ສະຫວັນນະເຂດແຈ້ງໃຫ້ຜູ້ເຂົ້າປິ່ນປົວພະຍາດໂຄວິດ-19 ຮັບຜິດຊອບຄ່າໃຊ້ຈ່າຍ ຕ່າງໆດ້ວຍຕົວເອງ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໄດ້ອອກແຈ້ງການເມື່ອມໍ່ໆມານີ້ໃຫ້ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ຈະເຂົ້ານອນປິ່ນປົວຢູ່ໂຮງໝໍພາກສະໜາມຂອງລັດໂດຍສະເພາະຢູ່ແຂວງສະຫວັນນະເຂດໃຫ້ສົມທົບຄ່າໃຊ້ຈ່າຍຊ່ວຍລັດຖະບານຍ້ອນງົບປະມານມີຈໍານວນຈໍາກັດຊຶ່ງປະກອບມີຄ່າອາຫານ ແລະ ນ້ຳດື່ມ ທັງ 3 ຄາບເປັນເວລາ 10 ວັນ ລວມເປັນເງິນ 360.000 ກີບ ແລະ ຄ່າການບໍລິການຕ່າງໆພາຍໃນໂຮງໝໍພາກສະໜາມ ລວມເປັນເງິນ 500.000 ກີບ.
ນອກນັ້ນ, ພາຍຫຼັງທີ່ໄດ້ຮັບອະນຸຍາດອອກໂຮງໝໍ ຕ້ອງຈ່າຍຄ່າລົດໂດຍສານກັບບ້ານດ້ວຍຕົນເອງ ແລະ ກໍລະນີເສຍຊີວິດ ຄອບຄົວຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆຕາມຄວາມຈີງ.
ສຳລັບຜູ້ຕິດເຊື້ອອະນາຖາຕ້ອງມີໜັງສືຢັ້ງຢືນຈາກອໍານາດການປົກຄອງບ້ານສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງເພື່ອພິຈາລະນາປະຕິບັດນະໂຍບາຍ.