ປູກກາເຟ ສ້າງເສດຖະກິດຄອບຄົວໃຫ້ພົ້ນທຸກ ສາມາດສ້າງລາຍຮັບໄດ້ 300 ລ້ານກີບ

0
402

ຄອບຄົວ ທ່ານ ນ. ວຽງລາພອນ ວັນມະວີ ຮອງນາຍບ້ານ-ບ້ານດາກຕະອອກໃຫຍ່ ເມືອງດາກຈຶງ ແຂວງເຊກອງ ເປັນຄອບຄົວໜຶ່ງທີ່ຢຶດຖືການປູກກາເຟ ເພື່ອສ້າງເສດຖະກິດຄອບຄົວ ແກ້ໄຂຄວາມທຸກຍາກ ກ້າວເປັນຄອບຄົວຕົວແບບດ້ານການປູກກາເຟກາຕີມໍ ເປັນສິນຄ້າ, ພາໃຫ້ຄອບຄົວພົ້ນທຸກເທື່ອລະກ້າວ, ເຊິ່ງຖືໄດ້ວ່າ ເປັນອີກຄອບຄົວໜຶ່ງ ທີ່ຊ່ວຍໃນການພັດທະນາເສດຖະກິດຂອງເມືອງ ໃຫ້ຈະເລີນເຕີບໂຕ.

ທ່ານ ນ. ວຽງລາພອນ ວັນມະວີ , ອາຍຸ 39 ປີ. ໃຫ້ສໍາພາດວ່າ: ໃນຄອບຄົວຕົນ ມີສະມາຊິກ ທັງໝົດ 7 ຄົນ, ແຮງງານສົມບູນ 6 ຄົນ. ໃນເມື່ອກ່ອນ ຄອບຄົວລາວ ຢຶດຖືການເຮັດໄຮ່ແບບເລື່ອນລອຍ ແລະເຮັດນາ ໃນເນືອທີ່ 1,5 ເຮັກຕາ, ຜົນຜະລິດໄດ້ 1-1,5 ໂຕນຕໍ່ເຮັກຕາ ແລະບາງປີກໍ່ບໍ່ໄດ້ ຍ້ອນສະພາບດິນຟ້າອາກາດບໍ່ເອື້ອອໍານວຍຄວາມສະດວກ, ເມືອສໍາເລັດການປູກເຂົ້່າໄຮ່ ແລະນາປີ ກໍໄດ້ປູກເຜືອກ, ມັນ ຈໍານວນໜຶ່ງເປັນອາຊີບເສີມ ເພື່ອເປັນການສ້າງລາຍຮັບໃຫ້ແກ່ຄອບຄົວ ສະເລ່ຍລາຍຮັບໃຫ້ແກ່ຄອບຄົວພຽງແຕ່ 5 ລ້ານກີບຕໍ່ປີ, ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວໃນຕອນນັ້ນ ບໍ່ພໍກຸ້ມກິນ; ຈົນມາຮອດຕົ້ນປີ 2012, ຄະນະພັກ-ອົງການປົກຄອງເມືອງ ກໍຄືຄະນະພັກເຂດເຊຂະຫມານ ໄດ້ກໍານົດເອົາ ບ້ານດາກຕະອອກໃຫຍ່ ປູກກາເຟກາຕີມໍ ເພື່ອສ້າງລາຍຮັບເຂົ້າໃນຄອບຄົວ ແລະແກ້ໄຂຄວາມທຸກຍາຂອງປະຊາຊົນ, ສະນັ້ນ ຕົນເອງຈຶ່ງໄດ້ປຶກສາຫາລືກັບຄອບຄົວ ເພື່ອຊອກຫາຊ່ອງທາງໃນການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະໄດ້ຕັດສິນໃຈ ຫັນມາທົດລອງປູກກາເຟກາຕີມໍ ໃນເນື້ອທີ່ 1 ເຮັກຕາ ແລະເຮັດໄຮ່ ໃນເນືອທີ່ 0,5 ເຮັກຕາ ເພື່ອຄໍ້າປະກັນເຂົ້າກິນໃນຄອບຄົວ, ເມື່ອຕົກມາຮອດ 2014 ສາມາດເກັບຜົນຜະລິດກາເຟ ໄດ້ປະມານ 100 ກະຖາງ(ໝາກແດງ), ຂາຍໄດ້ 7 ລ້ານກີບ ທຽບໃສ່ ໄດ້ປະມານ 3 ໂຕນຕໍ່ເຮັກຕາ, ບວກກັບເກັບເຄື່ອງປ່າຂອງດົງໄດ້ຈໍານວນວໜຶ່ງ ໄປຂາຍ ເຮັດໃຫ້ຄອບຄົວພໍກຸ້ມຢູ່ກຸ້ມກິນ.

