ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 15 ກຸມພາ 2022 ການງານ ການເງິນ ຄວາມຮັກ

0
7397

ວັນຈັນ:ການ​ງານ​ ຈະ​ເຮັດ​ທຸລະກິດ​ການ​ງານ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ​ຢ່າງ​ເປັນ​ໂຊກ​ ແລະ ​ໃຫ້​ລະ​ວັງ​ໃນ​ເລື່ອງ​ການເດີນທາງແດ່ກໍຈະດີ ການ​ເງິນ​ ຊ່ວງ​ນີ້​ລາຍ​ຈ່າຍ​ຍັງມີ​ຫລາຍ​ ບໍ່​ສາມາດ​ບໍລິຫານ​ຈັດການ​ລາຍ​ຈ່າຍ​ໄດ້​ດີ​ຄືແຕ່​ກ່ອນ​ ລະ​ມັດ​ລະ​ວັງ​ການ​ໃຊ້​ຈ່າຍ​ເອົາ​ໄວ້​ກ່ອນ​ຈະ​ດີ​ທີ່ສຸດ​ ຄວາມ​ຮັກ​ ​​ ຍັງ​ບໍ່​ໄດ້​ດັ່ງ​ໃຈ​ໃນ​ເລື່ອງ​ຄວາມ​ຮັກ​ ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ທີ່​ຈະ​ຕັດ​ສິນ​ໃຈ​ເລືອກ​ໃຜ​ເຂົ້າ​ມາ​ໃນ​ຊີວິດ​ໃນ​ຊ່ວງ​ນີ້​

ວັນອັງຄານ:ການ​ງານ ໃນ​ຊ່ວງ​ນີ້​ເປັນ​ການ​ພິຈາລະນາ​ວາງ​ແຜນ​ທຸລະກິດ​ ປັບ​ປ່ຽນ​ວິທີ​ການ​ ແລະ​ແຜນ​ງານ​ເພື່ອ​ກຽມ​​ລົງ​ທຶນ​ໃນ​ເລື່ອງ​ທຸລະກິດ​ ການ​ເງິນ​ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ສະເໝີ​ ເປັນ​ຈຳນວນ​ເງິນ​ທີ່​ຫລາຍ​ພໍສົມຄວນ​ ແລະ​ເປັນ​ເລື່ອງ​ທີ່​ຈຳ​ເປັນ​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງຫຼີກ​ລ້ຽງ​ບໍ່​ໄດ້​ ຄວາມ​ຮັກ ຈະ​ພົບ​ຄົນສະຫລາດ​ ຊ່າງ​ເວົ້າ​ ຄວາມ​ຮັກ​ຄວາມ​ສຳພັນ​ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄົົນທີ່​ຖືກ​ໃຈ​ ມີ​ໂອ​ກາດ​ພົບ​ຮັກ​ແທ້​ໃນ​ຊ່ວງ​ນີ້​

ວັນພຸດ:ການ​ງານ​ ຊ່ວງ​ນີ້​ໃຫ້​ຢຸດ​ການເຮັດວຽກໜັກຄວນແບ່ງເວລາໃນການເຮັດວຽກແດ່ກໍຈະດີ ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ກ່ຽວກັບ​ເລື່ອງ​ການ​ເງິນ​ໃນ​ຊ່ວງ​ນີ້​ ໄດ້​ເຂົ້າ​ມາ​ແບບ​ບໍ່​ຄາດ​ຝັນ​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ເພາະ​ເວລາ​ທີ່​ມີ​ໃຫ້​ກັນ​ຍັງ​ບໍ່​ຫລາຍ​ພໍ​

ວັນພະຫັດ:ການ​ງານ​ ​ ຈະ​ພົບ​​ສະຖານນະການ​ທີ່​ບໍ່​ຊັດເຈນ​ເລື່ອງ​ການ​ງານ​​ໃນ​ຊ່ວງ​ນີ້​ ຈຶ່ງ​ຕ້ອງ​ຖ້າເບິ່ງ​ເພື່ອປະ​ເມີນ​ກ່ອນ​ຕັດ​ສິນ​ໃຈ​ ແລະ​ຫາ​ທີ່ປຶກ​ສາ​ທີ່​ດີ​ເພື່ອ​ຮ່ວມ​ວາງ​ແຜນ​ທາງ​ດ້ານ​ການ​ງານ​ໃຫ້​ເກີດ​ຄວາມ​ສຳ​ເລັດ​ ການ​ເງິນ ໂຊກ​ດີ​ ມີ​ໂຊກ​ ຈະ​ໄດ້​ເງິນ​ເຂົ້າ​ມາ​ເພິ່ມເຕິມ​ ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໂຊກ​ດວງດ້ານ​ການ​ເງິນ​ດີ​ຂຶ້ນ​ຫລາຍກວ່າ​ແຕ່​ກ່ອນ​ ຄວາມ​ຮັກ ຍັງ​ບໍ່​ມີ​ເວລາ​ໃຫ້​ເລື່ອງ​ຄວາມ​ຮັກ​ ເພາະ​ຢາກ​ຈະ​ມຸ້ງ​ມັ່ນ​ສ້າງ​ຄວາມຫມັ້ນຄົງ​ໃຫ້​ກັບ​ຊີວິດ​ຫລາຍກວ່າ​ທີ່​ຈະໃຫ້​ຄວາມ​ສຳຄັນ​ກັບ​ຄວາມ​ຮັກ​

