ອຸ້ຍ ໄສ້ກອກປົນເປື້ອນເມືອງໄທກວດພົບກວ່າ 30 ຍີ່ຫໍ້

0
311

ພາຍຫຼັງມີຂ່າວເດັກນ້ອຍກິນໄສ້ກອກແລ້ວປວດຮາກຮຸນແຮງ ໄດ້ກາຍເປັນສະນວນໃຫ້ເຈົ້າໜ້າທີ່ໄທອອກກວດກາສິນຄ້າຕາມທ້ອງຕະຫຼາດ ເຊິ່ງຫຼ້າສຸດພົບໄສ້ກັກທີ່ປົນເປື້ອນສານຫຼາຍເຖິງ 32 ຍີ່ຫໍ້ ລວມທັງສັນຍາລັກປອມອີກດ້ວຍ ຕໍ່ໄປນີ້ຖ້າຈະກິນຕ້ອງເບິ່ງໃຫ້ດີເດີ້ພີ່ນ້ອງ.

ເຊິ່ງຄະນະກຳມະການອາຫານ ແລະຢາຂອງໄທໄດ້ລົງກວດກາຕາມຕະຫຼາດ ແລະໄດ້ກວດຢືນສິນຄ້າປະເພດໄສ້ກອກປົນເປື້ອຍຫຼາຍເຖິງ 32 ລາຍການລວມມູນຄ່າກວ່າ 7 ແສນບາດ ຫຼື ປະມານ 250 ກວ່າລ້ານກີບ, ໃນການລົງກວດກາຂອງເຈົ້າໜ້າທີ່ໄດ້ລົງກວດໂຮງງານແຫ່ງໜຶ່ງໃນຈັງຫວັດຊົນບູຣີ ພົບວ່າຜະລິດຕະພັນທີ່ເຮັດຈາກຊີ້ນສັດເຊັ່ນໄສ້ກອກ, ລູກຊີ້ນ, ໝູຢໍ່ ແມ່ນທຳການຜະລິດໂດຍບໍ່ໄດ້ຮັບອະນຸຍາດ.

ຜົນການກວດສອບພົບວ່າ ສິນຄ້າຂອງໂຮງງານນີ້ແມ່ນຕົງກັບອັນທີ່ເດັກນ້ອຍກິນແລ້ວຕ້ອງຫາມເຂົ້າໂຮງໝໍ ເຊິ່ງສະຫຼາກຂອງສິນຄ້າແມ່ນບໍ່ໄດ້ສະແດງເລກສານລະບົບອາຫານ ແລະເປັນການສະແດງສະຫຼາກທີ່ບໍ່ຖືກຕ້ອງ. ຈາກການສອບຖາມສະຖານທີ່ຜະລິດແມ່ນພົບວ່າບໍ່ຜ່ານເກນ.

ບໍ່ພຽງເທົ່ານັ້ນ ສິນຄ້າຈາກໂຮງງານນີ້ມີຂໍ້ບົກພ່ອງໄດ້ແກ່ ບໍ່ມີການຄວບຄຸມການຜະລິດໃນກໍລະນີທີ່ມີການໃຊ້ວັດຖຸເຈືອປົນອາຫານຢ່າງເໝາະສົມ ອີກທັ້ງຂັ້ນຕອນການຜະລິດກໍ່ບໍ່ໄດ້ຖືກຕ້ອງຕາມກົດໝາຍ ເຊິ່ງເຈົ້າໜ້າທີ່ຍັງຈະເກັບຕົວຢ່າງມາກວດວິເຄາະກ່ອນວ່າພົບສານຕ້ອງຫ້າມໃນອາຫານຫຼືບໍ ເພື່ອພິຈາລະນາການປະຕິບັດໂທດຕໍ່ໄປ.

ເຊິ່ງເຈົ້າໜ້າທີ່ໄດ້ຝາກເຕືອນຜູ້ບໍລິໂພກ ລວມທັງຕົວແທນຈຳໜ່າຍໃຫ້ເລືອກໄສ້ກອກ ຫຼື ຜະລິດຕະພັນຈາກສະຖານທີ່ໆໄດ້ຮັບອະນຸຍາດ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ ກ່ອນອື່ນໃຫ້ສັງເກດຊື່ອາຫານ ຊື່ ແລະທີ່ຕັ້ງຂອງຜູ້ຜະລິດ ວັນເດືອນປີຜະລິດ ຫຼື ໝົດອາຍຸ ພ້ອມນີ້ຕ້ອງສະແດງສ່ວນປະກອບທີ່ຊັດເຈນຂໍ້ມູນວັດຖຸເຈືຶອປົນ ລວມເຖິງເຄື່ອງໝາຍ ອຍ ຈິ່ງຈະປອດໄພ.