີ່​ດີ​ຂຶ້ນ​ຢ່າງ​ເຫັນ​ໄດ້​ແຈ້ງ​ ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ສ​ະລັບ​ປັບ​ປ່ຽນ​ກັນ​ໄປ​ໃນ​ຊ່ວງ​ນີ້​ ເປັນ​ເລື່ອງ​ຂອງ​ການ​ໝຸນ​ເງິນ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ ຄວາມ​ຮັກ​ ທ່ານ​ເປັນ​ຜູ້​ທີ່​ມີ​ສະເໜ່​ ແຕ່​ກໍ​ຍັງ​ບໍ່​ມີ​ເວລາ​ໃຫ້​ເລື່ອງ​ຄວາມ​ຮັກ​ປານໃດ​ ອາດຈະ​ມີຄົ​ນ​ເຂົ້າ​ມາ​ໃຫ້​ຄວາມ​ສົນ​ໃຈ​ຢູ່​ຕະຫຼອດ

ວັນພະຫັດ:ການ​ງານ ​ຕິ​ດ​ຂັດ​ອຸປະສັກ​ຢູ່​ ແຕ່​ກໍ​ຕ້ອງ​ມີ​ການ​ປັບ​ປ່ຽນ​ວິທີ​ການ​ເຮັດ​ວຽກງານ​ບາງຢ່າງ​ເພື່ອ​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໃນ​ການ​ເຮັດ​ວຽກງານ​ ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ເປັນ​ລັກສະນະ​ຂອງ​ການ​ໝຸນ​ເງິນ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ກັບ​ສະຖານ​ການ​ນະ​​ນີ້​ ຄວາມ​ຮັກ ຈະ​ພົບຄົນ​ຜິວ​ສອງ​ສີ​ ແຕ່​ກໍ​ຍັງ​ບໍ່​ເລືອກ​ໃນ​ຊ່ວງ​ນີ້​ ເພາະ​ຕ້ອງ​ການ​ເບິ່ງ​ໆ​ ກັນ​ໄປ​ຫລາຍກວ່າ​ ຕ້ອງ​ການ​ໃຊ້​ເວລາ​ຕັດ​ສິນ​ໃຈ​ນັ້ນ​ເອງ​

ວັນສຸກ:ການ​ງານ ຊ່ວງ​ນີ້​ການ​ຕໍ່​ລອງ​ເຈລະ​ຈາ​ກ່ຽວກັບ​ເລື່ອງ​ການ​ງານ​ຈະປະ​ສົບ​ຜົນ​ສຳ​ເລັດ​ ແລະ​ພົບ​ກັບ​ຄວາມ​ກ້າວ​ຫນ້າທີ່​ດີ​ຂຶ້ນ​ ແຕ່​ເລື່ອງ​ທີ່​ຕ້ອງ​ລະ​ວັງ​ຄື​ເລື່ອງ​ສຸກຂະພາບ​ທີ່​ໃຊ້​ທຸ້ມເທ​ໃນ​ເລື່ອງ​ການ​ງານ​ຫລາຍ​ເກີນ​ໄປ​ ການ​ເງິນ ໄລຍະນີ້​ຈະ​ຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ ແລະ​ເປັນ​ໂຊກ​ດີ​ ຈະ​ໄດ້​ເງິນ​ເຂົ້າ​ມາ​ເປັນ​ກຳ​ ຈະ​ສັງເກດ​ໄດ້​ວ່າ​ດວງທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ຄວາມ​ຮັກ ສຸກ​ສົມ​ຫວັງ​ ແລະ​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ຮັກ​ໃນ​ການສ້າງ​ສັນ​ຄວາມ​ສຳພັນ​ກັບ​ຄົນ​ຮັກ​ຢູ່ໃນ​ເກນ​ທີ່​​ຈິງ​ຈັງ​

ວັນເສົາ:ການ​ງານ​ ຈະ​ເຮັດວຽກງານ​ສິ່ງ​ໃດ​ກໍ​ເປັນ​ເງິນ​ເປັນ​ທອງเປັ​ນ​ໂຊກ​ໄປ​ທຸກ​ຢ່າງດວງທາງ​ດ້ານ​ການ​ງານ​ຈະເລີນ​ກ້າວ​ໜ້າ​ເປັນ​ຢ່າງ​ຫລາຍ​ ການ​ເງິນ ຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ ແຕ່​ກໍ​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ຕໍ່​ເນື່ອງ​ ເປັນ​ການ​ໝຸນ​ເງິນ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​​ ຄວາມ​ຮັກ​ ຈະ​ໄດ້​ພົບ​ໃຜ​ບາງ​ຄົົນທີ່​ເກັ່ງ​ ມີ​ຄວາມ​ສາມາດ​ໃນ​ການ​ບໍລິຫານ​ຈັດການ​ ມີ​ຄວາມ​ພ້ອມ​ໄປ​ທຸກ​ຢ່າງ​ ທີ່​ທ່ານ​ຈະ​ໄດ້​ພົບ​ໃນ​ໄລຍະ​ນີ້​

ວັນອາທິດ:ການ​ງານ ຈະ​ເຮັດ​ທຸລະກິດ​ງານ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ບາງເທື່ອ​ກໍ​ຕ້ອງ​ໃຊ້​ເງິນ​ລົງ​ທຶນ​ອອກ​ໄປ​ ແຕ່​ກໍ​ຈະ​ຄຸ້ມ​ຄ່າ​ກັບ​ຜົນ​ຕອບ​ແທນ​ທີ່​ໄດ້ຮັບ​ ການ​ເງິນ ຊ່ວງ​ນີ້​ໃຊ້​ຈ່າຍ​ໄດ້​ຢ່າງ​ຄ່ອງ​ຕົວ​ ແມ່ນ​ມີ​ເລື່ອງ​ຈ່າຍ​ ແຕ່​ເລື່ອງ​ຮັບ​ຫລື​ການ​ຫາ​ໄດ້​ເຂົ້າ​ມາ​ກໍ​ຍັງມີ​ຫລາຍກວ່າ​ ມີ​ເຂົ້າ​ມາ​ຕໍ່​ເນື່ອງ​ຕະຫລອດ​ ຄວາມ​ຮັກ ທ່ານເປັນ​ຜູ້​ທີ່​ມີ​ສະເໜ່ມີຄົ​ນ​ເຂົ້າ​ມາສົ​ນ​ໃຈ​ ແຕ່​ທ່ານ​ກໍ​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ຊັດເຈນ​ກັບ​ລາວ​ ຈຶ່ງ​ຄວນ​ເບິ່ງ​ໆ​ ກັນ​ໄປ​ກ່ອນ​ຈະ​ດີ​ທີ່ສຸດ​