ວັນສຸກ:ການ​ງານ​ ມີ​ໂອ​ກາດຍົກ​ຍ້າຍ​ປ່ຽນ​ແປງ​ທາງ​ດ້ານ​ການ​ງານ​ ແລະ​ມີ​ອຸປະສັກ​ທາງ​ດ້ານ​ການ​ງານ​ທີ່ເກິດຂື້ນ​ ສົ່ງ​ຜົນ​ເຮັດໃຫ້​ເກີດ​ຄວາມ​ຕຶງ​ຄຽດ​ໃນ​ຊ່ວງ​ນີ້​ ການ​ເງິນ ຕ້ອງ​ໃຊ້​ຄວາມ​ປະ​ຫຢັດ​ເພີ່ມ​ຂຶ້ນ​ໃນ​ຊ່ວງ​ນີ້​ ບໍ່​ຄວນ​ທີ່​ຈະ​ຊື້​ສິ່ງ​ຂອງ​ຟຸ່ມ​ເຟືອຍ​ເຂົ້າ​ມາ​ໃນ​ໄລຍະ​ນີ້​ ເມື່ອ​ມີ​ເງິນ​ເຂົ້າ​ມາ​ກໍ​ຄວນ​ຈະ​ເກັບ​ໄວ້​ສ່ວນຫນຶ່ງ​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ກັບ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ​ຍັງ​ບໍ່​ເປັນ​ຢ່າງ​ທີ່​ຄາດ​ຫວັງ​ເອົາ​ໄວ້​ ຈຶ່ງ​ຕ້ອງ​ໃຊ້​ເວລາ​ເປັນ​ເຄື່ອງ​ພິສູດ​

ວັນເສົາ:ການ​ງານ​ ຈະ​ເຮັດ​ທຸລະກິດ​ສິ່ງ​ໃດ​ກໍ​ຈະ​ເປັນ​ເງິນ​ເປັນທອງໄປ​ທຸກ​ຢ່າງ​ ເກີດ​ຄວາມ​ສຳ​ເລັດ​ ເກີດ​ຄວາມ​ໂຊ​ກດີ​ຈາກ​ພາ​ວະ​ປັນຍາ​ ແລະ​ຄວາມ​ສະຫລຽວ​ສະຫລາດ​ ຄວາມ​ຊື່ສັດ​ ຄວາມ​ຊື່​ກົງ​ຂອງ​ຕົນເອງ​ ການ​ເງິນ​ ​ຢູ່ໃນ​ເກນ​ຊົງ​ຕົວ​ໃນ​ຊ່ວງ​ນີ້​ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ ຫລື​ເລື່ອງ​ທີ່​ຕ້ອງ​ກັງ​ວົນ​ໃດ​ໆ​ ກ່ຽວກັບ​ການ​ເງິນ​ ຄວາມ​ຮັກ ຍັງ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ຄວາມ​ຮັກ​ປານໃດ​ໃນ​ຊ່ວງ​ນີ້​ ເພາະ​ຢາກ​ຈະ​ເພີ່ມ​ຄວາມ​ສຳ​ເລັດ​ທາງ​ດ້ານ​ສັງຄົມ​ຫລາຍກວ່າ​ທີ່​ຈະໃຫ້​ຄວາມ​ສຳຄັນ​ເລື່ອງ​ຄວາມ​ຮັກ​

ວັນອາທິດ:ການ​ງານ ມີ​ການ​ປ່ຽນ​ແປງ​ເດີນທາງຍົກ​​ຍ້າຍ​ ຫລື​ມີ​ການ​ຕິດ​ຕໍ່​ງານ​ນອກ​ສະຖານ​ທີ່​ຄ່ອນ​ຂ້າງ​ເລື້ອຍ​ໃນ​ຊ່ວງ​ນີ້​ທີ່​ຈະ​ເກີດ​ຄວາມ​ສຳ​ເລັດ​ ຫລື​ຄວາມ​ໂຊກ​ດີ​ກັບ​ຕົນເອງ​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ໃຊ້​ຈ່າຍ​ເງິນ​ອອກ​ໄປ​ເປັນ​ຈຳນວນ​ຫລາຍ​ ໃນ​ຊ່ວງ​ນີ້​ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ຄວແາມ​ຮັກ ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ເປັນ​ການ​ເບິ່ງ​ໆ​ ກັນ​ໄປ​ກ່ອນ​ ເພາະ​ມີ​ລັກສະນະ​ນິ​ໄສ​ບາງຢ່າງ​ທີ່​ຕ້ອງ​ປັບ​ຕົວ​ເຂົ້າ​ຫາ​ກັນ​ຄ່ອນ​ຂ້າງ​ຫລາຍ​