ສຸດເສົ້າ ເດັກຊາຍ ອາຍຸ 5 ປີ ຕົກບໍນໍ້າເລິກ ເສຍຊີວິດແລ້ວ ຫຼັງຈາກກູ້ໄພເຂົ້າໄປຊ່ວຍພົ້ນປາກບໍໄດ້ບໍ່ພໍເທົ່າໃດນາທີ
BBC ລາຍງານຂ່າວທີ່ໄດ້ຮັບຄວາມສົນໃຈ ແລະ ເສົ້າໃຈຫຼາຍ ຫຼັງຈາກທີ່ເດັກຊາຍ ຣາຢັນ ໂອຣາມ ອາຍຸ 5 ປີ ທີ່ຫຼົງຕົກລົງໄປໃນບໍນໍ້າເລິກ 32 ແມັດ ທີ່ຢູ່ໃກ້ກັບບໍລິເວນບ້ານຂອງລາວ ໃນເມືອງ ຊັບຊາວັນ
ທາງຕາເວັນຕົກສ່ຽງເໜືອຂອງປະເທດໂມຣ໊ອກໂກ ຕັ້ງແຕ່ວັນທີ 1 ກຸມພາ 2022 ແລະ ຕິດຢູ່ໃນບໍນັ້ນເປັນເວລາ 4 ມື້ ພໍ່ຂອງ ໂອຣາມ ບອກວ່າ ກ່ອນເກີດເຫດລາວໄດ້ຊ່ອມແຊມບໍນໍ້າ ເຊີ່ງປາກບໍມີຄວາມກວ້າງພຽງ 25 ຊັງຕິແມັດ ແຕ່ພຽງຊ້ຽວວິນາທີທີ່ບໍ່ທັນໄດ້ລະວັງໂຕ ລູກຊາຍກໍ່ພັດຕົກລົງໄປໃນບໍແລ້ວ
ປະຕິບັດການຊ່ວຍ ໂອຣາມ ກໍ່ເລີ່ມຂື້ນໃນຄືນນັ້ນໂດຍທາງກູ້ໄພໄດ້ພະຍາຍາມສົ່ງອອກຊິເຈັນ ແລະ ອາຫານລົງໄປໃນບໍ ແລະ ວາງແຜນຂຸດດິນ ແລະ ເຈາະອຸໂມງເຂົ້າໄປຊ່ວຍ ໂອຣາມ ເຊີ່ງຕ້ອງໄດ້ເຮັດແບບລະມັດລະວັງ ເພາະຍ້ານວ່າດິນທີ່ຢູ່ທາງຂ້າງອາດຈະຖະລົ່ມລົງມາ
ໃນວັນທີ 3 ກຸມພາ 2022 ມີການເຜີຍແຜ່ພາບ ໂອຣາມ ຍັງມີຊີວິດຢູ່ ແລະ ມີສະຕິດີ ເຖິງວ່າເຈົ້າໜ້າທີ່ກູ້ໄພສາມາດນຳໂຕ ໂອຣາມ ອອກມາຈາກບໍໄດ້ ແລະນຳສົ່ງໂຮງໝໍ ແລະ ສ້າງຄວາມດີໃຈໃຫ້ກັບຄອບຄົວ
ພ້ອມຜູ້ຄົນຈຳນວນຫຼາຍທີ່ເຝົ້າຕິດຕາມຂ່າວນີ້ ແຕ່ພວກເຂົາກໍ່ຕ້ອງໃຈສະຫຼາຍເພາະໃນທີ່ສຸດຊ່ວງຕອນເຊົ້າຂອງວັນເສົາທີ 5 ກຸມພາ ໂອຣາມ ກໍ່ໄດ້ເສຍຊີວິດລົງ ແລະ ບາງສຳນັກງານຂ່າວກໍ່ລາຍງານ ໂອຣາມ ເສຍຊີວິດຫຼັງຈາກທີເຈົ້າໜ້າທີ່ນຳໂຕຂື້ນຈາກປາກບໍນໍ້າບໍ່ພໍເທົ່າໃດນາທີ ຫຼັງຈາກແພດປະກາດວ່າ ໂອຣາມ ເສຍຊີວິດແລ້ວ