ໃນວັນທີ 31 ມັງກອນ ທີ່ຜ່ານມາ, ໄດ້ເກີດອຸບັດຕິເຫດລົດບັນທຸກ 6 ລໍ້ ແລະ 22 ລໍ້ ຕໍາກັນຢູ່ເສັ້ນທາງໂຄ້ງລົງຄ້ອຍ ເຂດບ້ານປຸ່ງນາໝຸນ ເສັ້ນທາງລະຫວ່າງແຂວງຫຼວງນໍ້າທາ ຫາ ເມືອງຫ້ອຍຊາຍ ແຂວງບໍ່ແກ້ວ ເຮັດໃຫ້ມີ ຜູ້ ເ ສ ຍ ຊີ ວິ ດ 1 ຄົນ ແລະ ບາດເຈັບສາຫັດອີກ 1 ຄົນ ສ່ວນພາຫະນະແມ່ນເປ່ເພ່ຫຼາຍສົມຄວນ.
ເຈົ້າໜ້າທີ່ພະແນກຈະລາຈອນ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ອຸບັດຕິເຫດທີ່ເກີດຂຶ້ນໃນຄັ້ງນີ້, ເຮັດໃຫ້ຜູ້ຂັບຂີ່ລົດ 6 ລໍ້ ຍີ່ຫໍ້ອີຊູຊູ ສີຂາວ ໝາຍເລກທະບຽນ ບຂ 7985 ກໍາແພງນະຄອນ (ທຸລະກິດ 100%) ທີ່ຂັບຂີ່ໂດຍ ທ້າວ ສົມບັດ ອາຍຸ 40 ປີ ປັດຈຸບັນຢູ່ບ້ານນົກກະຈອກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເ ສ ຍ ຊີ ວິ ດ ຄ າ ທີ່, ຕາມຂໍ້ມູນເບື້ອງຕົ້ນ ທ້າວ ສົມບັດ ໄດ້ຂັບຂີ່ມາແຕ່ທາງແຂວງຫຼວງນໍ້າທາ ເພື່ອມຸ້ງໜ້າໄປທາງເມືອງຫ້ວຍຊາຍ ແຕ່ພໍຂັບຂີ່ມາຮອດເສັ້ນທາງໂຄ້ງລົງຄ້ອຍ ໄດ້ເກີດອຸບັດຕິເຫດຕໍາກັບລົດບັນທຸກ ລຸ້ນ 22 ລໍ້ ສີຂາວ ໝາຍເລກຫົວລາກ ບຄ 1948 ກໍາແພງນະຄອນ ແລະ ຫາງລາກ ບກ 0126 ຫຼວງນໍ້າທາ ຂັບຂີ່ຊື່ທ້າວ ບຸນຕາ ອາຍຸ 35 ປີ ປັດຈຸບັນຢູ່ບ້ານປາກທວາຍໃຕ້ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ທີ່ຂັບຂີ່ມຸ້ງໜ້າໄປທາງແຂວງຫຼວງນໍ້າທາ.
ສ່ວນສາເຫດຂອງອຸບັດຕິເຫດຄັ້ງນີ້ ຍ້ອນວ່າ ທ້າວ ສົມບັດ ຂັບຂີ່ລົດມາດ້ວຍຄວາມໄວສູງ ແລະ ບໍ່ແນບເຂົ້າກໍ້າຂວາມື ເຮັດໃຫ້ຜູ້ກ່ຽວ ເ ສ ຍ ຊີ ວິ ດ ຄ າ ທີ່, ສ່ວນທ້າວ ບຸນຕາ ແມ່ນບາດເຈັບສາຫັດ. ສໍາລັບພາຫະນະ ແມ່ນເປ່ເພສົມຄວນ 1 ຄັນ ແລະ ໃຊ້ການບໍ່ໄດ້ 1 ຄັນ.
ຂ່າວ: ສາວຟັ່ງເຊ