ເມື່ອເຫັນການປູກກາເຟກາຕີມໍ ໄດ້ຮັບຜົນຜະລິດດີ, ມາຮອດປີ 2015-2016 ຈຶ່ງໄດ້ຕັດສິນໃຈກູ້ຢືມເງິນທະນາຄານນະໂຍບາຍຈໍານວນວນ 6 ລ້ານກີບ ເພື່ອບຸກເບີກເນື້ອທີ່ປູກກາເຟໃໝ່ຕື່ມອີກ 1,5 ເຮັກຕາ ບວກກັບເນື້ອທີ່ເກົ່າ ເປັນ 2,5 ເຮັກຕາ, ຕໍ່່ມາໄດ້ສູ້ຊົນສືບຕໍ່ຂະຫຍາຍເນື້ອທີ່ຕື່ມອີກເປັນ 3 ເຮັກຕາ ໃນປີ 2017

ໃນປີ 2018 ຫ້ອງການກະສິກໍາ ແລະປ່າໄມ້ເມືອງດາກຈຶງ ໄດ້ລົົງຊຸກຍູ້ ແນະນໍາດ້ານວິຊາການ ໂດຍນໍາໃຊ້ເຕັກນິກວິທະຍາສາດອັນໃໝ່ຈໍານວນໜຶ່ງ ເຂົ້າໃນການປູກ ແລະການຜະລິດກາເຟເປັນສິນຄ້າ ເປັນຕົ້ນ: ວິທີການຄັດເລືອກແນວພັນ, ການຜະລິດຝຸ່ນທໍາມະຊາດ(ຝຸ່ນຄອກ), ທີ່ມີໃນທ້ອງຖິ່ນ, ການບົວລະບັດຮັກສາ, ການສ້ອມຕັດຕອນກິ່ງງ່າ ແລະວິທີການເກັບກູ້ ແມ່ນໄດ້ຈັດຕັ້ງປະຕິບັດຕາມເຕັກນິກວິຊາການແນະນໍາ ເຫັນວ່າມີປະສິດທິຜົນຂອງການຜະລິດສູງຂຶ້ນ, ຈາກ 3 ໂຕນຕໍ່ເຮັກຕາ ໃນເມື່ອກ່ອນ ເພີ່ມຂຶ້ນເປັນ 3,2 ໂຕນຕໍ່ເຮັກຕາ, ໃນປີ 2018-2019 ເຮັດໃຫ້ມີລາຍຮັບ ສະເລ່ຍປະມານ 30 ລ້ານກວ່າກີບຕໍ່ປີ, ຮອດປີ 2020 ເກັບຜົນຜະລິດໄດ້ 28 ໂຕນ, ສາມາດສ້າງລາຍຮັບໄດ້ 55 ລ້ານກີບ ແລະໄດ້ຂະຫຍາຍເນື້ອທີ່ເພີ່ມອີກ 2 ເຮັກຕາ ລວມເປັນ 5 ເຮັກຕາ, ຄາດວ່າ ປີ 2021-2022 ຈະເກັບກ່ຽວຜົນຜະລິດໄດ້ປະມານ 48 ໂຕນ, ຄາດຄະເນລາຍຮັບໄດ້ປະມານ 300 ລ້ານກີບ ( ຍ້ອນວ່າລາຄາກາເຟ ສູງຂຶ້ນກວ່າເກົ່າ).

