ສະຫຼົດ…!! ເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກ ເສຍຊີວິດຄາທີ່ 1 ຄົນ ເຂດເມືອງປາກງື່ມ.

0
555

ໃນວັນທີ 2/2/2022 ເວລາ 21:30ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າມີລົດຈັກຕຳກັນກັບລົດໃຫຍ່ ຈຸດເກີດເຫດທີ່ເສັ້ນທາງລະຫວ່ງບ້ານດອນສ້າງໄຜ່-ໂຄກສາ ເມືອງປາກງື່ມ ນະຄອນຫລວງວຽງຈັນ.

ຫນ່ວຍກູ້ໄພອາສາເພື່ອປະຊາຊົນ ຈຶ່ງໄດ້ອອກກວດສອບເຫດພົບຜູ້ປະສົບເຫດ 1 ຄົນ ເພດຊາຍ ອາດການເບື້ອງຕົ້ນ ຄຳຫັກ ກະທົບຫົວ ຢ່າງຮຸນແຮງ ເສຍຊີວິດຄາທີ.

ດັ່ງນັ້ນ, ຫນ່ວຍກູ້ໄພຈື່ງໄດ້ປະສານຫາເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ແລະ ຫໍ່ມ້ຽນສົບນຳສົ່ງໃຫ້ຍາດທຳພິທີທາງສາດສະຫນາຕໍ່ໄປ. ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