ສັນຍານທີ່ດີ! ນະຄອນຫຼວງຕົວເລກຜູ້ຕິດເຊື້ອຫຼຸດລົງຕໍ່ເນື່ອງ

0
299

ຕາມການລາຍງານຂອງທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ຮູ້ວ່າ: ໃນມື້ວັນທີ 2 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3,234 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 400 ຄົນ (ຕິດເຊື້ອພາຍໃນ ມີ 397 ຄົນ ແລະ ຕິດເຊື້ອນໍາເຂົ້າ 03 ຄົນ) , ເສຍຊີວິດສະສົມ 558 ຄົນ (ໃນນີ້ເສຍຊີວິດ ໃໝ່ 5 ຄົນ).


ຈາກຕົວເລກນີ້ ເຮັດໃຫ້ຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 135.301 ຄົນ, ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 697 ຄົນ, ກໍາລັງປິ່ນປົວ 5.235 ຄົນ (ຜູ້). ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 03 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ ແລະ ບໍລິຄໍາໄຊ 01 ຄົນ ແລະ ສໍາລັບຄົນທີ່ເສຍຊີວິດໃໝ່ 05 ຄົນ ຈາກ: ນະຄອນຫຼວງວຽງຈັນ 2 ຄົນ, ແຂວງວຽງຈັນ 01 ຄົນ, ແຂວງອຸດົມໄຊ 01 ຄົນ ແລະ ບໍລິຄໍາໄຊ 01 ຄົນ.


ຈຳນວນຕົວເລກ ການຕິດເຊືື້ອໃໝ່ພາຍໃນປະເທດມື້ວານນີ້ ທັງໝົດມີ 397 ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 16 ແຂວງ ມີ ດັ່ງນີ້: ນະຄອນຫຼວງ 80ຄົນ, ຊຽງຂວາງ 44ຄົນ, ຫົວພັນ 37 ຄົນ, ບໍລິຄໍາໄຊ 28ຄົນ,ວຽງຈັນ 26ຄົນ, ໄຊຍະບູລີ 26ຄົນ, ອັດຕະປື 26ຄົນ, ສາລະວັນ 22ຄົນ,ໄຊສົມບູນ 21ຄົນ, ຫຼວງພະບາງ 16ຄົນ, ເຊກອງ 16ຄົນ, ຜົ້ງສາລີ 13ຄົນ, ສະຫັວນນະເຂດ 12ຄົນ, ອຸດົມໄຊ 12ຄົນ, ຈໍາປາສັກ 6ຄົນ, ຄໍາມ່ວນ 6ຄົນ ແລະ ບໍ່ແກ້ວ 6ຄົນ.

ສໍາລັບ ສປປ ລາວ ມື້ນີ້ກໍ່ແມ່ນອີກມື້ໜື່ງທີ່ໂຕເລກລາຍງານຍັງຜູ້ຕິດເຊື້ອຕໍ່າກວ່າ 500 ຄົນ ຈໍານວນຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນມີທ່າອຽງຫຼຸດລົງ ແຕ່ກໍ່ຍັງມີບາງແຂວງທີ່ມີການລາຍງານຜູ້ຕິດເຊື້ອລາຍວັນສູງ.