ລົດເສຍຫຼັກຕົກລົງຮ່ອງ ຢູ່ເຂດ 3 ແຍກໄຟແດງ ບ້ານນາໄຫ ເມືອງຫາດຊາຍຟອງ ຜູ້ຂັບເຈັບໜັກ

0
415

ອຸບັດຕິເຫດເປັນເລື່ອງທີ່ຄາດເດົາບໍ່ໄດ້ເລີຍ ສຳຄັນຄືຕ້ອງປະເມີນຮ່າງກາຍໂຕເອງ ຖ້າບໍ່ພ້ອມກໍ່ຄວນພັກກ່ອນ ຖ້າຫາກສັງເກດຮ່າງກາຍໂຕເອງດີແລ້ວ ເປັນການເສຍຫຼັກກໍ່ວ່າໄປຢ່າງ.ດັ່ງເຫດການນີ້ມີລົດໃຫຍ່ເສຍຫຼັກຕົກຮ່ອງ ຜູ້ຂັບຂີ່ ຂາຫັກ ເຫດເກີດຢູ່ເຂດ 3 ແຍກໄຟແດງ ບ້ານນາໄຫ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ.

ເຫດການເກີດຂຶ້ນໃນເວລາ02:47ນາທີ ຂອງວັນທີ 9/2/2022 ຈຸດເກີດເຫດ ພົບຜູ້ບາດເຈັບ 1 ຄົນ ເພດຊາຍ ອາຍຸ36ປີ ຄົນບ້ານ ໜອງແຫ້ວ ເມືອງຫາຊາຍຟອງ ອາການເບື້ອງຕົ້ນ ຂາເບື້ອງຂວາຫັກປິດ, ຄິ້ວແຕກດັ່ງນັ້ນທີມກູ້ຊີບ-ກູ້ໄພຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ ເພື່ອໄປປີ່ນປົວໃຫ້ຊ່ວງເຊົ່າ.


ລົດເສຍຫຼັກຕົກລົງຮ່ອງ ຢູ່ເຂດ 3 ແຍກໄຟແດງ ບ້ານນາໄຫ ເມືອງຫາດຊາຍຟອງ ຜູ້ຂັບເຈັບໜັກ


ລົດເສຍຫຼັກຕົກລົງຮ່ອງ ຢູ່ເຂດ 3 ແຍກໄຟແດງ ບ້ານນາໄຫ ເມືອງຫາດຊາຍຟອງ ຜູ້ຂັບເຈັບໜັກ