ເລື່ອງແບບນີ້ບໍ່ເກີດກັບໃຜບໍ່ຮູ້ ບາງຄົນກວ່າທີ່ຈະໄດ້ສິ່ງໃດສິ່ງໜຶ່ງມາແມ່ນຕ້ອງໄດ້ໃຊ້ເວລາຫຼາຍປີ ຫຼື ກວ່າທີ່ຈະຕັດສິນໃຈຊື້ສິ່ງຂອງທີ່ເປັນເງິນກ້ອນໃຫຍຕ້ອງໄດ້ຄິດຢ່າງຖີ່ຖ້ວນ ເພາະສຳລັບບາງຄົນອາດເປັນເງິນເກັບທັ້ງຊີວິດ ຫຼື ຖອດໝົດຕົວເພື່ອສິ່ງນັ້ນ ແຕ່ພໍໄດ້ມາເປັນຂອງໂຕເອງພັດຖືກໂຈນມາລັກໄປແບບນີ້ກໍ່ໄປບໍເປັນຄືກັນ ບາງຄົນເຖິງກັບເສຍແນວຄິດໄດ້.
ຄືກັບເລື່ອງນີ້ໜ້າເຫັນໃຈທີ່ສຸດ ຈາກຜູ້ໃຊ້ເພຈບຸກຊື່ ດາວ ປະກາຍແສງ ໄດ້ໂພສວ່າ: ດາວລົດມາ 2 ປີ ເຫຼືອງວດສຸດທ້າຍກໍມາເສຍກ່ອນ. ເປັນລົດຄັນແລກຂອງຊິວິດຂ້ອຍກວ່າຊິໄດ້ລົດຄັນນີ້ມາບໍ່ແມ່ນງ່າຍຂ້ອຍຕ້ອງອົດຫຼັບອົດນອນນຍອມເມື່ອຍ ຂ້ອຍທັງເປັນແມ່ຄ້າ ທັງຂາຍເລກ ທັງຮ້ອງເພງ ທັງສະແດງ.
ທຸ້ມເທເຮັດທຸກຢ່າງທີ່ໂຕເອງເຮັດໄດ້ກາງເວັນຂ້ອຍຮຽນ ຈັນຫາສຸກ ຫຼັງເລີກຮຽນຂ້ອຍຕ້ອງໄປເຮັດວຽກຢູ່ຮ້ານອາຫານຕໍ່ ເສົາອາທິດ ບາງທິດກໍໄປງານ ຊື້ດາວມາດ້ວຍເຫື່ອແຮງຂອງໂຕເອງບໍ່ຄິດວ່າຊິເປັນແບບນີ້.
ດັ່ງນັ້ນ ຈຶ່ງຢາກຂໍຄວາມຊ່ວຍເຫຼືອແດ່ຊາວສື່ອອນລາຍເຮົາປ້າຍລົດ (ຕກ 3871) ລົດເສຍຄືນວັນທີ 2 ກຸມພາ 2022 ທີ່ບ້ານໜອງພະຍາໃຜພົບເຫັນຢູ່ໃສຊ່ວຍແຈ້ງຊ່ວຍຈັບໃຫ້ດ້ວຍ ຫາແດ່ຂໍຂອບໃຈຫາກພົບເຫັນຕິດຕໍ່ 02092487919.