ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 9 ກຸມພາ 2022 ການງານ ການເງິນ ຄວາມຮັກ

0
555

ຄົນເກີດວັນຈັນ:ວຽກ​ງານ: ເຮັດວຽກ​ທີ່ຖະ​ໜັດ​ ຫຼື ວຽກທີ່​ມີ​ໃຈ​ມັກຮັກ​ຈະ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ທີ່​ດີ,​ ອາດຈະ​ເມື່ອຍແດ່ແຕ່​ກໍ​​ຄຸ້ມ​ຄ່າ​ກັບ​ຄວາມ​ພະຍາຍາມ​.ການ​ເງິນ: ຈະ​ໄດ້​ເງິນ​ ໄດ້​ໂຊກ​ເຂົ້າ​ມາ​ໃນ​ມື້​ນີ້,​ ອາດຈະມີ​ຜູ້ໃຫຍ່​ໃຫ້​ໂຊກ​ດ້ານ​ການ​ເງີນ​ໃນ​ມື້​ນີ້​.ຄວາມ​ຮັກ: ລະ​ວັງ​ຈະເກີດຄວາມຂັດ​ແຍ້ງ​ກັບ​ຄົນ​ຮັກ​ໃນ​ມື້​ນີ້​ ຖ້າ​ເປັນ​ໄປ​ໄດ້​ຄວນ​ຫຼີກ​ລ້ຽງ​ການ​ພົບ​​ກັນ​​ກ່ອນ​, ຄວາມຮັກຢູ່ໃນເກນຕ້ອງລະວັງການມີປາກສຽງກັນ ເພາະຕ່າງຄົນຕ່າງໃຊ້ອາລົມ.

ຄົນເກີດວັນອັງຄານ:ວຽກ​ງານ​: ຖ້າສາຍວຽກຂອງທ່ານ​ກ່ຽວ​ຂ້ອງ​ກັບ​ສິລະປະ, ຄວາມ​ສວຍ​ງາມ​, ​ອາຫານ​ ຫຼື ​ວົງ​ການ​ບັນ​ເທີງ​ ໄລຍະນີ້​ມີ​ຈະຄວາມ​ກ້າວ​ໜ້າ​ດີ​.ການ​ເງິນ​: ໝຸນ​​ເງິນ​ໄດ້​ດີ,​ ມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ລັບ​ປັບ​ປ່ຽນ​ກັນ​ໄປ,​ ສາມາດ​ບໍລິຫານ​ຈັດການ​ເງິນ​ໄດ້​ດີພໍສົມຄວນ​.ຄວາມ​ຮັກ​: ຄົນໂສດຢູ່ໃນເກນຈະມີຄູ່ ແລະ ອາດຈະມີຄົນເຂົ້າມາຫາໃນຊ່ວງນີ້ ເປັນຄົນສະຫຼາດ, ຊ່າງເວົ້າຊ່າງວ່າ, ເປັນຄົນອາຍຸນ້ອຍກວ່າ. ສໍາລັບຄົນມີຄູ່ ຖ້າມີເວລາຄວນຫາໂອກາດໄປກິນເຂົ້າ ຫຼື ພົບກັນໃຫ້ຫຼາຍຂຶ້ນ ເພາະຜ່ານມາເບິ່ງຄືວ່າທັງສອງບໍ່ມີເວລາໃຫ້ກັນເລີຍ.

ຄົນເກີດວັນພຸດ:ວຽກ​ງານ: ​ ຖ້າ​ມີ​ການປ່ຽນ​ແປງ​ທາງ​ດ້ານ​ການ​ງານ ຫຼື ຍ້າຍ​ບ່ອນ​ເຮັດວຽກ​ ຈະ​ກໍ່​ໃຫ້​ເກີດ​ຄວາມ​ໂຊກ​ດີ​.ການ​ເງິນ​: ມີ​ໂຊກ​ຈະ​ໄດ້​ເງິນ​ ເປັນ​ມື້​ທີ່ໂຊ​ກດີຫຼາຍມື້​ໜຶ່ງ​ຂອງ​ທ່ານເລີຍ,​​ ຜູ້ໃຫຍ່​ຈະໃຫ້​ຄວາມ​ຊ່ວຍ​ເຫລືອ​ ຫຼື ຈະ​ໄດ້ຮັບ​ໂຊກ​ຈາກ​ເຂົາເຈົ້ານັ້ນເອງ. ຄວາມ​ຮັກ: ທ່ານ​ເປັນ​ຄົນ​ທີ່​ມີ​ສະເໜ່​ ຈຶ່ງ​ມີຄົນ​ເຂົ້າ​ມາ​ໃຫ້​ຄວາມ​ສົນ​ໃຈ​ສະເໝີ​ ຂຶ້ນ​ຢູ່​ກັບທ່ານ​ວ່າ​ຈະ​ເລືອກ​ໃຜ​. ສໍາລັບຄົນມີຄູ່ ໄລຍະນີ້ທ່ານກຳລັງຮູ້ສຶກວ່າຄົນຮັກຂອງທ່ານປ່ຽນໄປ ເຮັດໃຫ້ທ່ານເກີດຄວາມລະແວງສົງໄສ ແລະ ຄິດຫຼາຍ.

ຄົນເກີດວັນພະຫັດ:ວຽກງານ​: ຈະ​ເຮັດ​ສິ່ງ​ໃດ​ກໍ​ຈະ​ມີ​ຄວາມ​ສຳ​ເລັດ​ທີ່​ດີ​ ແຕ່ອາດພົບ​ອຸປະສັກ​ແດ່​ເປັນເລື່ອງ​ທຳມະດາ​ ສຸດທ້າຍແລ້ວ​ກໍ​ຈະ​ແກ້​ໄຂ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​.ການ​ເງິນ: ລະ​ວັງ​ການ​ໃຊ້​ຈ່າຍ​ເງິນຄຳ​, ​ຄວນ​ໃຊ້​ດ້ວຍຄວາມ​ປະ​ຢັດ​ ເພາະໄວໆນີ້ອາດຈະ​ມີ​ເລື່ອງຈຳເປັນເຮັດໃຫ້ຕ້ອງໄດ້ໃຊ້ຈ່າຍເງິນຫຼາຍ.ຄວາມ​ຮັກ: ສະຖານນະການ​ດ້ານ​ຄວາມ​ຮັກ​ເປັນ​ການ​ຄົບ​ຫາ​ກັນ​ແບບຮູ້ກັນແຕ່ສອງຄົນ ແລະ​ ຍົງ​ຄົງ​ເບິ່ງ​ໃຈ​ກັນ​ຢູ່​ນັ້ນ​ເອງ​​. ສໍາລັບຄົນມີຄູ່ ຈະເຮັດສິ່ງໃດຕ້ອງໄດ້ລະວັງ ເພາະຄົນຮັກກໍາລັງຈັບຕາເບິ່ງທ່ານຢູ່ແບບຫ່າງໆ.

ຄົນເກີດວັນສຸກ:ວຽກ​ງານ​: ຈະ​ເຮັດ​ສິ່ງ​ໃດ​ກໍ​ຈະ​ປະສົບ​ຄວາມ​ສຳ​ເລັດ​ ແຕ່​ກໍ​ຕ້ອງ​ພົບ​​ອຸປະສັກ​ກ່ອນ​ເປັນ​ທຳມະດາ​ ເມື່ອ​ແກ້​ໄຂ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ກໍ​ຈະ​ໄດ້​ມາ​ຊຶ່ງ​ຄວາມ​ສຳ​ເລັດ​ນັ້ນ​ເອງ​.ການ​ເງິນ​: ຊ່ວງ​ນີ້​ບໍ່​ຄວນ​ຕາມ​ໃຈ​ຕົນເອງຫຼາຍເກີນໄປ,​ ສິ່ງ​ໃດ​ທີ່​ມີ​ຢູ່​ແລ້ວ​ ຫຼື ຍັງ​ບໍ່​ຈຳ​ເປັນ​ກໍ​ບໍ່​ຄວນ​ຊື້​ຫາ​ເຂົ້າ​ມາ​. ​ຄວາມ​ຮັກ: ສຳລັບຄົນໂສດ ຖ້າ​ຈະ​ມີຄົນເຂົ້າມາຫາໃນຊ່ວງນີ້​ ຄົນໆນັ້ນຈະ​ມີ​ຄວາມ​ເປັນ​ຜູ້​ນຳ,​ ໝັ້ນໃຈ​ໃນ​ຕົວ​ເອງ​ ແຕ່ອາດຈະອາລົມຮ້ອນແດ່ໜ້ອຍໜຶ່ງ. ສໍາລັບຄົນມີຄູ່ ທ່ານກຳລັງລະແວງຄົນຮັກຢູ່ ເພາະທ່ານຮູ້ສຶກວ່າຄົນຮັກກຳລັງປິດບັງໃນເລື່ອງຂອງມືທີສາມ.

ຄົນເກີດວັນເສົາ:ວຽກງານ​: ມີ​ການເດີນທາງ​ເພື່ອ​ຕິດ​ຕໍ່​ດ້ານວຽກ​ງານ​ຫຼາຍຂຶ້ນ​ໃນ​ຊ່ວງ​ນີ້,​ ອຸປະສັກ​ທີ່ຕ້ອງພົບອາດຈະເປັນ​ຄວາມອິດເມື່ອຍທີ່ມີຫຼາຍເປັນພິເສດ.ການ​ເງິນ: ມີ​ຄວາມ​ກັງ​ວົນ​ໃຈ​ໃນ​ການ​ໃຊ້​ຈ່າຍເງິນຄຳ​ ແຕ່​ກໍ​ຍັງສາມາດ​ບໍລິຫານ​ຈັດການ ແລະ ຮັບມືກັບ​​ສະຖານນະການ​ເຫຼົ່າ​ນັ້ນໃຫ້ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​.ຄວາມ​ຮັກ: ຄົນໂສດຍັງ​ບໍ່​ມີ​ເວລາ​ໃຫ້​ເລື່ອງ​ຄວາມ​ຮັກເທື່ອ ແລະ​ ​ກໍ​ຍັງ​ບໍ່​ແນ່​ໃຈ​ວ່າຕົນເອງ​ມັກ​​ຄົນທີ່ເຂົ້າມາລົມນັ້ນບໍ່​ ຫຼື ອາດ​ກຳ​ລັງ​ພິຈາລະນາ​ຢູ່​. ຄົນມີຄູ່ ພະຍາຍາມຢ່າເປັນຄູ່ທີ່ຈັບຜິດກັນຫຼາຍກວ່າການເຊື່ອໃຈ ເພາະທ່ານທັງສອງອາດກາຍເປັນຄູ່ທີ່ລະແວງກັນໄດ້.

ຄົນເກີດວັນອາທິດ:ວຽກງານ​: ເຕັກ​ນິກ​ ແລະ ​ຄວາມ​ສາມາດ​ຈະ​ນຳ​ພາ​ຄວາມ​ສຳ​ເລັດ​ມາສູ່​ຕົນເອງ​​ ແລະ​ ມີຄົນໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວຽກງານ​ເຈົ້າ​ຊະ​ຕາ​ຢູ່​ສະເໝີ​.ການ​ເງິນ:​ ຫັກ​ຫ້າມ​ໃຈ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ​ ແລະ ​ໃຊ້​ຄວາມ​ປະ​ຢັດ​ຮ່ວມ​ແດ່ ຈະ​ເຮັດໃຫ້​ມີ​ເງິນ​ທ້ອນຫຼາຍຂຶ້ນ.ຄວາມ​ຮັກ:​ ຄົນມີຄູ່ຕ້ອງພະຍາຍາມໃຫ້ຫຼາຍຂຶ້ນ ຖ້າທ່ານຢູ່ໄກຈາກຄົນຮັກ ເພາະທ່ານບໍ່ສາມາດຮູ້ໄດ້ວ່າຈະມີຄົນພະຍາຍາມເຂົ້າຫາຄົນຮັກຂອງທ່ານຢູ່ຫຼືບໍ່, ຢູ່ຫ່າງກັນແບບນີ້ຄວນຫາສິ່ງຂອງໃດໜຶ່ງໄວ້ເພື່ອເປັນສິ່ງຢຶດໜ່ຽວຈິດໃຈໃຫ້ກັນແລະກັນ.