ໃຫ້ໂອກາດກັບໃຈຄັ້ງທີ 2 ຖ້າຍັງບໍ່ປ່ຽນແປງຈະດຳເນີນຄະດີ

0
302

ໃນວັນທີ 11 ກຸມພາ 2022 ເວລາປະມານ 20:00 ໂມງ ປກສ ກຸ່ມສີວິໄລ ສົມທົບກັບ ປກສ ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ ລົງແກ້ໄຂຈຸດມົ້ວສຸມ ຢ າ ເ ສ ບ ຕິ ດ ຫລັງໄດ້ຮັບແຈ້ງວ່າ ມີກຸ່ມຄົນຈຳນວນຫນຶ່ງໃຊ້ເຮືອນເປັນສະຖານທີ່ມົ້ ວ ສຸ ມ.

ຫລັງຈາກໄດ້ຮັບການສົ່ງຂ່າວຈາກປະຊາຊົນ ເຈົ້າຫນ້າທີ່ຈິ່ງສົມທົບກຳລັງເຂົ້າແກ້ໄຂ ສາມາດກັກຕົວໄດ້ 6 ຄົນຂອ ງ ກ າ ງ ຢ ບ 3 ເ ມັ ດ ພ້ອມອຸປະກອນການເ ສ ບ, ຜູ້ມົ້ ວ ສຸ ມຊື່ທ້າວ ສອນ ອາຍຸ 30 ປີ ເຈົ້າຂອງເຮຶອນ ທ້າວ ຊັນ ອາຍຸ 13 ປີ ວ່າງງານ, ທ້າວ ຕູ່ ອາຍຸ 30 ປີ, ວ່າງງານ, ທ້າວ ອາເລັກ ອາຍຸ 31 ປີ ກຳມະກອນ, ທ້າວ ສັນຕິໄຊ ອາຍຸ 40 ປີ ກຳມະກອນ ແລະ ທ້າວ ອິນທາ ອາຍຸ 38 ປີ ກຳມະກອນ ທັງຫມົດຢູ່ບ້ານພະຂາວ ເມືອງໄຊທານີ.

ເຈົ້າຫນ້າທີ່ ໃຫ້ຮູ້ວ່າ: ເຮືອນຂອງທ້າວ ສອນ ເຈົ້າຫນ້າທີ່ເຄີຍແກ້ໄຂ ມາແລ້ວຄັ້ງຫນຶ່ງ ໂດຍການສຶກສາອົບຮົມ, ໃນຄັ້ງນີ້ ມີຜູ້ມາມົ້ ວສຸ ມຫນ້າເກົ່າ 4 ຄົນ ແລະ ຫນ້າໃຫມ່ 2 ຄົນ ເຈົ້າຫນ້າທີ່ໄດ້ເອີ້ນມາສຶກສາອົບຮົມ ແລະ ກ່າວເຕືອນຖ້າພົບເຫັນອີກໃນຄັ້ງຕໍ່ໄປ ແມ່ນດຳເນິນຄະດີ.

ຂໍ້ມູນ: ປກສ ກຸ່ມສີວິໄລ