ບັນຫາການຄ້າຂາຍເຖື່ອນຕາມແນວຊາຍແດນແມ່ນເປັນປະກົດການຫຍໍ້ທໍ້ໜຶ່ງທີ່ຕ້ອງຮ່ວມກັນແກ້ໄຂຢ່າງຈີງຈັງ ເພື່ອຄວາມສະຫງົບສຸກຂອງບ້ານເມືອງ ດ້ວຍເຫດນີ້ໃນໄລຍະຜ່ານມາ ການລາດຕະເວນຮ່ວມທາງນ້ຳຂອງໜ່ວຍປະຕິບັດງານ ຈຶ່ງຕ້ອງເຮັດວຽກໜັກຮ່ວມກັນບັນດາປະເທດທີ່ມີຊາຍແດນຮ່ວມອັນສຳຄັນແມ່ນເນັ້ນໃສ່ແກ້ໄຂບັນຫາຢາເສບຕິດ.
ສຳລັບການລາດຕະເວນຮ່ວມທາງນ້ຳຂອງໜ່ວຍປະຕິບັດງານລາວ-ໄທຄັ້ງທີ I ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ ລະຫວ່າງແຂວງບໍ່ແກ້ວ ກັບ ຈັງຫວັດຊຽງຣາຍ ຈັດຂຶ້ນທີ່ສຳນັກງານໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງຣາຊະອານາຈັກໄທ ໃນວັນທີ 4 ກຸມພາ 2022 ນີ້.
ໂດຍການເປັນປະທານຮ່ວມຝ່າຍລາວ ນຳໂດຍທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ, ຝ່າຍໄທ ນຳໂດຍທ່ານ ພົນໂທ ພົງເທບ ແກ້ວໄຊໂຢ, ເຈົ້າກົມກິດຈະການຊາຍແດນທະຫານ, ກອງທັບຣາຊະອານາຈັກໄທ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ໄທ-ລາວ ພ້ອມດ້ວຍຄະນະປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ ແລະ ໜ່ວຍປະສານງານປະຈຳພື້ນທີ່ທັງສອງຝ່າຍລາວ-ໄທ, ໄທ-ລາວ ເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ໄດ້ກ່າວວ່າ ການລາດຕະເວນຮ່ວມທາງນ້ຳລາວ-ໄທ ຄັ້ງທີ I ຂອງໜ່ວຍປະສານງານປະຈຳພື້ນທີ່ຊາຍແດນລາວ-ໄທ ລະຫວ່າງແຂວງບໍ່ແກ້ວ ແລະ ຈັງຫວັດຊຽງຣາຍ ພາຍໃຕ້ການຊີ້ນຳຂອງທ່ານ ຜູ້ບັນຊາການກອງກຳລັງຜາເມືອງ, ກອງທັບພາກທີ 3 ຣາຊະອານາຈັກໄທ ແລະ ຜູ້ບັນຊາການທະຫານແຂວງບໍ່ແກ້ວ ກອງທັບປະຊາຊົນລາວ ໃນຄັ້ງນີ້ ໄດ້ເປັນຂີດໝາຍປະຫວັດສາດທີ່ສຳຄັນອີກຄັ້ງໜຶ່ງ ສະແດງໃຫ້ເຫັນເຖິງນະໂຍບາຍຂອງລັດຖະບານ ແລະ ກອງທັບທັງສອງປະເທດລາວ-ໄທ ໃນການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ.
ເຊິ່ງເປັນການເຄື່ອນໄຫວຮູບການໜຶ່ງ ແລະ ເປັນສັນຍາລັກໜຶ່ງສະທ້ອນໃຫ້ເຫັນເຖີງການພົວພັນຮ່ວມມືທີ່ສະໜິດແໜ້ນຂອງເຈົ້າໜ້າທີ່ສອງຝ່າຍ ແນໃສ່ສ້າງຄວາມກັງວົນ ແລະ ຢ້ານກົວ ໃຫ້ແກ່ກຸ່ມຄ້າຂາຍຢາເສບຕິດຕາມພື້ນທີ່ ແລະ ມີຄວາມຢໍາເກງ ຕໍ່ໜ້າກົດໝາຍບ້ານເມືອງ ກໍ່ຄືກົດໝາຍສາກົນ ຮັບຮູ້ໄດ້ເຖິງຄວາມເອົາໃຈໃສ່ ແລະ ເອົາຈິງເອົາຈັງໃນການຕ້ານ ແລະ ສະກັດກັ້ນຂະບວນການຄ້າຢາເສບຕິດຂອງ ສອງປະເທດ, ສອງກອງທັບ ແລະ ຕຳຫຼວດ ລາວ-ໄທ.
ພ້ອມນີ້, ເຊື່ອໝັ້ນວ່າການຮ່ວມມືຂອງຄະນະປະສານງານພາກເໜືອ ລາວ-ໄທ ນັບມື້ກ້າວເຂົ້າສູ່ລວງເລິກ ມີຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ, ແລກປ່ຽນປະສົບການ, ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ແນໃສ່ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ເຂດຊາຍແດນຫຼຸດໜ້ອຍຖອຍລົງເທື່ອລະກ້າວ ທັງເປັນແບບຢ່າງໃຫ້ແກ່ຄະນະອື່ນໆ ນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນຕໍ່ໄປ.
ຂ່າວຈາກ: ໜັງສືພິມບໍ່ແກ້ວ