ບໍລິສັດ ລົດໄຟລາວ-ຈີນ ສະເໜີລັດຖະບານ ຮັບເງິນຄ່າປີ້ລົດໄຟ, ຂົນສົ່ງ ແລະ ຄ່າທໍານຽມຕ່າງໆເປັນເງິນຕາຕ່າງປະເທດ ໂດຍອີງໃສ່ອັດຕາແລກປ່ຽນຂອງຕະຫຼາດ.
ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາວຽກງານບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ, ຢ້ຽມຢາມໂຄງການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ (ຫລັກ 16 ), ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ເຂດທ່າບົກທ່ານາແລ້ງ ໃນວັນທີ 8 ກຸມພາ 2022 ຜ່ານມາ.
ທ່ານ ຢວນ ໝິງ ຮາວ ຜູ້ອໍານວຍກການບໍລິສຳລົດໄຟລາວ-ຈີນ ຈໍາກັດ ໄດ້ລາຍງານວ່າ: ສະພາບການຂົນສົ່ງໂດຍສານດ້ວຍລົດໄຟ ນັບແຕ່ມື້ເປີດໃຫ້ບໍລິການຈົນເຖິງວັນທີ 7 ກຸມພາ 2022 ໂດຍສານໄດ້ແລ່ນລົດທັງໝົດ 119 ຄູ່ ປະລິມານການຂົນສົ່ງຜູ້ໂດຍສານ 113.827 ຄົນ ສະເລ່ຍ ຂົນສົ່ງຜູ້ໂດຍສານຕໍ່ມື້ 1.721 ຄົນ ແລະ ການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ແມ່ນ 2.804 ຄົນ, ມີລາຍຮັບປະມານ 12,98 ລ້ານຢວນ.
ການຂົນສົ່ງສິນຄ້າ ໄດ້ແລ່ນລົດທັງໝົດ 130,5 ຄູ່ ປະລິມານສິນຄ້າສະສົມທີ່ຂົນສົ່ງ 139.422,65 ໂຕນ, ສະເລ່ຍຂົນສົ່ງສິນຄ້າ 2.112 ໂຕນຕໍ່ມື້ ມີການຂົນສົ່ງສິນຄ້າສູງສຸດຕໍ່ມື້ 6.748 ໂຕນ, ສະຖານີຊາຍແດນສົ່ງອອກ 129 ຂະບວນ 3.619 ລົດຫາງລາກ ຂາເຂົ້າ 136 ຂະບວນ 3.878 ລົດຫາງລາກ ສະເລ່ຍລາຍຮັບໃນ 48,84 ລ້ານຢວນ.
ພ້ອມສະເໜີ ບັນຫາການຊໍາລະດ້ວຍຫຼາຍສະກຸນເງິນ, ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ອະນຸມັດໃຫ້ບໍລິສັດ ສາມາດຮັບເງິນຄ່າປີ້ລົດໄຟ, ຄ່າຂົນສົ່ງ ແລະ ຄ່າທໍານຽມຕ່າງໆ ເປັນເງິນຕາຕ່າງປະເທດ ໂດຍອີງໃສ່ອັດຕາແລກປ່ຽນຂອງຕະຫຼາດ.