ບໍລິສັດ ສຸວັນນີມອບອຸປະກອນ ການຮຽນ-ສອນໃຫ້ໂຮງຮຽນສົງ ແຂວງສາລະວັນ

0
271

ອຸປະກອນການຮຽນ-ການສອນ ແມ່ນເປັນສິ່ງທີ່ສຳຄັນ ໂດຍສະເພາະໃນຍຸກປັດຈຸບັນແລ້ວ ເທັກໂນໂລຢີການສື່ສານທີ່ທັນສະໄໝ ແມ່ນເປັນຈຸດສຳຄັນ ເພື່ອທີ່ຈະເສີມສ້າງໃຫ້ການສຶກສານັ້ນມີຄວາມທັນສະໄໝ ແລະ ໃຫ້ເຂົ້າກັບຍຸກສັງຄົມທີ່ເປັນຢູ່.

ແລະກໍ່ຕ້ອງຂໍຊົມເຊີຍບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເຫັນໄດ້ເຖິງຄວາມສໍາຄັນຂອງ “ການສຶກສາ” ວ່າມີຄວາມສໍາຄັນ ໃນການພັດທະນາຄວາມຮູ້ຄວາມສາມາດໃຫ້ແກ່ຕົນເອງກໍຄືຄອບຄົວ, ສັງຄົມ ແລະ ປະເທດຊາດ. ໂດຍສະເພາະທາງດ້ານເຄື່ອງມືເທັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT) ເພື່ອໃຫ້ຜູ້ຮຽນຮູ້ມີຄວາມເຂົ້າໃຈໃນເທັກໂນໂລຊີທີ່ກ້າວໜ້າຕາມຍຸກສະໄໝ.

ໃນວັນທີ 8 ກຸມພາ 2022 ທີ່ຜ່ານມາ, ຕາງໜ້າບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທ່ານ ສີວິໄລ ຈັນທະວົງ (ຜູ້ຈັດການສາຂາປາກເຊ) ເຂົ້າມອບອຸປະກອນ ການຮຽນ-ການສອນ ICT (ຄອມພິວເຕີ) ມູນຄ່າ 10.800.000 ກີບ ຮັບໂດຍ ພຣະອາຈານ ຄໍາເປ ຈັນທະຈອນ ເຈົ້າອາວາດວັດບຸຣົມະນາຖວາປີ ແລະ ກໍາມາທິການເມືອງວາປີ ແຂວງສາລະວັນ.

ເພື່ອເປັນ ອຸປະກອນ ການຮຽນ-ການສອນ ໃຫ້ແກ່ນັກຮຽນ ໂຮງຮຽນ ມຕ ສົງ ວັດບຸຣົມະນາຖວາປີ ແຂວງສາລະວັນ.

ສຳລັບບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ກໍ່ເປັນອີກບໍ່ສັດໜຶ່ງທີ່ໃຫ້ບໍລິການ ຫຼື ຂາຍເຄື່ອງວັດສະດຸກໍ່ສ້າງຄົບວົງຈອນ ຢູ່ຄຽງຄູ່ກັບສັງຄົມລາວເປັນເວລາຍາວນານ ມາຮອດປັດຈຸບັນກໍ່ມີຫຼາຍສາຂາ ໃນຂອບເຂດທົ່ວປະເທດໄດ້ແກ່: ນະຄອນຫຼວງວຽງຈັນ ມີ 3 ສາຂາ, ປາກຊັນ 1 ສາຂາ, ທ່າແຂກ1 ສາຂາ, ຈຳປາສັກ 1 ສາຂາ ແລະ ສະຫວັນນະເຂດ 1 ສາຂາ ( ເປີດໃຫ້ບໍລິການໃໝ່ໆ)
ຈາກ: ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