ເຈົ້າໜ້າທີ່ ປກສ ແກ້ໄຂປາກົດການຫຍໍ້ທາງລົດໄຟ ສໍາເລັດ 235 ເລື່ອງ

0
439

ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ ຄະນະຮັບຜິດຊອບຊີ້ນໍາວຽກງານ ປ້ອງກັນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟ 5 ປີ, ສະຫຼຸບປ້ອງກັນການ ຂົນສົ່ງລົດໄຟລາວ-ຈີນ 1 ເດືອນ ແລະ ວາງທິດທາງແຜນການໃນຕໍ່ໜ້າທີ່ຈັດຂຶ້ນ ວັນທີ 10 ກຸມພາ 2022 ໃຫ້ຮູ້ວ່າ:

ໃນ 5 ປີຜ່ານມາ (ປີ 2017-2021) ຢູ່ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ ເຖິງວ່າເຈົ້າໜ້າທີ່ໄດ້ສຸມໃສ່ ເປັນເຈົ້າການເຮັດໜ້າທີ່ຢ່າງເຂັ້ມງວດແລ້ວກໍຕາມ ແຕ່ກໍຍັງມີ ປະກົດການຫຍໍ້ທໍ້ເກີດຂຶ້ນ; ເຊິ່ງມັນໄດ້ສົ່ງຜົນກະທົບ ໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເຊິ່ງສະແດງອອກມີສະພາບ ປະກົດການຫຍໍ້ທໍ້ເກີດຂຶ້ນທັງຫມົດ 390 ເລື່ອງ, ແກ້ໄຂສໍາເລັດ 235 ເລື່ອງ, ກັກຕົວ 287 ຄົນ ຍິງ 3 ຄົນ.

ໃນນີ້, ຄະດີລັກຊັບຂອງ ລວມໝູ່ 333 ເລື່ອງ, ແກ້ໄຂໄດ້ 180 ເລື່ອງ, ກັກຕົວ 233 ຄົນ ຍິງ 1 ຄົນ, ເຄື່ອງຂອງເສຍຫາຍເປັນເງິນກີບ 151.692. 000 ກີບ, ເງິນບາດ 2.500 ບາດ ເງິນຢວນ 36.100 ຢວນ, ຄໍາຮູບປະພັນ 14 ປາດ, ລົດຈັກ 5 ຄົນ, ສາຍໄຟຟ້າທອງແດງ 322 ກິໂລກຣາມ, ສາຍໄຟຟ້າຍາວ 2.931 ກວ່າແມັດ, ເຫລັກອຸປະກອນຕ່າງໆຈໍານວນ 32 ໂຕນ, ເຫລັກຄໍ້າແບບ 4.459 ເສັ້ນ, ນ໋ອດຈັບລາງ ລົດໄຟ 1,5 ໂຕນ, ນ໋ອດຈັບຂ້າງຂົວ 2.844 ຈຸດ, ຕູ້ຈອດ ເຫລັກ 11 ໜ່ວຍ, ຫມໍ້ກອງລົດໃຫຍ່ 10 ອັນ, ຫມໍ້ ໄຟລົດໃຫຍ່ 5 ໜ່ວຍ, ນ້ໍາມັນກາຊວນ 6.980 ລິດ, ແບັກເກີ້ໄຟຟ້າ 63 ອັນ, ບັ້ງອົກຊີ 16 ບັ້ງ ແລະອື່ນໆ; ສາມາດເກັບກູ້ຄືນໄດ້ມີ: ລົດສິບລໍ້ 1 ຄັນ, ລົດຮຸນໄດ 1 ຄັນ, ລົດຈັກ 1 ຄັນ, ລົດ ຈັກຊາເລັ່ງ 2 ຄັນ, ສາຍໄຟຟ້າຍາວ 1.789 ແມັດ, ສາຍໄຟຟ້າທອງແດງ 4.672 ກິໂລກຣາມ, ສາຍອາລູມີນຽມ 2.255 ກິ ໂລກຣາມ, ແກັບໝາກຝ່າ ແລະ ສະນວນ 3 ແກັດ, ດິນລະເບີດ 17 ຫຼອດ, ເຫລັກວັດສະດຸກໍ່ສ້າງຕ່າງໆ 29 ໂຕນ, ເຫລັກ ກຽວ 262 ໂຕ, ເຫລັກຈັບຕີນທາງລົດໄຟ 39 ອັນ, ເຫລັກຂໍ້ຕໍ່ 147 ອັນ, ນ້ໍາມັນກາຊວນ 2.760 ລິດ, ໝໍ້ໄຟລົດໃຫຍ່ 2 ໜ່ວຍ, ແບັກເກີ້ໄຟຟ້າ 69 ອັນ, ໄດປັ່ນໄຟ 1 ເຄື່ອງ, ແອ 2 ໜ່ວຍ, ນ໋ອດຈັບລາງ 1.980 ອັນ, ເຫລັກຄໍ້າແບບ 14 ເສັ້ນ, ບັ້ງອົກຊີ້ 11 ບັງ ແລະອື່ນໆ.

