ໄທ ມອບອຸປະກອນການແພດ ໃຫ້ແກ່ໂຮງໝໍເດັກ ໃນນະຄອນຫລວງວຽງຈັນ ລວມມູນຄ່າ 723,800,000 ກີບ

0
368

ເມື່ອວັນທີ 2 ກຸມພາ 2022 ລັດຖະບານ ແຫ່ງ ຣາຊະອານາຈັກໄທ ໂດຍກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງມອບອຸປະກອນການແພດ ຈຳນວນ 12 ລາຍການ ລວມມູນຄ່າ 2,068,000 ບາດ (723,800,000 ກີບ) ໃຫ້ແກ່ໂຮງໝໍເດັກ ນະຄອນຫລວງວຽງຈັນ ເພື່ອສະໝັບສະໜຸນ ສປປ ລາວ ໃນການເບິ່ງແຍງ ແລະ ຮັກສາຜູ້

ຕິດເຊື້ອພະຍາດໂຄວິດ – 19 ໂດຍສະເພາະໃນກຸ່ມເດັກນ້ອຍ. ໂດຍອຸປະກອນການແພດດັ່ງກ່າວເປັນອຸປະກອນສຳລັບໃຊ້ໃນຫ້ອງສຸກເສີນສຳລັບຜູ້ຕິດເຊື້ອພະຍາດໂຄວິດ – 19 ໂດຍມີຄະນະນຳຂອງໂຮງໝໍເດັກ ແລະ ຫົວໜ້າໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມໃນການຮັບມອບ


ໄທ ມອບອຸປະກອນການແພດ ໃຫ້ແກ່ໂຮງໝໍເດັກ ໃນນະຄອນຫລວງວຽງຈັນ ລວມມູນຄ່າ 723,800,000 ກີບ


ໄທ ມອບອຸປະກອນການແພດ ໃຫ້ແກ່ໂຮງໝໍເດັກ ໃນນະຄອນຫລວງວຽງຈັນ ລວມມູນຄ່າ 723,800,000 ກີບ

ທີ່ມາ : Royal Thai Embassy, Vientiane