ເດັກຊາຍໄວ 11 ປີ ທຸ້ມເທທັ້ງຫຍາດເຫື່ອ ແຮງໃຈ ຫາເງິນເພື່ອໄປລ້ຽງແມ່ ແລະ ນ້ອງ

0
384

ເລື່ອງລາວຂອງ ເດັກຊາຍ ວະລັນໄຊ ຫຼື ນ້ອງໂອ໊ະ ໄວ 11 ປີ ນັກຮຽນຊັ້ນ ປ.5 ໂຮງຮຽນອະນຸບານລະງູ ທຸກມື້ຫຼັງເລີກຮຽນຈະຕ້ອງກັບມາຝຶກຊ້ອມມວຍໄທທີ່ ຄ້າຍກຽດຈະເລີນໄຊ ເປັນແນວນີ້ຕະຫຼອດ 1 ປີທີ່ຜ່ານມາ

ດ້ວຍຄວາມຫວັງທີ່ຢາກເປັນນັກມວຍມືອາຊີບເພື່ອສ້າງອະນາຄົດຫາເງິນເພື່ອນຳໄປລ້ຽງຄອບຄົວທີ່ມີແມ່ແລະນ້ອງ ຫຼັງຈາກທີ່ພໍ່ເສຍຊີວິດໄປແລ້ວ ໂດຍ ນ້ອງໂອ໊ະ ເຫຼົ່າວ່າ ຕົນອອກຈາກເຮືອນມາຢູ່ຄ້າຍມວຍຂອງ ທ້າວສົມກຽດ ລຽງປະສິດ ໃນຈັງຫວັດສະຕູນ ຕັ້ງແຕ່ຍັງນ້ອຍເພື່ອທີ່ຈະຫາເງິນລ້ຽງແມ່ແລະນ້ອງນ້ອຍທີ່ຢູ່ໃນຈັງຫວັດຕຣັງ

ໃນຂະນະທີ່ໝູ່ໄວດຽວກັນອາດຈະໄດ້ຫຼິ້ນສະໜຸກໄປຕາມພາສາ ແຕ່ຕົນຕ້ອງເຮັດວຽກຫາເງິນລ້ຽງຄົນຢູ່ເຮືອນ ຕ້ອງຝຶກຝົນເພື່ອເປັນນັກມວຍໃຫ້ໄດ້ ໂດຍມີຄົນທີ່ຊື່ນຊົມຄື ບົວຂາວ ທັ້ງນີ້ຫາກຕົນໄດ້ໄປສົກມວຍຕາມງານ ຫຼື ກິດຈະກຳ ກໍ່ຈະໄດ້ເງິນມາຄັ້ງລະ 500-1000 ບາດ

ໂດຍຈະເກັບໄວ້ໃຊ້ເອງຄັ້ງລະ 100-300 ບາດ ສ່ວນທີ່ເຫຼືອຈະສະສົມໄວ້ເພື່ອໃຫ້ແມ່ນຳໄປໃຊ້ຊື້ນົມແລະຜ້າອ້ອມໃຫ້ນ້ອງ ທາງດ້ານ ທ້າວ ວໍລະສິດ ລຽງປະສິດ ຜູ້ຈັດການຄ້າຍມວຍ ເປີດເຜີຍວ່າຮູ້ສຶກຫ່ວງໃຍນ້ອງໂອ໊ະເປັນພິເສດ ເພາະເຂົາຍັງນ້ອຍແລະຕ້ອງການຄວາມຮັກ ເຖິງໃນຄ້າຍຈະມີນັກມວຍຫຼາຍຄົນທີ່ຕ້ອງດູແລ

ແຕ່ນ້ອງໂອ໊ະຄົນນີ້ຖານະຍາກຈົນທີ່ສຸດ ເຂົາເປັນເດັກນ້ອຍທີ່ຂະຫຍັນ ດຸໝັ່ນ ອົດທົນ ບໍ່ດື້ ແລະ ເຊື່ອຟັງທາງຄ້າຍຈຶ່ງສົ່ງຮຽນໜັງສືອີກດ້ວຍ ຂະນະນີ້ນ້ອງໂອ໊ະກໍ່ຝຶກຝົນຈົນມີຝີມືທີ່ດີ ໄດ້ສາຍາຈາກທາງຄ້າຍວ່າ ຝົນເໜືອ ກຽດຈະເລີນໄຊ ຈາກທັກສະການເຕະສົກທີ່ຍົກຂາໄດ້ສູງແລະມີຄວາມໄວໃນການໃຊ້ກຳລັງທີ່ລົງຝາຕີນຢ່າງແໜ້ນໜາ