ຄຽງຄູ່ກັບການປູກກາເຟເປັນອາຊີບຕົ້ນຕໍແລ້ວ ຍັງໄດ້ຕໍາແຜ່ນແພ ປະເພດສິ້ນ-ເສື້ອຊົນເຜົ່າຕຣຽງ, ປູກໂສມ, ລ້ຽງສັດນ້ອຍ ແລະປູກພືດຜັກຈໍານວນໜຶ່ງເປັນອາຊີບເສີມ, ເຮັດໃຫ້ມີລາຍຮັບຈາກການຕໍ່າແຜ່ນແພ ໄດ້ປະມານ 8 ລ້ານກີບຕໍ່ປີ, ຈາກການຂາຍໂສມ ໄດ້ 1 ລ້ານກີບຕໍ່ປີ, ສັງລວມແລ້ວລາຍຮັບໃນປີໜຶ່ງມີລາຍຮັບທັງໝົດປະມານ 36 ລ້ານກວ່າກີບ, ຜົນສໍາເລັດໃນການສ້າງເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກໃນຄອບຄົວ ກໍແມ່ນຍ້ອນມີແນວທາງ ຂອງພັກ-ລັດ ທີ່ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະ ກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ, ເຊິ່ງໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າທົ່ວປະເທດເວົ້າລວມ, ເວົ້າສະເພາະກໍຄືຊາວບ້ານດາກຕະອອກໃຫຍ່ ມີໂອກາດໄດ້ນໍາໃຊ້ທີ່ແຮງຂອງຕົນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ຫຼຸດພົ້ນອອກຈາຄວາມທຸກຍາກ; ເຊິ່ງມາຮອດປະຈຸບັນ ຄອບຄົວຂອງລາວໄດ້ມີການປ່ຽນແປງດີຂຶ້ນຫຼາຍຖ້າທຽບໃສ່ເມື່ອກ່ອນ, ເຮັດໃຫ້ມີເຮືອນຢູ່ເຄິ່ງຖາວອນ 1 ຫຼັງ, ມີພາຫະນະນໍາໃຊ້, ມີເງິນໃຊ້ປະຈໍາວັນ, ມີລາຍຮັບທີ່ໝັ້ນຄົງ, ລູກ ໄດ້ສຶກສາຮໍ່າຮຽນໝົດທຸກຄົນ ແລະຕົນເອງກໍຄ່ອຍໆມີບົດບາດຢູ່ໃນສັງຄົມ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ເຊື່ອໝັ້ນຈາກມະຫາຊົນ ຈົນໄດ້ຖືກເລືອກຕັ້ງເປັນກໍາມະການໜ່ວຍພັກບ້ານ ,ເປັນຮອງນາຍບ້ານ-ບ້ານດາກຕະອອກໃຫຍ່ໃນປີ 2018.

ທ່ານ ນ. ວຽງລາພອນ ວັນມະວີ ໄດ້ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການໃນຕໍ່ໜ້າຈະສືບຕໍ່ຂະຫຍາຍເນື້ອທີ່ການຜະລິດໃຫ້ໄດ້ 0,5-1 ເຮັກຕາ, ຕິດພັນກັບການບົວລະບັດຮັກສາເນື້ອທີ່ສວນກາເຟເກົ່າ ພ້ອມທັງປັບປຸງຍົກສະມັດຕະພາບຜົນການຜະລິດກາເຟໃຫ້ສູງຂຶ້ນ, ເພື່ອສ້າງລາຍຮັບເພີ່ມເຕີມໃຫ້ກັບຄອບຄົວ ພາຄອບຄົວຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.
ໂດຍ: ພ.ສີຫາວົງ