ເອີ້ນວ່າມີຊື່ສຽງຫຼາຍພໍສົມຄວນໃນວົງການຂາຍເຄື່ອງອອນລາຍ ສຳຫຼັບ ເອ ນີອອນ ເຈົ້າຂອງສະກິນແຄແບນນີອອນ (NEON) ແລະ ການບູຊາ ປີ່ເຊຍະຈັກກະພັດ ຫາກໃຜທີ່ຕິດຕາມພໍ່ຄ້າອອນລາຍຄົນນີ້ມາຕະຫຼອດຈະຮູ້ວ່າ ເອ ເປັນຄົນຈິດໃຈດີ ຊ່ວຍເຫຼືອຜູ້ຍາກໄຮ້ ແລະ ເຮັດບຸນຢູ່ເປັນປະຈຳ ບໍ່ຫຍຸດນິ້ງ ແລ້ວອີກສິ່ງທີ່ ເອ ຕັ້ງໃຈ ແລະ ຕ້ອງເຮັດໃຫ້ໄດ້ ຄືການຊ່ວຍເຫຼືອເດັກນ້ອຍ
ເອ ນີອອນ ນັກທຸລະກິດໜຸ່ມ ໃຈບຸນມັກເຮັດບຸນ ແລະ ຊ່ວຍເຫຼືອເດັກນ້ອຍເປັນປະຈຳຢູ່ແລ້ວ ເປັນທີ່ຊາບກັນດີວ່າໃນຊ່ວງປາຍປີທີ່ແລ້ວ ເອ ນີອອນ ໄດ້ກ່າວເຖິງຄວາມຕັ້ງໃຈມຸ່ງໝັ້ນໃນການກໍ່ຕັ້ງມູນລະນິທິເດັກ ເພື່ອຄວາມເປັນຢູ່ ແລະ ການສຶກສາຂອງເດັກນ້ອຍທີ່ດ້ອຍໂອກາດໃຫ້ດີຂຶ້ນ
ເປັນເໝືອນກັບການຍື່ນໂອກາດທີ່ດີໃຫ້ກັບເດັກນ້ອຍເຫຼົ່ານີ້ ແລະ ຕ້ອງການດູແລແບບພໍ່ດູແລລູກ ຈາກໃນອະດີດທີ່ຊ່ວຍເຫຼືອໄດ້ຕາມກຳລັງຊັບຂອງຕົນ ກໍ່ເພີ່ມກຳລັງໃນການຊ່ວຍເຫຼືອຫຼາຍຂຶ້ນ ເຊິ່ງທຶນຊັບໃນການເຮັດບຸນຊ່ວຍເຫຼືອແຕ່ລະຄັ້ງກໍ່ໄດ້ມາຈາກເງິນສ່ວນຕົວສ່ວນໜຶ່ງ ແລະ ເງິນຈາກທີ່ຫຼາຍໆຄົນໄດ້ເຊົ່າບູຊາປີ່ເຊຍະຈັກກະພັດໄປນັ້ນເອງ
ການໄດ້ຊ່ວຍເຫຼືອເດັກນ້ອຍ ເປັນຄວາມຝັນແລະຄວາມຕັ້ງໃຈທີ່ ເອ ຢາກເຮັດມາຕະຫຼອດ ເອ ຈຶ່ງອອກຊ່ວຍເຫຼືອ ກຸ່ມຄົນດ້ອຍໂອກາດ ແລະ ເດັກນ້ອຍທີ່ຂາດໂອກາດໃນເລື່ອງຕ່າງໆ ຕາມທຶນຊັບທີ່ຕົນມີເພາະການໄດ້ຢູ່ກັບເດັກນ້ອຍ ການຊ່ວຍເຫຼືອເດັກນ້ອຍໃຫ້ຢູ່ດີກິນດີ ເປັນຄວາມສຸກຂອງເຂົາ
ສານປີ່ເຊຍະຈັກກະພັດ ແລະ ມູນລະນິທິຊ່ວຍເຫຼືອເດັກດ້ອຍໂອກາດຄືຄວາມຕັ້ງໃຈຂອງຂ້ອຍ ເປັນຄຳໝັ້ນ ແລະ ຂ້ອຍຈະເຮັດດ້ວຍໃຈ ເອ ກ່າວ ແລະ ລ່າສຸດຄວາມຄືບໜ້າ ເອ ໄດ້ລົງພື້ນທີ່ໄລ່ເບິ່ງທີ່ດິນຫຼາຍຈຸດທັງໃນກຸງເທບ ແລະ ປະລິມົນທົນ ໂດຍທຸ່ມເງິນສ່ວນຕົວຫຼາຍສິບລ້ານຊື້ທີ່ດິນເພື່ອກໍ່ຕັ້ງເປັນມູນລະນິທິເດັກ ແລະ ສານປີ່ເຊຍະຕາມຄວາມຕັ້ງໃຈ
ແລະ ໃນການຊ່ວຍເຫຼືອເດັກນ້ອຍ ເອ ເຮັດດ້ວຍຄວາມຮັກ ແລະ ການໃຫ້ຈາກໃຈຄືພໍ່ທີ່ໃຫ້ ແລະ ດູແລລູກ ບໍ່ວ່າຜູ້ດ້ອຍໂອກາດຈະຢູ່ໃສ ເອ ກໍ່ພ້ອມທີ່ຈະເຂົ້າໄປຊ່ວຍເຫຼືອຕາມກຳລັງ ແລະ ຄວາມສາມາດ ເພາະຮອຍຍິ້ມຂອງເດັກນ້ອຍກໍ່ຄືຄວາມສຸກຂອງເຂົາ
ເອ ກ່າວວ່າ ແຕ່ສ່ວນໜຶ່ງທີ່ເຮັດໃຫ້ມີມື້ນີ້ໄດ້ ກໍ່ຄືທຸກຄົນທີ່ຮ່ວມກັນບູຊາປີ່ເຊຍະຈັກກະພັດ ເຮັດໃຫ້ມີທຶນໃນການກໍ່ຕັ້ງມູນລະນິທິໄດ້ໄວຂຶ້ນ ໄດ້ຊ່ວຍເຫຼືອເດັກນ້ອຍ ແລະ ຄົນຍາກໄຮ້ ຕາມຄວາມຕັ້ງໃຈໄດ້ໄວຂຶ້ນ ແລະ ເຊື່ອວ່າໃນການກໍ່ຕັ້ງມູນລະນິທິຄັ້ງນີ້ ຄືການສ້າງບຸນໃຫຍ່ຮ່ວມກັນ
ເພາະການເຂົ້າບູຊາປີ່ເຊຍະຈັກກະພັດຈາກທຸກຄົນເຮັດໃຫ້ເຂົາມີມື້ນີ້ໄດ້ ລ່າສຸດ ເອ ໄດ້ຕະເວນໄປເບິ່ງທີ່ດິນຕາມຈຸດຕ່າງໆເພື່ອສ້າງມູນລະນິທິແລ້ວ ເບິ່ງຫຼາຍບ່ອນ ເພື່ອໃຫ້ໄດ້ບ່ອນທີ່ດີທີ່ສຸດໃນການກໍ່ຕັ້ງມູນລະນິທິເພື່ອເດັກນ້ອຍ