ສະເທືອນວັນວາເລນທາຍ ໜຸ່ມໃຫຍ່ ເຊີໄພ້ແຟນສາວ 4 ຕື້

0
518

ເປັນອີກໜຶ່ງຄູ່ຮັກດາຣາທີ່ຫຼາຍຄົນຮູ້ຈັກກັນເປັນຢ່າງດີ ສຳຫຼັບສາວ ຈ໊ະຈ໋າ ແລະ ສາມີໜຸ່ມຈິ໊ບ ວະສຸ ທີ່ຫຼັງຈາກທັງຄູ່ແຕ່ງງານໃຊ້ຊີວິດຄູ່ດ້ວຍກັນ ສາວຈ໊ະຈາ ກໍ່ມັກຈະອອກມາເຜີຍໂມເມັ້ນໜ້າຮັກກັບສາມີໃຫ້ແຟນໆ ໄດ້ເຫັນກັນຢູ່ຕະຫຼອດ

ຈົນຫຼາຍຄົນຕ່າງລຸ້ນໃຫ້ທັງຄູ່ອອກມາມີຂ່າວດີກັນໄວໆນີ້ເລີຍ ແລະ ໃນວັນນີ້ 14 ກຸມພາ 2565 ເປັນວັນວາເລນທາຍ ເຫຼົ່າຄົນດັງໃນວົງການຕ່າງພາກັນອອກມາອວດຄວາມຫວານພ້ອມດອກໄມ້ຊໍ່ໃຫຍ່ຮັບວາເລນທາຍ

ລວມໄປເຖິງໜຸ່ມຈິ໊ບທີ່ໄດ້ຈັດເຊີໄພ້ ໃຫ້ກັບພັນລະຍາດ້ວຍການກອງເງິນເປັນປຶກໆໄວ້ໃນລົດພ້ອມເຜີຍວ່າ ສຸກສັນວັນຄົບຮອບແຕ່ງງານປີແລກ ແລະ Happy Valentine’s Day ເດີ້… ພັນລະຍາ

ເວລາຜ່ານໄປໄວຫຼາຍ… ຜ່ານ 12 ເດືອນຂອງຊີວິດຄູ່ໄປແລ້ວ ຂອບໃຈສຳຫຼັບຄວາມຮັກ ເສຍສະຫຼະ ອົດທົນ ແລະ ຄວາມຕັ້ງໃຈທີ່ຈະປັບຕົວເຂົ້າຫາກັນ ທີ່ຈ໋າມີໃຫ້ກັບຄອບຄົວນ້ອຍໆຂອງເຮົາຕະຫຼອດມາ

ຢາກໃຫ້ຮູ້ວ່າ appreciate ແລະ ພູມໃຈຫຼາຍໆເດີ້ ຈ໋າເຄີຍບອກສະເໝີວ່າ ມັກພາຫະນະທີ່ສີສັນສົດໃສ ສຳຫຼັບງານນຳສົ່ງຊໍ່ດອກໄມ້ທີ່ຈ໋າຮັກ ແລະ ຕັ້ງໃຈເຮັດ

ຂໍອະນຸຍາດມອບລົດຄັນນີ້ໃຫ້ກັບ @jajaflowers_ ໄວ້ໃຊ້ຕາມໃຈມັກເລີຍເດີ້ ຮັບຮອງວ່າສີງາມເຂົ້າກັບກິດຈະການ ປັກຊື່ໄວ້ໃຫ້ຢູ່ເບາະອີກດ້ວຍ ໄປໃສບໍ່ຫຼົງແນ່ນອນ

ແລະ ຂໍອະນຸຍາດຝາກ ຂວັນຖົງ ໄວ້ໃນລົດອີກເລັກໆນ້ອຍໆ… ເປັນຂອງຂວັນສຳຫຼັບວາລະພິເສດນີ້…ຂໍໃຫ້ຮຸ່ງເຮືອງໃນທຸກໜ້າທີ່ການງານ

ໃນວັນແຫ່ງຄວາມຮັກ ຂໍໃຫ້ມີຈ໋າມີແຕ່ຄວາມສຸກ ສົດຊື່ນ ແຈ່ມໃສ ສຸຂະພາບກາຍໃຈແຂງແຮງ ປະສົບຄວາມສຳເລັດໃນທຸກເລື່ອງທີ່ດີງາມ ແລະ ເປັນກຳລັງໃຈທີ່ດີໃຫ້ກັນແບບນີ້ໃນທຸກກ້າວຂອງຊີວິດຕໍ່ໄປຂ້າງໜ້າ

ຂອບໃຈອີກຄັ້ງ ທີ່ອະນຸຍາດໃຫ້ດູແລກັນ Happy our 1st Anniversary& Happy Hearts’ Day ດ້ວຍຄວາມຮັກສະເໝີ (Fotocredit: Mill thanks to BowNoPow team)

ເປັນຫຍັງທີ່ສະຫວີດຫວານຫຼາຍໆເລີຍ ແຖມຍັງຈັດເງິນປຶກໃຫຍ່ມາໃຫ້ພັນລະຍາແບບນີ້ຕ້ອງບອກເລີຍວ່າ ໜຸ່ມຈິ໊ບ ນັ້ນເປັນສາມີສາຍເປຫຼາຍໆເຫັນແລ້ວອິດສາແທນສາວຈ໊ະຈ໋າເລີຍ