ກຸ່ມບໍລິສັດ ໂຄລາວ, ບໍລິສັດໂຊກໄຊ ໂລຊິດສະຕິກ ແລະ ບໍລິສັດອິນໂນກຣິນເອັນເຈີເນຍລິງ ຈໍາກັດ ພາຍໃຕ້ໂຄງການ “ແບ່ງປັນນໍ້າໃຈສູ່ສັງຄົມລາວ” ໄດ້ນໍາເອົາ ລົດຮັບ-ສົ່ງຄົນເຈັບ ຈໍານວນ 1 ຄັນ, ອຸປະກອນການແພດ ແລະ ເງິນສົດ ລວມມູນຄ່າທັງໝົດ 400 ລ້ານກວ່າກີບ ມອບໃຫ້ ໂຮງໝໍເມືອງໄຊສະຖານ ແຂວງ ໄຊຍະບູລີເພື່ອປະກອບສ່ວນຊ່ວຍຍົກລະດັບວຽກງານສາທາລະນະສຸກຂອງເມືອງ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ.
ພິທີມອບ-ຮັບ ຈັດຂຶ້ນໃນຕອນເຊົ້າວັນທີ 6 ກຸມພາ 2022 ທີ່ຫ້ອງວ່າການແຂວງໄຊຍະບູລີ, ນໍາພາ ແລະ ກ່າວມອບເຄື່ອງດັ່ງກ່າວມີ: ທ່ານ ປອ ບຸນຕາ ອ່ອນນາວົງ ຫົວຫນ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ທ່ານ ໜູໄຊ ແຫວນສະຫວັນ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດໂຄລາວ ພ້ອມດ້ວຍທີມງານ ແລະ ກ່າວຮັບເຄື່ອງໂດຍ ສີສະໝອນ ນາມວົງ ເຈົ້າເມືອງ ໄຊສະຖານ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ.
ເຄື່ອງທີ່ຊ່ວຍເຫຼືອ ຄັ້ງນີ້ ກຸ່ມບໍລິສັດ ໂຄລາວ ມອບລົດຮັບ-ສົ່ງຄົນເຈັບຈໍານວນ 1 ຄັນມູນຄ່າ 300 ລ້ານກີບ, ບໍລິສັດໂຊກໄຊ ໂລຊິດສະຕິກ ມອບເງິນ ຈໍານວນ 100 ລ້ານກີບເພື່ອສ້ອມແປງນໍ້າລິນ ແລະ ບໍລິສັດອິນໂນກຣີນເອັນເຈີເນຍລິງ ຈໍາກັດ ມອບອຸປະກອນການແພດ (ຕຽງນອນຄົນເຈັບ 2 ຊຸດແລະ ລໍ້ຍູ້ຄົນເຈັບ 2 ຊຸດ) ມູນຄ່າ 15 ລ້ານກີບ.
ທ່ານ ໜູໄຊ ແຫວນສະຫວັນ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດໂຄລາວ ເຊິ່ງຕາງໜ້າໃຫ້ທັງ 3 ບໍລິສັດ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມຫຍຸ້ງຍາກຫຼາຍດ້ານຢູ່ເມືອງ ໄຊສະຖານ, ເປັນຕົ້ນແມ່ນການບໍລິການປະຊາຊົນດ້ານສາທາລະນະສຸກ ໃນກໍລະນີສຸກເສີນທີ່ຕ້ອງໄດ້ຮັບ-ສົ່ງຄົນເຈັບໄປຍັງໂຮງຫມໍເມືອງ ແລະ ໂຮງຫມໍແຂວງ ທີ່ມີໄລຍະທາງອັນຍາວໄກ, ສະນັ້ນທັງ 3 ບໍລິສັດຈຶ່ງໄດ້ປະກອບສ່ວນວັດຖຸຈິດໃຈມາຊ່ວຍເຫຼືອ, ເຖິງວ່າການຊ່ວຍເຫຼືອຄັ້ງນີ້ຈະເປັນການຊ່ວຍເຫຼືອທີ່ບໍ່ຫຼາຍແຕ່ເກີດຈາກນໍ້າໃຈ ທີ່ເຫັນໄດ້ຄວາມສໍາຄັນໃນການຊ່ວຍເຫຼືອສັງຄົມ ແລະ ຫວັງວ່າການຊ່ວຍເຫຼືອຄັ້ງນີ້ຈະສາມາດແບ່ງເບົາ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນທີ່ຕ້ອງການ ຄວາມຊ່ວຍເຫລືອ ກໍລະນີສຸກເສີນ ເພື່ອເຂົ້າເຖິງການປິ່ນປົວອັນເລັ່ງດ່ວນຂອງຄົນເຈັບໄດ້ຢ່າງທັນການ.
ພ້ອມດຽວກັນ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ໄຊຍະບູລີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ 3 ບໍລິສັດ ທີ່ໄດ້ໃຫ້ການຊ່ວຍເຫລືອ ປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານສາທາລະນະສຸກຂອງແຂວງໄຊຍະບູລີ ເວົ້າລວມ, ເວົ້າສະເພາະແມ່ນເມືອງ ໄຊສະຖານ ທີ່ເປັນເມືອງສ້າງຕັ້ງໃໝ່ຂອງແຂວງ ທີ່ຍັງມີຄວາມຫຍຸ້ງຍາກຫລາຍດ້ານ ແລະ ມີຄວາມຕ້ອງການ-ການຊ່ວຍເຫລືອ ທັງພາກລັດ ແລະ ເອກະຊົນ ເພື່ອພັດທະນາເມືອງດັ່ງກ່າວ ໂດຍສະເພາະແມ່ນຂົງເຂດວຽກງານ ສາທາລະນະສຸກ ແນໃສ່ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.