ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 11 ກຸມພາ 2022 ການງານ ການເງິນ ຄວາມຮັກ

0
401

ຄົນເກີດວັນຈັນ:ວຽກ​ງານ: ທຸລະກິດ​ການ​ບໍລິການ​ ເໝາະ​ສົມ​ກັບ​ທ່ານ​ໃນ​ຊ່ວງ​ນີ້,​ ແຕ່​ເມື່ອ​ໃຊ້​ຄວາມ​ສະຫລຽວ​ສະຫລາດ​ ຄວາມ​ຕັ້ງ​ໃຈ​ ແລະ​ ພະຍາຍາມ​ທຸລະກິດ​ການ​ງານ​ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​.
ການ​ເງິນ: ໃຊ້​ຈ່າຍອອກ​ໄປ​ຫລາຍ​ແຕ່ກໍ​ຈະ​ຫາ​ເຂົ້າ​ມາໃໝ່​ໄດ້​ໃນ​ຊ່ວງ​ນີ້,​ ອາດຈະມີຕິດ​ຂັດ​ຢູ່​​ແຕ່​ກໍ​ສາມາດ​ບໍລິຫານ​ດ້ານ​ການ​ເງິນ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​. ຄວາມ​ຮັກ:​ ຍັງ​ກັງ​ວົນ​ເລື່ອງ​ຄວາມ​ຮັກ​​ກ່ຽວກັບ​ການ​ສື່​ສານ​ ຫຼື ​ຂ່າວ​ສານ​ດ້ານ​ຄວາມ​ຮັກ ​ສົ່ງ​ຜົນ​ຕໍ່​ຄວາມ​ລ່າ​ຊ້າ​. ສໍາລັບຄົນມີຄູ່ ທ່ານ ແລະ ຄົນຮັກເປັນຄົນທີ່ໃຊ້ຈ່າຍເກັ່ງ ດັ່ງນັ້ນຄວນພາກັນປະຢັດແດ່ດຽວຈະບໍ່ມີເງິນທ້ອນ.

ຄົນເກີດວັນອັງຄານ:ວຽກງານ: ​ເມື່ອຍ​ໃນ​ເລື່ອງ​ການ​ເຮັດ​ວຽກງານ,​ ແຕ່​ຄວາມ​ພະຍາຍາມ​ ຫລື​ການ​ລົງ​ທຶນ​ໃ​ນຕອນ​ນີ້​ກໍ​ຈະ​ຄຸ້ມ​ຄ່າ​ກັບ​ເວລາ​.ການ​ເງິນ: ຈະເສຍເງິນໄປກັບການ​ຊື້ເສື້ອ​ຜ້າ​ ຫຼື ​ເຄື່ອງ​ປະ​ດັບ​ທີ່​ຖືກ​ໃຈ, ເປັນຊ່ວງຂອງການໃຊ້ເງິນຊື້ສິ່ງຂອງທີ່ຢາກໄດ້.ຄວາມ​ຮັກ: ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄູ່​ ພົບ​ຄົນທີ່​ຖືກ​ໃຈ​ໄດ້,​ ການ​ງານ​ນຳ​ພາ​ມາ​ໃຫ້​ໄດ້ມາ​ພົບ​​ກັນ​. ສໍາລັບຄົນມີຄູ່ ມີເລື່ອງເຈົ້າໃຈຜິດກັນເລັກໜ້ອຍແຕ່ກໍຈະຜ່ານໄປດ້ວຍດີ ເພາະທ່ານທັງສອງໃຊ້ເຫດຜົນຫຼາຍກວ່າອາລົມ.

ຄົນເກີດວັນພຸດ:ວຽກ​ງານ:​ ເກີດ​ຄວາມ​​ຊ້າ​ໃນ​ເລື່ອງ​ວຽກງານ​ ຍ້ອນລູກນ້ອງ​ ຫຼື ​ເພື່ອນ​ຮ່ວມ​ງານ​ ຍັງ​ໃຫ້​ຄວາມ​ຮ່ວມ​ມືໄດ້​ບໍ່​ເຕັມ​ທີ່​ ຈຶ່ງ​ຕ້ອງ​ເຮັດຫຼາຍຢ່າງ​ດ້ວຍ​ຕົນເອງ​.ການ​ເງິນ: ​ ເງິນອາດຈະເຂົ້າມາຊ້າ​ ແຕ່​ກໍ​ຈະ​ໄດ້​ຄົບ​ເຕັມ​ຈຳນວນ ຫຼື ຫຼາຍກວ່າປົກກະຕິ,​ ຖານະການເງິນດີຂຶ້ນກວ່າເມື່ອກ່ອນຢ່າງເຫັນໄດ້ຊັດເຈນ.ຄວາມ​ຮັກ: ຍັງ​ຄົງ​ລົງ​ຕົວ​ດີ​ໃນ​ເລື່ອງ​ຄວາມ​ຮັກຄວາມສຳພັນ,​ ອາດມີ​ຄວາມ​ຂັດ​ແຍ້ງ​ກັນ​​ ແຕ່​ກໍ​ເປັນ​ເລື່ອງ​ປົກກະຕິ​ ເພາະ​ຈະ​ສາມາດ​ກັບ​ມາ​ເວົ້າ​​ປັບ​ຄວາມ​ເຂົ້າໃຈ​ກັນ​ໄດ້​. ສໍາລັບຄົນມີຄູ່ ບໍ່ຄວນຕາມໃຈອີກຝ່າຍຫຼາຍເກີນໄປ ເພາະຄົນທີ່ຈະໜັກໃຈຄືຕົວທ່ານເອງ.

ຄົນເກີດວັນພະຫັດ:ວຽກງານ: ຄວາມດຸໝັ່ນຈະ​ເຮັດໃຫ້​ໄດ້​ພົບ​ໂອ​ກາດ​ໃໝ່​ໆ​ ແລະ​ ພະຍາຍາມຕັ້ງ​ເປົ້າ​ໝາຍ​ໃຫ້​ສູງ​ຂຶ້ນ​ ຈະ​ເຮັດໃຫ້​ມຸ່ງໝັ້ນໄປ​ສູ່​ຄວາມ​ສຳ​ເລັດ​ໄດ້​.ການ​ເງິນ:​ ​​ ​ມີ​ເກນຈະໄດ້ໂຊກ​ ​ໄດ້​ເງິນເພີ່ມຂຶ້ນໃນມື້ນີ້ກໍເປັນໄດ້,​ ແຕ່​ກໍ​ຕ້ອງ​ລະ​ວັງເພາະອາດມີຄົນເຂົ້າມາຢືມເງິນໃນມື້ນີ້ເຊັ່ນກັນ.ຄວາມ​ຮັກ: ດວງຄວາມຮັກໂດດ​ເດັ່ນ​, ຖ້າ​ຈະ​ພົບ​​ໃຜ​ທີ່ຈະເຂົ້າມາໃນມື້ນີ້​ ອາດເປັນຍ້ອນ​ບຸນ​ເກົ່າ​ນຳ​ພາ​ມາ​ໃຫ້​ໄດ້​ພົບກັນ ​ເປັນ​ການ​ຄົບ​ຫາ​ກັບ​ຄົນ​ຜິວ​ສອງ​ສີ​. ສໍາລັບຄົນມີຄູ່ ຄົນຮັກຂອງທ່ານຮັກທ່ານຫຼາຍເປັນພິເສດ ອາດເປັນຍ້ອນທ່ານໄລຍະນີ້ທ່ານມອບຄວາມເຊື່ອໃຈແກ່ຄົນຮັກ.

ຄົນເກີດວັນສຸກ:ວຽກ​ງານ:​ ເມື່ອຍ​ກ່ຽວກັບ​ການ​ບໍລິຫານ​ວຽກ​ງານ​ທີ່​ຍັງມີ​ຄວາມ​ຮີບຮ້ອນ​ ແລະ ​ຕ້ອງ​ມຸ່ງໝັ້ນເປັນພິເສດ ​ເພາະອາດ​ຕ້ອງ​ພົບ​ສະພາ​ວະ​ຄວາມ​ກົດ​ດັນ​ເຮັດໃຫ້​ມີ​ຄວາມ​ກັງ​ວົນ​ໃຈ​.ການ​ເງິນ:​ ໄລຍະ​ນີ້​ມີ​ແຕ່​ລາຍ​ຈ່າຍ​ ຈຶ່ງ​ຕ້ອງ​ບໍລິຫານ​ການ​ໃຊ້​ຈ່າຍ​ໃຫ້​ເກີດ​ຄວາມ​ສົມ​ດຸນ​ກັບ​ລາຍ​ຮັບ​.ຄວາມ​ຮັກ:​ ຄົນໂສດ ຖ້າ​ຈະ​ໄດ້​ພົບ​​ໃຜ​ໃນ​ຊ່ວງ​ນີ້​ ຄົນໆນັ້ນ​ຈະເປັນ​ຄົນ​ສຸ​ຂຸມ​ຮອບ​ຄອບ​, ເປັນ​ນັກ​ວາງ​ແຜນ,​ ກ້າ​ໄດ້​ກ້າ​ເສຍ​. ສໍາລັບຄົນມີຄູ່ ອາດຈະມີປາກສຽງກັນເພາະທ່ານໃຊ້ອາລົມໃນບາງເລື່ອງ ດັ່ງນັ້ນຄວນມີເຫດຜົນໃຫ້ຫຼາຍໆ.

