ລາວພົບຜູ້ຕິດເຊື້ອໂອມິຄຣອນແລ້ວ 25 ຄົນ! ສ່ວນໃຫຍ່ເປັນກໍລະນີນຳເຂົ້າ

0
1785

ຈຳນວນຜູ້ຕິດເຊື້ອແຕ່ລະວັນຂອງລາວໃນປັດຈຸບັນຖືວ່າຫຼຸດລົງຫຼາຍ ຖ້າທຽບໃສ່ເດືອນກ່ອນ ສາມາດເວົ້າໄດ້ວ່າສະຖານະການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ແມ່ນດີຂຶ້ນ ແຕ່ກໍ່ຍັງມີເປັນຫຼັກ 3 ຕົວເລກໃນແຕ່ລະມື້, ສ່ວນສາຍພັນໂອມີຄຣອນມາຮອດມື້ນີ້ແມ່ນ ສປປ ລາວ ພົບທັງໝົດ 25 ກໍລະນີ ສ່ວນໃຫຍ່ເປັນກໍລະນີທຳເຂົ້າ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວໃນຖະແຫຼງຂ່າວປະຈຳວັນທີ 11 ກຸມພາ 2022 ນີ້ວ່າ: ສຳລັບ ສປປ ລາວ ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ມາຮອດປັດຈຸບັນທົ່ວປະເທດ ມີຄົນຕິດເຊື້ອສະສົມຮອດມື້ນີ້ໜຶ່ງແສນກວ່າຄົນ   ແລະ ເສຍຊີວິດສະສົມຫຼາຍກວ່າ 500 ຄົນ, ປະຈຸບັນໃນແຕ່ລະວັນກໍຍັງສືບຕໍ່ມີລາຍງານຜູ້ຕິດ ເຊື້ອໃໝ່ ຈາກທຸກແຂວງໃນທົ່ວປະເທດ ແຕ່ໂຕເລກແມ່ນຫຼຸດລົງທຽບໃສ່ໄລຍະຜ່ານມາ.

ສຳລັບສາຍພັນໂອມີຄຣອນ ປັດຈຸບັນ ເຖິງວ່າ ສປປ ລາວ ຍັງບໍ່ທັນພົບການລະບາດໃນຊຸມຊົນ ກໍ່ຕາມ ແຕ່ພວກເຮົາກໍ່ພົບກໍລະນີນຳເຂົ້າ ຮອດປັດຈຸບັນ ພວກເຮົາພົບສາຍພັນໂອມິຣຄອນຈຳນວນ 25 ຄົນ ສ່ວນຫຼາຍແມ່ນພົບໃນຜູ້ເດີນທາງເຂົ້າມາຜ່ານສາຍການບີນສາກົນ, ພ້ອມດຽວກັນນີ້ໃນວັນທີ 8 ເດືອນ ກຸມພາ ໄດ້ມີການກວດຕົວຢ່າງຈຳນວນ 25 ຕົວຢ່າງສຸ່ມເກັບຈາກບັນດາແຂວງ, ສະຖານທີ່ບໍລິການປີ່ນປົວຈາກແຂວງຈຳປາສັກ, ສະຫວັນນະເຂດ,ບໍລິຄຳໄຊ, ຊຽງຂວາງ, ບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ ໃນນີ້ພົບສາຍພັນໂອມິຄຣອນ 03 ຄົນຈາກແຮງງານລາວ ກັບມາຈາກປະເທດເພື່ອນບ້ານຜ່ານດ່ານສາກົນວັງເຕົ່າ ແຂວງຈຳປາສັກ ສ່ວນທີ່ເຫຼືອແມ່ນສາຍພັນເດວຕ້າ.

ທຸກຄົນໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນກວດພົບເຊື້ອ, ດັ່ງນັ້ນ, ທາງຄະນະສະເພາະກິດຂັ້ນສູງກາງກໍ່ຄືກະຊວງສາທາລະນະສຸກກໍ່ໄດ້ແຈ້ງໃຫ້ທາງພະແນກສາທາລະນະສຸກແຂວງ ໃຫ້ເພີ່ມທະວີຕິດຕາມເຝົ້າລະວັງ ບຸກຄົນທີ່ເຂົ້າຈຳກັດບໍລິເວນໃນສະຖານທີ່ທີ່ພົບສາຍພັນໂອມິຄຣອນນັ້ນແມ່ນຖືວ່າເປັນຜູ້ສຳຜັດໃກ້ຊິດທັງໝົດລວມທັງພະນັກງານເຈົ້າໜ້າທີ່ທີ່ມີປະຫວັດໃນການພົວພັນກັບບຸກຄົນດັ່ງກ່າວເປັນຕົ້ນແມ່ນ: ເຈົ້າໜ້າທີ່ຢູ່ດ່ານເຂົ້າ-ອອກ, ເຈົ້າໜ້າທີ່ຢູ່ສູນຈຳກັດບໍລິເວນ, ພະນັກງານຂັບລົດ , ພະນັກງານແພດແລະ ອື່ນໆ ເພື່ອປ້ອງກັນບໍ່ໃຫ້ສາຍພັນດັ່ງກ່າວເລັດລອດມາຕິດເຊື້ອພາຍໃນຊຸມຊົນ ສປປລາວ.