ໃຜທີ່ມີບັນຫາ ຫຼື ພົບບັນຫານີ້ແນ່ ກ່ຽວກັບເລື່ອງຂອງເຂົ້າສານທີ່ຊື້ນ, ມີມອດ, ມິນສາບ ເນື່ອງຈາກມີຈໍານວຫຼາຍ ຫຼື ເອົາໄວ້ດົນ ເພາະບາງເຮືອນກໍອາດມີເຂົ້າຫຼາຍ ຊື້ມາປະໄວ້ ຍິ່ງເປັນຮ້ານຂາຍເຂົ້າແບບນີ້ ຍິ່ງຕ້ອງໄດ້ຮູ້ວິທີ ທີ່ບໍ່ໃຫ້ເກີດບັນຫາດັ່ງກ່າວເກີດຂຶ້ນເຮົາມາຮູ້ວິທີການເກັບມ້ຽນ ຫຼື ເຄັດບໍ່ລັບ ໃນການກໍາຈັດບັນຫາດັ່ງກ່າວ ແລະ ເຮັດໃຫ້ມີເຂົ້າສານໄວ້ຢູ່ດົນກັນເລີຍໂດຍກຽມອຸປະກອນຕາມນີ້ ເຂົ້າສານ, ໃບເຕີຍຕາກແຫ້ງ, ຕຸກພາສຕິກເຫຼືອໃຊ້
ຂັ້ນຕອນການເຮັດໃຫ້ນໍາເຂົ້າສານທີ່ຕ້ອງການຈະເກັບໄວ້ ຄົນເຂົ້າກັນກັບໃບເຕີຍແຫ້ງທີ່ກຽມໄວ້ ຈາກນັ້ນກໍນໍາເຂົ້າສານໄປໄປຫ່າຍໃສ່ຕຸກພາສຕິກໄວ້ຈາກນັ້ນປິດຝາໃຫ້ແນ່ນ ການເຮັດແບບນີ້ຈະຊ່ວຍປ້ອງກັນເຂົ້າສານຈາກມອດ ບໍ່ໃຫ້ມາກັດເຂົ້າສານຂອງເຮົາ ແລະ ຍັງຊ່ວຍຍືດອາຍຸເຂົ້າສານໃຫ້ຢູ່ດົນຂຶ້ນໂດຍທີ່ບໍ່ມີກິ່ນເໝັນສາບອີກດ້ວຍ ເພາະຄວາມຫອມຈາກໃບເຕີຍແຫ້ງ ຈະເຮັດໃຫ້ເຂົ້າສານມີກິ່ນຫອມທີ່ຍາວນານ
ວິທີກໍາຈັດມອດໃນເຂົ້າສານ:1 ຂັ້ນຕອນທໍາອິດໃຫ້ໃຊ້ໃບຂີ້ຮູດສົດ ພຽງແຕ່ນໍາເອົາໃບໝາກຂີ້ຮູດຈະຊ່ວຍໄລ່ມອດອອກຈາກເຂົ້າສານຂອງເຮົາໄດ້ ແລະ ຍັງເຮັດໃຫ້ເຂົ້າສານຂອງເຮົາມີກິນຫອມອີກດ້ວຍ
2 ຈາກນັ້ນໃຫ້ເອົາໝາກເຜັດຂີ້ໜູ ການໃຊ້ພຣິກສົດ 10 ເມັດ ແລ້ວໃຊ້ມີດຜ່າເອົາແກ່ນອອກ ເຫຼືອໄວ້ພຽງເປືອກໝາກເຜັດ ນໍາໄປວາງໄວ້ໃນຖັງເຂົ້າສານ ກໍສາມາດຊ່ວຍໄລ່ມອດໃຫ້ໄປໄກໆຈາກເຂົ້າສານຂອງເຮົາໄດ້ 3 ໃຊ້ເກືອ ພຽງເກືອ 1 ບ່ວງກາເຟ ຕໍ່ເຂົ້າສານ 1 ກໍໂລກໍາ ຈະໄລ່ມອດໄດ້ດີຄືກັນ
4 ໃຊ້ບ່ວງສະເຕນເລດຫຼື ຖົງເຂົ້າສານ ຈະຊ່ວຍປ້ອງກັນບໍ່ໃຫ້ມອດຂຶ້່ນເຂົ້າສານໄດ້ພຽງເທົ່ານີ້ ທຸກເຮືອນກໍຫາຍກັງວົນໃຈໄປເລີຍສໍສລັບບັນຫາຊື້ນ, ມອດຂຶ້ນ ຫຼື ກິ່ນອັບ ລອງເອົາວິທີ່ນີ້ໄປໃຊ້ປະຕິບັດເບິ່ງໄດ້ຜົນແນວໃດບອກກັນແນ່ເດີ້
ຈາກ: 108archeepparuay
ຮຽບຮຽງ: AMR