ຄົນເກີດວັນເສົາ:ວຽກ​ງານ: ກວດ​ກາ​ເອກະສານ​ສັນຍາ​ໃຫ້​ມີ​ຄວາມ​ຮັດ​ກຸມ​ຈະ​ໄດ້​ບໍ່​ເກີດ​ຄວາມ​ລ່າ​ຊ້າ​ ແລະ ຕອນນີ້ຍັງ​ບໍ່​ຄວນ​ໄວ້​ໃຈ​ໃຜ​ຄວນ​ເຮັດ​ດ້ວຍ​ຕົນເອງ​.ການ​ເງິນ​: ດວງໃນດ້ານການເງິນຂອງທ່ານດີຂຶ້ນກວ່າແຕ່ກ່ອນຫຼາຍ, ທ່ານມີເກນຈະໄດ້ໂຊກໄດ້ເງິນເຂົ້າມາ.ຄວາມ​ຮັກ: ດ້ວຍບຸນວາດສະໜາເກົ່າຈະນຳພາໃຫ້ທ່ານມີໂອກາດໄດ້ພົບກັບຄູ່ ຫຼື ຄົນທີ່ຖືກໃຈໄວໆນີ້. ສໍາລັບຄົນມີຄູ່ ອາດມີຄົນເຂົ້າຫາໃນຊ່ວງນີ້ ແລະ ລະວັງຄົນຮັກຂອງທ່ານຈະຮູ້ ເພາະເຂົາຈະບໍ່ພໍໃຈຢ່າງແນ່ນອນ.

ຄົນເກີດວັນອາທິດ:ວຽກ​ງານ: ກວດ​ກາ​ເອກະສານ​ສັນຍາວຽກ ​ໃຫ້​ມີ​ຄວາມ​ຮັດ​ກຸມ​ຈະ​ເພື່ອໃຫ້​ບໍ່​ເກີດ​ຄວາມຫຼ້າ​​ຊ້າ​ ແລະ​ ຕອນ​ນີ້​ຍັງ​ບໍ່​ຄວນ​ໄວ້​ໃຈ​ໃຜເທື່ອ ​ຄວນ​ເຮັດ​ດ້ວຍ​ຕົນເອງ​ກ່ອນ.ການ​ເງິນ: ມີ​ໂຊກ​ ຈະ​ໄດ້​ເງິນ​ເຂົ້າ​ມາ,​ ດວງໃນດ້ານການເງິນຂອງທ່ານຈະດີຂຶ້ນຢ່າງເຫັນໄດ້ຊັດເຈນ ຖານະດີຂຶ້ນເລື້ອຍໆນັ້ນເອງ.ຄວາມ​ຮັກ: ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົນທີ່​ຖືກ​ໃຈ​ ດ້ວຍ​ບຸນເກົ່າ​ຈະນຳ​ພາ​ມາ​ໃຫ້​ໄດ້​ເຈີ​ກັນ​ກໍ​ເປັນ​ໄປ​ໄດ້​. ສໍາລັບຄົນມີຄູ່ ດວງຄວາມຮັກຂອງທ່ານ ແລະ ຄົນຮັກຢູ່ໃນເກນທີ່ດີ, ການລົມກັນ ແລະ ທຳຄວາມເຂົ້າໃຈກັນເປັນສິ່ງທີ່ທ່ານທັງສອງຕ້ອງການ.