ຄົນເກີດວັນຈັນ:ການງານມັກພົບຄວາມເລັ່ງໃນເລື່ອງຂອງການງານ ແຕ່ກໍຕ້ອງເຮັດຜົນງານໃຫ້ໄດ້ຕາມມາດຕະຖານ ການເງິນຮູ້ຈັກໃຊ້ຈ່າຍຢ່າງເປັນເຫດເປັນຜົນ ຈຶ່ງມີເງິນເຫຼືອເກັບ ຄວາມຮັກເບິ່ງຄືຈະມຸ່ງໝັ້ນໃນເລື່ອງຂອງການງານ ຫຼາຍກວ່າທີ່ຈະໃຫ້ຄວາມສຳຄັນທາງດ້ານຄວາມຮັກໂດຍກົງ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ1
ຄົນເກີດວັນອັງຄານ:ການງານ ທຸລະກິດກ່ຽວຂ້ອງກັບອາສັງຫາລິມະຊັບ ອາຊີບນາຍໜ້າ ນັກການເຈລະຈາຕ່າງໆ ຈະປະສົບຄວາມສຳເລັດດີຂຶ້ນ ການເງິນໂດຍຢູ່ໃນເກນທີ່ຫມັ້ນຄົງ ບໍ່ມີເລື່ອງກັງວົນ ຫຼືເລື່ອງເດືອດຮ້ອນໃດໆ ຄວາມຮັກເບິ່ງຄືຢາກຈະສະແດງຄວາມໂຣແມນຕິກກັບຄົນຮັກຂອງຕົນເອງສະເໝີ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ1
ຄົນເກີດວັນພຸດ:ການງານໄລຍະນີ້ຈະຕ້ອງໄດ້ຮັບຜິດຊອບໃນການແກ້ບັນຫາ ຫຼືພົບອຸປະສັກໃໝ່ໆ ທີ່ຕົນເອງນັ້ນຕ້ອງຮຽນຮູ້ ການເງິນ ລາຍຈ່າຍສ່ວນໃຫຍ່ຈະກ່ຽວຂ້ອງກັບການເດີນທາງໃນໄລຍະນີ້ ຄວາມຮັກຫາກຈະພົບໃຜໃນໄລຍະນີ້ຈະເປັນຄົນຜິວສອງສີ ມີເກນອາຍຸຕ່າງກັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຂຽວ ເລກນຳໂຊກ3
ຄົນເກີດວັນພະຫັດ:ການງານໃຊ້ຄວາມຂະຫຍັນຢ່າງດຽວຈະເຮັດໃຫ້ຕົນເອງນັ້ນປະສົບຄວາມສຳເລັດ ປະສົບຄວາມກ້າວໜ້າ ການເງິນມີຄວາມຫມັ້ນຄົງທາງດ້ານການເງິນ ຈະໄດ້ເງິນກ້ອນໃຫຍ່ກໍເປັນໄປໄດ້ໃນໄລຍະນີ້ ໂຊກດີຫຼາຍໆ ຄວາມຮັກອຸປະສັກໃນຄວາມຮັກເທື່ອນີ້ຄືເລື່ອງຂອງໄລຍະທາງ ແລະ ເວລາທີ່ຂ້ອນຂ້າງສົ່ງຜົນຕໍ່ຄວາມສຳພັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີດໍາ ເລກນຳໂຊກ2
ຄົນເກີດວັນສຸກ:ການງານພະຍາຍາມມຸ່ງເນັ້ນເຮັດທຸລະກິດທີ່ໄດ້ຜົນກຳໄລຫຼາຍທີ່ສຸດ ເຖິງແມ່ນວ່າງານນັ້ນຈະເປັນງານທີ່ຕົນເອງບໍ່ຄ່ອຍມັກກໍຕາມ ການເງິນ ມີຄວາມກັງວົນທາງດ້ານການເງິນ ແຕ່ກໍສາມາດຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ຄວາມຮັກເບິ່ງຄືຈະຄິດຫາໃຜບາງຄົນທີ່ຕົນເອງໝາຍປອງຢູ່ ເປັນຄົນທີ່ມີສະເໜ່ ອາຍຸຕ່າງກັນຫຼາຍກໍເປັນໄປໄດ້ ເຄື່ອງມຸງຄຸນຕ່າງຫູຄໍາ ສີມຸງຄຸນສີມ່ວງ ເລກນຳໂຊກ6
ຄົນເກີດວັນເສົາ:ການງານໃຊ້ເຕັກນິກພິເສດໃນເລື່ອງຂອງການເຮັດວຽກງານຈົນເກີດຜົນງານທີ່ດີຂຶ້ນຢ່າງຕໍ່ເນື່ອງ ການເງິນຈະຫາເຂົ້າມາໄດ້ດ້ວຍເຫື່ອແຮງຂອງຕົນເອງສະເໝີໃນໄລຍະນີ້ ມີຄວາມຫມັ້ນຄົງທາງດ້ານການເງິນດີຂຶ້ນເປັນຢ່າງຫຼາຍ ຄວາມຮັກມີໂອກາດພົບຮັກກໍເປັນໄປໄດ້ ເຂົາຈະນຳຄວາມສຸກມາສູ່ທ່ານ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ0
ຄົນເກີດວັນອາທິດ:ການງານມີຄວາມຖະນັດໃນການສ້າງຄວາມສຳເລັດທີ່ດີໃຫ້ກັບຕົນເອງ ປະສົບຄວາມສຳເລັດດ້ວຍຄວາມສະຫຼຽວສະຫຼາດ ການເງິນຄືຢາກຈະໃຊ້ເງິນໃນການລົງທຶນ ເພື່ອທີ່ຈະໄດ້ກຳໄລເພີ່ມຫຼາຍຂຶ້ນ ຄວາມຮັກບໍ່ລົງຕົວດ້ານຄວາມສຳພັນ ເພາະທັດສະນະຄະຕິບໍ່ຄ່ອຍກົງກັບຄົນຮັກປານໃດ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ8