ປກສ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 11 ກຸມພາ 2022 ເວລາ 11:30 ທາງເຈົ້າໜ້າທີ່ວິຊາສະເພາະ ສາມາດໄດ້ກັກຕົວເປົ້າໝາຍ ລັ ກ ຊັ ບ ໄດ້ຈຳນວນ 2 ຄົນ ຄື: ທ້າວ ຄວາຍຄໍ ອາຍຸ 35 ປີ ຢູ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ທ້າວ ກ໋ອກ ໄຊຍະວົງ ອາຍຸ 35 ປີ, ອາຊີບກຳມະກອນ ບ້ານ ດົງໂພນເລົາ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ເຄື່ອງ ຂ ອ ງ ກ າ ງ ທີ່ເຈົ້າໜ້າທີ່ກວດພົລປະກອບມີ: ລົດຈັກ 2 ຄັນ ປ້າຍທະບຽນ ຍກ 0551 ກຳແພງນະຄອນ ແລະ ບໍ່ມີປ້າຍທະບຽນ, ເງິນກີບ 1,200,000 ກີບ, ແຫວນຄ້າຍຄືຄໍາ 1 ວົງ, ຕຸ້ມຫູຄ້າຍຄື 1 ຄູ່, ເສື້ອລາຍ ແລະ ໝວກກໍ່ສ້າງສີເຫຼືອງ.
ຜ່ານການສືບສວນ-ສອບສວນ ພວກກ່ຽວ ໃຫ້ການຮັບສາລະພາບວ່າ: ໄດ້ກໍ່ເຫດ ລັ ກ ຊັ ບ ຢູ່ວັດມາແລ້ວ 4 ຄັ້ງຄື:ຄັ້ງທີ 1 ວັນທີ 31 ຕຸລາ 2021 ເວລາ ປະມານ 15 :00 ໂມງ ພວກກ່ຽວ ຂີ່ລົດຈັກເວບຈີນ ສີດຳ ປ້າຍທະບຽນ ຍກ 0551 ກຳແພງນະຄອນ ເຂົ້າໄປປະຕູດ້ານຫຼັງວັດບ້ານສົມສະນຸກ ແລະໄປງັດກຸດຕິວັດ ລັ ກ ເ ອົ າ ຊັ ບສິ ນມີຄື: ເງິນກີບຈຳນວນ 9.300.000 ກີບ, ເງິນບາດຈໍານວນ 10.000 ບາດ, ເງິນໂດລາຈຳນວນ 100 ດອນ ພາຍຫຼັງໄດ້ຊັບສິນແລ້ວ ຈຶ່ງໄດ້ແບ່ງປັນກັນເງິນທີ່ໄດ້ມາ ຊື້ ຢ ແລະ ຫຼິ້ນເກມຈົນເງິນໝົດ.
ຄັ້ງທີ 2, ໃນໄລຍະເດືອນພະຈິກ ປີ 2021 ພວກກ່ຽວ ໄດ້ຂັບຈີ່ລົດເວບຈີນ ປ້າຍ ທະບຽນ ຍກ 0551 ກຳແພງນະຄອນ ເຂົ້າໄປ ລັ ກ ຊັ ບ ຢູ່ວັດບ້ານ ຊຽງດາ ( ວັດທຳກຽນ) ເມືອງໄຊເສດຖາ ໄດ້ຊັບສິນມີຄື: ເງິນບາດ 13.000 ບາດ, ເງິນໂດລາ 57 ໂດລາ, ເງີນກີບ 5.700.000 ກີບ ເມື່ອໄດ້ຊັບສິນແລ້ວ ພາກັນຂີ່ລົດ ເອົາຕົວ ຫຼົ ບ ໜີ ມາບ້ານ ດົງໂພນເລົ່າ ແລ້ວເອົາເງິນມາແບ່ງປັນກັນ.
ຄັ້ງທີ 3 ໃນເດືອນ ພະຈິກ ປີ 2021 ເວລາ 08:00 ໂມງ ພວກກ່ຽວ ໄດ້ພະຍາຍາມກໍ່ ເຂົ້າໄປ ລັ ກ ຊັ ບ ຢູ່ວັດບ້ານ ດົງຄຳຊ້າງ ແຕ່ໃນເວລາດຽວກັນ ໄດ້ມີຈົວນ້ອຍພົບເຫັນ ພວກກ່ຽວຈຶ່ງໄດ້ພາກັນເອົາຕົວ ຫຼົ ບ ໜີ ບໍ່ໄດ້ຊັບສິນຫຍັງ.
ຄັ້ງທີ 4 ໃນວັນທີ 09 ກຸມພາ 2022 ເວລາ ປະມານ 18:20 ພວກກ່ຽວ ໄດ້ເຂົ້າໄປງັດກຸດຕິວັດ ບ້ານດອນດູ່ ໄດ້ເງິນ 8.400.000 ກີບ, ເງິນບາດ 1.000 ບາດ ພ້ອມໂທລະສັບ 1 ໜ່ວຍ. ເງິນທີ່ໄດ້ຈາກການ ລັ ກ ແຕ່ລະຄັ້ງແມ່ນໄດ້ເອົາມາແບ່ງປັນກັນ ແລະ ຊື້ ຢ ມ າ ເ ສ ບ ແລະ ຫຼິ້ນເກມຈົນໝົດ.