ໃນພິທີ, ພົຈວ ຈັນສະແຫວງ ທິບ ທູນທອງ ຮອງຫົວໜ້າຫ້ອງວ່າການກະ ຊວງ ປກສ ຄະນະ ຮັບຜິດຊອບຊີ້ນໍາວຽກງານປ້ອງກັນໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ໄດ້ຜ່ານຮ່າງບົດບັນທຶກ ແລະ ມອບ-ໂອນກໍາລັງປ້ອງກັນໃຫ້ກົມ ຕໍາຫຼວດທາງລົດໄຟ ກົມໃຫຍ່ຕໍາຫຼວດ ເປັນຜູ້ຄຸ້ມຄອງ ແລະ ສືບຕໍ່ ຈັດຕັ້ງປະ ຕິບັດວຽກງານດັ່ງກ່າວຕໍ່ໄປ.

ໂອກາດດຽວກັນ, ພົທ ກົງທອງ ພົງວິຈິດ ເນັ້ນໃຫ້ກົມຕໍາຫຼວດທາງລົດໄຟ ກົມໃຫຍ່ຕໍາຫຼວດ, ກອງ ບັນຊາການ ປກສ 4 ແຂວງ ແລະ ປກສ ນະຄອນຫລວງວຽງ ຈັນ ເອົາໃຈໃສ່ເພີ່ມທະວີປະສານສົມທົບກັນ ຢ່າງກົມກຽວຕໍ່ກັບວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພຮອບດ້ານ, ນໍາເອົາບັນດາເນື້ອໃນ ຄວາມໝາຍຄັນສໍາຄັນ, ຜົນສໍາເລັດການກໍ່ສ້າງທາງ ລົດໄຟລາວ-ຈີນ ແລະ ບັນດາເອກະສານກ່ຽວຂ້ອງ ລົງ ເຜີຍແຜ່ໃຫ້ບັນດາພໍ່-ແມ່ປະຊາຊົນທີ່ຢູ່ລຽບຕາມທາງລົດໄຟຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ປຸກລະດົມກໍາລັງ ແຮງທົ່ວສັງຄົມເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ; ເອກະພາບກັນອອກນິຕິກໍາ, ລະບຽບການ ແລະ ຂໍ້ຫ້າມເປັນບຸລິມະສິດພິເສດກ່ຽວກັບຮ້ານຊື້-ຂາຍເຫລັກເສດໂດຍບໍ່ໃຫ້ຮັບຊື້ເຫລັກ, ນ໋ອດ ຫລື ອຸປະ ກອນກ່ຽວກັບທາງລົດໄຟ, ນໍາພາກໍາລັງທຸກຂັ້ນທີ່ເຮັດໜ້າທີ່ປ້ອງກັນອອກກວດກາລາດຕະເວນໃນ ຂອບເຂດຄວາມຮັບ ຜິດຊອບຂອງຕົນຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດເຄື່ອນໄຫວລັກຊັບ, ທໍາລາຍຊັບ ແລະ ກໍ່ຄວາມບໍ່ສະຫງົບຕາມແລວທາງ ລົດໄຟ.