ໃນວັນທີ 3 ມັງກອນ 2022 ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດພິທີ ປະກາດການຈັດຕັ້ງ ຂັ້ນຄະນະກົມ ພາຍໃນກະຊວງແຜນການ ແລະ ການລົງທຶນຂຶ້ນ, ທີ່ສະໂມສອນກະຊວງ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ ແລະ ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.
ໃນພິທີ ທ່ານ ສີອຳພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງທ່ານນາຍົກ ວ່າ: ລາຍຊື່ຜູ້ທີ່ຖືກຊັບຊ້ອນ ແລະ ແຕ່ງຕັ້ງມີດັ່ງນີ້: 1. ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ບົ່ງຕົວແຕ່ງຕັ້ງເປັນກໍາມະການປະຈໍາພັກ ກະຊວງ ຜທ; 2. ທ່ານ ນາງ ພອນສະຫຼີ ສຸກສະຫວັດ ບົ່ງຕົວແຕ່ງຕັ້ງເປັນກໍາມະການປະຈຳພັກ ກະຊວງ ຜທ; 3. ທ່ານ ວຽງຊັນ ຈັນທາ ແຕ່ງຕັ້ງເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ; 4. ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ແຕ່ງຕັ້ງເປັນຫົວໜ້າຄະນະກຳມະການຮ່ວມມື ລາວ-ຈີນ; 5. ທ່ານ ໄພເລີດ ພົນບຸລົມ ແຕ່ງຕັ້ງເປັນຫົວໜ້າກົມແຜນການ ກະຊວງ ຜທ.
6. ທ່ານ ຟອງສະມຸດ ຄໍາວານວົງສາ ແຕ່ງຕັ້ງເປັນຫົວໜ້າຫ້ອງການສູນສະຖິຕິແຫ່ງຊາດ ກະຊວງ ຜທ; 7. ທ່ານ ສອນປະເສີດ ດາລາວົງ ແຕ່ງຕັ້ງເປັນຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງ ຜທ; 8. ທ່ານ ສິດທິຣົດ ຣາຊະພົນ ແຕ່ງຕັ້ງເປັນຫົວໜ້າສູນຄົ້ນຄ້ວານະໂຍບາຍການພັດທະນາ ກະຊວງ ຜທ; 9. ທ່ານ ບຸນມີ ວິໄລຈິດ ແຕ່ງຕັ້ງເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ຜທ; 10 ທ່ານ ວັດທະນາ ນໍລິນທາ ແຕ່ງຕັ້ງເປັນວ່າການຫົວໜ້ຫ້ອງການ ກະຊວງ ຜທ; 11. ທ່ານ ນາງ ພອນທິບ ພານິພົງ ສັບຊ້ອນ ແລະ ແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການ ກະຊວງ ຜທ; 12 ທ່ານ ໂຄສະດາ ວົງຊະນະ ແຕ່ງຕັ້ງເປັນຮອງຫົວໜ້າກົມ ແລະ ເປັນເລຂາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຜທ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໂອ້ລົມວ່າ: ການປັບປຸງໃນຄັ້ງນີ້ ກໍເພື່ອເຮັດໃຫ້ວຽກງານຂອງບັນດາກົມກອງ ພາຍໃນ ກະຊວງ ຜທ ພວກເຮົານີ້ ມີກົງຈັກທີ່ສົມບູນ, ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດຈັດຕັ້ງຜັນຂະຫຍາຍ ແນວທາງ ຂອງພັກ-ລັດ, ແບບແຜນຍຸດທະສາດຂອງຂະແໜງ ຜທ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບ ຄາດໝາຍ ທີ່ໄດ້ກຳນົດໄວ້,ພ້ອມຍັງເປັນກຽດອັນສູງສົ່ງຂອງບັນດາ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ນີ້ ເພາະມີພາລະໜ້າທີ່ອັນໜັກໜ່ວງຂຶ້ນກວ່າເກົ່າ. ບັນດາສະຫາຍ ແມ່ນໄດ້ຮັບຜິດຊອບວຽກງານໜ້າທີ່ຢູ່ແຕ່ລະຂົງເຂດທີ່ແຕກຕ່າງກັນ, ແຕ່ທັງໝົດກໍ່ແມ່ນຮັບໃຊ້ໜ້າທີ່ ການເມືອງຂອງພັກ-ລັດ ແລະ ເປົ້າໝາຍການພັດທະນາຂອງປະເທດຊາດອັນດຽວກັນ.